ຟີລິບປອຍ 1:27 - ພຣະຄຳພີສັກສິ27 ພຽງແຕ່ໃຫ້ເຈົ້າທັງຫລາຍ ດຳເນີນຊີວິດໃຫ້ສົມກັບຂ່າວປະເສີດເລື່ອງພຣະຄຣິດ ເພື່ອວ່າຖ້າເຮົາມາຫາພວກເຈົ້າ ຫລືບໍ່ມາກໍຕາມ ເຮົາກໍຈະໄດ້ຍິນຂ່າວຂອງພວກເຈົ້າວ່າ ເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ເປັນນໍ້າໜຶ່ງໃຈດຽວກັນ ຕໍ່ສູ້ເໝືອນຢ່າງເປັນຄົນຄົນດຽວ ເພື່ອຄວາມເຊື່ອອັນເກີດຈາກຂ່າວປະເສີດນັ້ນ. See the chapterພຣະຄຳພີລາວສະບັບສະໄໝໃໝ່27 ບໍ່ວ່າສິ່ງໃດຈະເກີດຂຶ້ນ, ພວກເຈົ້າຈົ່ງປະພຶດຕົນໃຫ້ສົມກັບຂ່າວປະເສີດຂອງພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່ວ່າເຮົາຈະມາຫາພວກເຈົ້າ ຫລື ພຽງແຕ່ໄດ້ຍິນກ່ຽວກັບພວກເຈົ້າໃນຂະນະທີ່ເຮົາບໍ່ຢູ່ກໍຕາມ, ເຮົາຈະຮູ້ວ່າພວກເຈົ້າຕັ້ງໝັ້ນຄົງໃນພຣະວິນຍານອົງດຽວກັນ, ຕໍ່ສູ້ຮ່ວມກັນເໝືອນເປັນຄົນດຽວກັນເພື່ອຄວາມເຊື່ອແຫ່ງຂ່າວປະເສີດ See the chapter |
ພີ່ນ້ອງທັງຫລາຍເອີຍ, ທ້າຍສຸດນີ້ ພວກເຮົາວອນຂໍ ແລະເຕືອນສະຕິພວກເຈົ້າໃນພຣະນາມຂອງອົງພຣະເຢຊູເຈົ້າວ່າ ພວກເຈົ້າໄດ້ຮຽນຮູ້ຈາກເຮົາແລ້ວວ່າ ຈຳເປັນຕ້ອງດຳເນີນຊີວິດຢ່າງໃດ ຈຶ່ງຈະເປັນທີ່ພໍພຣະໄທພຣະເຈົ້າ ເໝືອນດັ່ງພວກເຈົ້າກຳລັງປະຕິບັດຢູ່ແລ້ວ ກໍຈົ່ງປະຕິບັດດັ່ງນັ້ນໃຫ້ຫລາຍກວ່າເກົ່າອີກ.
ເພື່ອນທີ່ຮັກຂອງເຮົາເອີຍ, ເຮົາອົດສາພະຍາຍາມຢ່າງສຸດຄວາມສາມາດ ເພື່ອຂຽນຈົດໝາຍມາເຖິງພວກເຈົ້າ ກ່ຽວກັບເລື່ອງຄວາມພົ້ນທີ່ພວກເຮົາມີຢູ່ຮ່ວມກັນ ເມື່ອເຮົາເຫັນມີຄວາມຈຳເປັນທີ່ຈະຕ້ອງຂຽນມາເຕືອນສະຕິພວກເຈົ້າ ໃຫ້ຕໍ່ສູ້ເພື່ອຄວາມເຊື່ອ ຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ປະຊາຊົນຂອງພຣະອົງເທື່ອດຽວເປັນການສິ້ນສຸດ.