Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:21 - ພຣະຄຳພີສັກສິ

21 ເພາະວ່າ ຖ້າ​ເຮົາ​ມີ​ຊີວິດ ພຣະຄຣິດ​ເປັນ​ຊີວິດ​ນັ້ນ ຖ້າ​ເຮົາ​ຕາຍ​ກໍ​ເປັນ​ປະໂຫຍດ​ແກ່​ເຮົາ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

21 ເພາະ​ສຳລັບ​ເຮົາ, ທີ່​ຈະ​ມີຊີວິດ​ຢູ່​ກໍ​ເພື່ອ​ພຣະຄຣິດເຈົ້າ ແລະ ທີ່​ຈະ​ຕາຍ​ກໍ​ເປັນ​ກຳໄລ.

See the chapter Copy




ຟີລິບປອຍ 1:21
16 Cross References  

ໂດຍ​ພຣະອົງ​ນັ້ນ, ເຈົ້າ​ທັງຫລາຍ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ, ຜູ້​ຊົງ​ເປັນ​ປັນຍາ​ຈາກ​ພຣະເຈົ້າ ແລະ​ຊົງ​ເປັນ​ຜູ້​ເຮັດ​ໃຫ້​ເຮົາ​ຊອບທຳ ແລະ​ຊົງ​ຊຳລະ​ເຮົາ​ໃຫ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ ແລະ​ຊົງ​ໄຖ່​ເຮົາ​ໃຫ້​ພົ້ນ.


ເຖິງ​ວ່າ​ໂປໂລ ຫລື​ອາໂປໂລ ຫລື​ເປໂຕ ຫລື​ໂລກ ຫລື​ຊີວິດ ຫລື​ຄວາມ​ຕາຍ ຫລື​ປະຈຸບັນ ຫລື​ອະນາຄົດ​ກໍດີ ສິ່ງສາລະພັດ​ເຫຼົ່ານັ້ນ ກໍ​ເປັນ​ຂອງ​ພວກເຈົ້າ,


ເພາະ​ເຮົາ​ຮູ້​ແລ້ວ​ວ່າ, ຖ້າ​ວ່າ​ເຮືອນ​ຂອງເຮົາ​ໃນ​ໂລກນີ້ ຄື​ຮ່າງກາຍ​ນັ້ນ​ໄດ້​ຖືກ​ມ້າງ​ລົງ​ເສຍ ເຮົາ​ກໍ​ຍັງ​ມີ​ບ່ອນ​ຢູ່​ອາໄສ ຊຶ່ງ​ພຣະເຈົ້າ​ຊົງ​ໂຜດ​ປະທານ​ໃຫ້​ເປັນ​ບ່ອນ​ຢູ່​ທີ່​ບໍ່ໄດ້​ສ້າງ​ດ້ວຍ​ມື​ມະນຸດ ແລະ​ຊົງ​ຕັ້ງ​ຢູ່​ຖາວອນ​ເປັນນິດ​ໃນ​ສະຫວັນ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ​ຢ່າງ​ເຕັມປ່ຽມ​ຢູ່​ສະເໝີ ພວກເຮົາ​ຮູ້​ວ່າ ຕາບໃດ​ທີ່​ພວກເຮົາ​ອາໄສ​ຢູ່​ໃນ​ເຮືອນ ຄື​ຮ່າງກາຍ​ນີ້ ພວກເຮົາ​ກໍ​ໄກ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.


ພວກເຮົາ​ມີ​ໃຈ​ກ້າ​ຢ່າງ​ເຕັມປ່ຽມ ແລະ​ພໍໃຈ​ຢາກ​ຈະ​ອອກ​ຈາກ​ເຮືອນ ຄື​ຮ່າງກາຍ​ນີ້ ໄປ​ຢູ່​ເຮືອນ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ກໍດີກວ່າ.


ເຮົາ​ຈຶ່ງ​ບໍ່ມີ​ຊີວິດ​ຢູ່ ແຕ່​ແມ່ນ​ພຣະຄຣິດ​ທີ່​ຊົງ​ມີ​ຊີວິດ​ຢູ່​ໃນ​ເຮົາ ຊີວິດ​ທີ່​ເຮົາ​ມີ​ໃນ​ຮ່າງກາຍ​ເວລາ​ນີ້ ເຮົາ​ມີ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ໄດ້​ຮັກ​ເຮົາ ແລະ​ໄດ້​ສະຫລະ​ຊີວິດ​ເພື່ອ​ເຮົາ.


ສຳລັບ​ເຮົາ​ແລ້ວ, ເຮົາ​ຂໍ​ອວດອ້າງ​ແຕ່​ເລື່ອງ​ໄມ້ກາງແຂນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ເທົ່ານັ້ນ ຍ້ອນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະອົງ​ນີ້​ແຫຼະ ໂລກ​ຈຶ່ງ​ຕາຍ​ແລ້ວ​ສຳລັບ​ເຮົາ ແລະ​ເຮົາ​ກໍ​ຕາຍ​ແລ້ວ​ສຳລັບ​ໂລກ.


ເພາະ​ເປັນ​ຄວາມ​ມຸ້ງມາດ​ປາຖະໜາ ແລະ​ຄວາມຫວັງ​ຂອງເຮົາ​ວ່າ ເຮົາ​ຈະ​ບໍ່ມີ​ຄວາມ​ລະອາຍ​ໃນ​ສິ່ງໃດ​ເລີຍ, ແຕ່​ເມື່ອ​ກ່ອນ​ທຸກ​ເທື່ອ​ມີ​ໃຈ​ກ້າ​ສະເໝີ​ສັນໃດ ບັດນີ້ ກໍ​ຂໍ​ໃຫ້​ເປັນ​ຢ່າງ​ດຽວກັນ​ສັນນັ້ນ ພຣະຄຣິດ​ຈະ​ຊົງ​ຮັບ​ພຣະ​ກຽດຕິຍົດ​ໃນ​ຮ່າງກາຍ​ຂອງເຮົາ​ສະເໝີ ເຖິງ​ແມ່ນ​ເຮົາ​ຈະ​ມີ​ຊີວິດ​ຢູ່ ຫລື​ຕາຍ​ກໍຕາມ.


ຖ້າ​ເຮົາ​ຍັງ​ມີ​ຊີວິດ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ກໍ​ຈະ​ດຳເນີນ​ພາລະກິດ​ໃຫ້​ເກີດ​ປະໂຫຍດ​ຕື່ມ, ເຮົາ​ຈຶ່ງ​ບໍ່​ແນ່ໃຈ​ວ່າ ຈະ​ເລືອກ​ເອົາ​ທາງ​ໃດ​ດີ.


ເຮົາ​ລັ່ງເລ​ໃຈ​ຢູ່​ໃນ​ລະຫວ່າງ​ສອງ​ຝ່າຍ​ນີ້ ຄື​ວ່າ​ເຮົາ​ມີ​ຄວາມ​ປາຖະໜາ​ທີ່​ຈະ​ຈາກ​ໄປ ເພື່ອ​ຢູ່​ກັບ​ພຣະຄຣິດ ຊຶ່ງ​ປະເສີດ​ຫລາຍກວ່າ,


ສ່ວນ​ຄົນອື່ນໆ ຕ່າງ​ກໍ​ຫ່ວງ​ນຳ​ແຕ່​ທຸລະ​ສ່ວນຕົວ​ຂອງຕົນ ບໍ່​ຫ່ວງ​ນຳ​ພາລະກິດ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ຊີວິດ​ທີ່​ແທ້ຈິງ​ຂອງ​ພວກເຈົ້າ​ຄື​ພຣະຄຣິດ ແລະ​ເມື່ອໃດ​ພຣະອົງ​ສະເດັດ​ມາ​ປາກົດ ເມື່ອນັ້ນ​ແຫຼະ ພວກເຈົ້າ​ກໍ​ຈະ​ໄດ້​ມາ​ປາກົດ​ກັບ​ພຣະອົງ ແລະ​ຮ່ວມ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ.


ແລະ​ຂ້າພະເຈົ້າ​ໄດ້ຍິນ​ພຣະ​ສຸລະສຽງ​ຈາກ​ສະຫວັນ ຊົງ​ສັ່ງ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ ‘ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຕັ້ງແຕ່​ນີ້​ໄປ​ກໍ​ເປັນ​ສຸກ.”’ ແລະ​ພຣະວິນຍານ​ຊົງ​ຢືນຢັນ​ວ່າ, “ຈິງ​ຢູ່​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ພັກຜ່ອນ​ຈາກ​ການ​ເມື່ອຍຍາກ​ຂອງຕົນ ເພາະ​ການງານ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ ກໍ​ຕິດຕາມ​ພວກເຂົາ​ໄປ.”


Follow us:

Advertisements


Advertisements