Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:17 - ພຣະຄຳພີສັກສິ

17 ສ່ວນ​ຄົນອື່ນ​ບໍ່ໄດ້​ປະກາດ​ເລື່ອງ​ພຣະຄຣິດ​ຈາກ​ໃຈ​ຈິງ ແຕ່​ຈາກ​ໃຈ​ມັກໃຫຍ່​ໃຝ່ສູງ​ອັນ​ເຫັນແກ່ຕົວ ພວກເຂົາ​ຫວັງ​ຈະ​ໃຫ້​ເຮົາ​ເດືອດຮ້ອນ​ຫລາຍ​ຂຶ້ນ ໃນ​ຂະນະທີ່​ເຮົາ​ຖືກ​ຄຸກ​ຢູ່​ນີ້.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

17 ສ່ວນ​ຄົນ​ພວກ​ທຳອິດ​ນັ້ນ​ປະກາດ​ພຣະຄຣິດເຈົ້າ​ດ້ວຍ​ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ບໍ່​ຈິງໃຈ, ພວກເຂົາ​ຫວັງ​ຈະ​ສ້າງ​ຄວາມເດືອດຮ້ອນ​ໃຫ້​ເຮົາ​ໃນ​ຂະນະ​ທີ່​ຖືກ​ລ່າມໂສ້​ຢູ່.

See the chapter Copy




ຟີລິບປອຍ 1:17
16 Cross References  

ດັ່ງນັ້ນ ພວກເຈົ້າ​ຕ້ອງ​ຕຽມໃຈ​ໄວ້​ໃຫ້​ໝັ້ນຄົງ ເພື່ອ​ບໍ່​ໃຫ້​ພວກເຈົ້າ​ກະວົນ​ກະວາຍ​ໃຈ​ລ່ວງໜ້າ​ວ່າ ຈະ​ກ່າວ​ປ້ອງກັນ​ຕົວເອງ​ຢ່າງ​ໃດ


“ພີ່ນ້ອງ ແລະ​ທ່ານ​ຜູ້​ອາວຸໂສ​ເອີຍ, ຂໍ​ຟັງ​ຄຳ​ໃຫ້​ການ​ທີ່​ຂ້າພະເຈົ້າ​ຈະ​ກ່າວ​ແກ້​ຄະດີ​ຕໍ່ໜ້າ​ທ່ານ​ທັງຫລາຍ​ໃນ​ບັດນີ້​ດ້ວຍ​ເຖີດ.”


ແລ້ວ​ກະສັດ​ອັກຄຼີປາ​ກໍ​ກ່າວ​ແກ່​ໂປໂລ​ວ່າ, “ບັດນີ້ ເຮົາ​ອະນຸຍາດ​ໃຫ້​ເຈົ້າ​ກ່າວ​ແກ້​ຄະດີ​ໄດ້.” ດັ່ງນັ້ນ ໂປໂລ​ຈຶ່ງ​ຢຽດ​ມື​ອອກ ແລະ​ກ່າວ​ແກ້​ຄະດີ​ວ່າ,


ຂະນະທີ່​ໂປໂລ​ກຳລັງ​ກ່າວ​ແກ້​ຄະດີ​ຢ່າງ​ນັ້ນ ເຟຊະໂຕ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂປໂລ​ເອີຍ ເຈົ້າ​ເປັນ​ບ້າ​ໄປ​ແລ້ວ ການ​ຮຽນຮູ້​ຫລາຍ​ຂອງ​ເຈົ້າ ພາ​ໃຫ້​ເຈົ້າ​ເປັນ​ບ້າ.”


ແຕ່​ພຣະອົງ​ຈະ​ຊົງ​ສຳແດງ​ຄວາມ​ໂກດຮ້າຍ​ອັນ​ເຜັດຮ້ອນ​ແກ່​ຄົນ​ທັງຫລາຍ​ທີ່​ຄິດ​ໃຫຍ່​ໃຝ່ສູງ ແລະ​ແກ່​ຜູ້​ທີ່​ບໍ່​ເຊື່ອ​ວາງ​ໃຈ​ໃນ​ຄວາມຈິງ ແຕ່​ຍອມ​ເຮັດ​ຕາມ​ຄວາມຊົ່ວ.


ຖ້າ​ຢ່າງ​ນັ້ນ​ແລ້ວ​ຈະ​ເປັນ​ປະການ​ໃດ? ເຖິງ​ແມ່ນ​ວ່າ ເຂົາ​ຈະ​ປະກາດ​ດ້ວຍ​ຢ່າງ​ໃດ​ກໍຕາມ ຈະ​ເປັນ​ດ້ວຍ​ການ​ແກ້ງເຮັດ​ຫລື​ຈິງໃຈ​ກໍດີ ແຕ່​ກໍ​ຍັງ​ປະກາດ​ເລື່ອງ​ພຣະຄຣິດ ໃນ​ການ​ນີ້​ເຮົາ​ກໍ​ມີ​ຄວາມ​ຍິນດີ ແລະ​ຄົງ​ຈະ​ມີ​ຄວາມ​ຍິນດີ​ຕໍ່ໄປ


ເພາະວ່າ ເຮົາ​ມີ​ໃຈ​ຮັກ​ພວກເຈົ້າ​ທຸກຄົນ ເຈົ້າ​ທັງຫລາຍ​ໄດ້​ຮັບ​ສ່ວນ​ຮ່ວມ​ໃນ​ພຣະຄຸນ​ດ້ວຍ​ກັນ​ກັບ​ເຮົາ ໃນ​ການ​ທີ່​ເຮົາ​ຖືກ​ຈຳຈອງ ແລະ​ໃນ​ການ​ກ່າວ​ປ້ອງກັນ​ໃຫ້​ຂ່າວປະເສີດ​ນັ້ນ​ຕັ້ງໝັ້ນຄົງ​ຢູ່.


ຢ່າ​ເຮັດ​ສິ່ງໃດ​ໃນ​ທາງ​ຊີງດີ​ຫລື​ຖືດີ​ກັນ ແຕ່​ຈົ່ງ​ຖ່ອມໃຈ​ລົງ ຖື​ວ່າ​ຄົນອື່ນ​ດີກວ່າ​ຕົນ.


ເພາະສະນັ້ນ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປະກາດ ແລະ​ເປັນ​ອັກຄະສາວົກ ຄູສອນ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ​ແລະ​ຄວາມຈິງ ໃຫ້​ແກ່​ຄົນຕ່າງຊາດ (ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່ໄດ້​ເວົ້າ​ຕົວະ).


ເພາະ​ຂ່າວປະເສີດ​ນີ້ ເຮົາ​ຈຶ່ງ​ທົນທຸກ ແລະ​ຖືກ​ຜູກມັດ​ດັ່ງ​ຜູ້ຮ້າຍ ແຕ່​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ ບໍ່ມີ​ຜູ້ໃດ​ຜູກມັດ​ໄວ້​ໄດ້.


ບໍ່ມີ​ຜູ້ໃດ​ເຂົ້າຂ້າງ​ເຮົາ​ຈັກ​ຄົນ ເມື່ອ​ເຮົາ​ກ່າວ​ແກ້​ຄະດີ​ເທື່ອ​ທຳອິດ​ນັ້ນ ທຸກຄົນ​ໄດ້​ປະຖິ້ມ​ເຮົາ​ໝົດ ຂໍ​ພຣະເຈົ້າ​ຢ່າ​ຖື​ໂທດ​ພວກເຂົາ​ເລີຍ


Follow us:

Advertisements


Advertisements