Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:14 - ພຣະຄຳພີສັກສິ

14 ຍ້ອນ​ການ​ຖືກ​ຄຸກ​ຂອງເຮົາ ພີ່ນ້ອງ​ຫລາຍ​ຄົນ​ຈຶ່ງ​ມີ​ຄວາມ​ໝັ້ນໃຈ​ຍິ່ງ​ຂຶ້ນ ໃນ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ໃຫ້​ພວກເຂົາ​ມີ​ໃຈ​ກ້າຫານ​ກ່າວ​ພຣະທຳ​ຂອງ​ພຣະເຈົ້າ​ຢ່າງ​ບໍ່​ຢ້ານກົວ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

14 ແລະ ເພາະ​ການ​ທີ່​ເຮົາ​ຖືກ​ລ່າມໂສ້​ນັ້ນ ເຮັດ​ໃຫ້​ພີ່ນ້ອງ​ສ່ວນຫລາຍ​ມີ​ຄວາມ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ທ້າທາຍ​ທຸກຄົນ​ໃຫ້​ປະກາດ​ຂ່າວປະເສີດ​ໂດຍ​ບໍ່​ໄດ້​ຢ້ານກົວ.

See the chapter Copy




ຟີລິບປອຍ 1:14
16 Cross References  

ພຣະເຢຊູເຈົ້າ​ກ່າວ​ແກ່​ຊາຍ​ມື​ລີບ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ມາ​ຢືນ​ຢູ່​ທາງ​ໜ້າ​ພີ້.”


ເມື່ອ​ເຮົາ​ໄດ້​ພົ້ນ​ຈາກ​ມື​ສັດຕູ​ທັງຫລາຍ​ຂອງເຮົາ​ແລ້ວ ຈະ​ຊົງ​ໂຜດ​ໃຫ້​ເຮົາ​ໄດ້​ບົວລະບັດ​ ພຣະອົງ ໂດຍ​ປາສະຈາກ​ຄວາມ​ຢ້ານ,


ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ຄວາມຫວັງ​ຢ່າງ​ນີ້ ພວກເຮົາ​ກໍ​ມີ​ໃຈ​ກ້າ​ຫລາຍ​ຂຶ້ນ.


ເຮົາ​ມີ​ຄວາມ​ໄວ້​ໃຈ ແລະ​ພາກ​ພູມ​ໃຈ​ໃນ​ພວກເຈົ້າ​ຢ່າງ​ຫລວງຫລາຍ ເຮົາ​ໄດ້​ຮັບ​ຄວາມ​ຊູໃຈ​ຢ່າງ​ບໍລິບູນ ແລະ​ໃນ​ຄວາມ​ທຸກ​ລຳບາກ​ຂອງເຮົາ​ທຸກຢ່າງ ເຮົາ​ກໍ​ຍັງ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ລົ້ນ​ເຫຼືອ.


ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ ຢ່າ​ທໍ້ຖອຍ​ໃຈ​ຍ້ອນ​ຂ້າພະເຈົ້າ​ຖືກ​ທົນທຸກ​ລຳບາກ ເພາະ​ເຫັນ​ແກ່​ພວກເຈົ້າ, ທັງໝົດ​ນັ້ນ​ກໍ​ເພື່ອ​ເປັນ​ກຽດຕິຍົດ​ແກ່​ພວກເຈົ້າ​ເອງ.


ເພາະ​ເປັນ​ຄວາມ​ມຸ້ງມາດ​ປາຖະໜາ ແລະ​ຄວາມຫວັງ​ຂອງເຮົາ​ວ່າ ເຮົາ​ຈະ​ບໍ່ມີ​ຄວາມ​ລະອາຍ​ໃນ​ສິ່ງໃດ​ເລີຍ, ແຕ່​ເມື່ອ​ກ່ອນ​ທຸກ​ເທື່ອ​ມີ​ໃຈ​ກ້າ​ສະເໝີ​ສັນໃດ ບັດນີ້ ກໍ​ຂໍ​ໃຫ້​ເປັນ​ຢ່າງ​ດຽວກັນ​ສັນນັ້ນ ພຣະຄຣິດ​ຈະ​ຊົງ​ຮັບ​ພຣະ​ກຽດຕິຍົດ​ໃນ​ຮ່າງກາຍ​ຂອງເຮົາ​ສະເໝີ ເຖິງ​ແມ່ນ​ເຮົາ​ຈະ​ມີ​ຊີວິດ​ຢູ່ ຫລື​ຕາຍ​ກໍຕາມ.


ເພາະວ່າ ເຮົາ​ມີ​ໃຈ​ຮັກ​ພວກເຈົ້າ​ທຸກຄົນ ເຈົ້າ​ທັງຫລາຍ​ໄດ້​ຮັບ​ສ່ວນ​ຮ່ວມ​ໃນ​ພຣະຄຸນ​ດ້ວຍ​ກັນ​ກັບ​ເຮົາ ໃນ​ການ​ທີ່​ເຮົາ​ຖືກ​ຈຳຈອງ ແລະ​ໃນ​ການ​ກ່າວ​ປ້ອງກັນ​ໃຫ້​ຂ່າວປະເສີດ​ນັ້ນ​ຕັ້ງໝັ້ນຄົງ​ຢູ່.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຜູ້​ເປັນ​ທີ່​ປາຖະໜາ ເປັນ​ທີ່​ຍິນດີ ແລະ​ເປັນ​ມົງກຸດ​ຂອງເຮົາ ພວກ​ທີ່​ຮັກ​ຂອງເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ເພື່ອ​ເຮົາ​ຈະ​ໄດ້​ກ່າວ​ຂໍ້​ເລິກລັບ​ນັ້ນ​ໃຫ້​ຈະແຈ້ງ ຕາມ​ທີ່​ເຮົາ​ຄວນ​ຈະ​ກ່າວ.


ຕີຂີໂກ, ພີ່ນ້ອງ​ທີ່ຮັກ​ຂອງ​ພວກເຮົາ ຜູ້​ຮ່ວມງານ​ທີ່​ສັດຊື່ ແລະ​ທັງ​ເປັນ​ຜູ້ຮັບໃຊ້​ຮ່ວມ​ກັນ​ໃນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ບອກ​ຂ່າວ​ທັງໝົດ​ກ່ຽວກັບ​ເຮົາ​ໃຫ້​ພວກເຈົ້າ​ຮູ້.


ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຮັບ​ການ​ຂົ່ມເຫັງ ແລະ​ການ​ປະຈານ​ຢ່າງ​ໃດ ໃນ​ເມືອງ​ຟີລິບປອຍ ກ່ອນ​ທີ່​ພວກເຮົາ​ມາ​ຫາ​ພວກເຈົ້າ​ໃນ​ເມືອງ​ເທສະໂລນິກ ເຖິງ​ແມ່ນ​ວ່າ​ມີ​ການ​ຕໍ່ຕ້ານ​ຢ່າງ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍຕາມ ພຣະເຈົ້າ​ຂອງ​ພວກເຮົາ​ກໍໄດ້​ປະທານ​ໃຈ​ກ້າຫານ​ແກ່​ພວກເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ທີ່​ມາ​ຈາກ​ພຣະອົງ​ແກ່​ພວກເຈົ້າ.


ເພາະ​ຂ່າວປະເສີດ​ນີ້ ເຮົາ​ຈຶ່ງ​ທົນທຸກ ແລະ​ຖືກ​ຜູກມັດ​ດັ່ງ​ຜູ້ຮ້າຍ ແຕ່​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ ບໍ່ມີ​ຜູ້ໃດ​ຜູກມັດ​ໄວ້​ໄດ້.


Follow us:

Advertisements


Advertisements