Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:13 - ພຣະຄຳພີສັກສິ

13 ຜົນ​ທີ່​ປາກົດ ຄື​ທະຫານ​ທຸກຄົນ ແລະ​ຜູ້​ຄຸມຂັງ​ພ້ອມ​ກັບ​ຄົນອື່ນໆ​ທັງໝົດ ກໍ​ຮູ້​ເລື່ອງ​ຂອງເຮົາ​ວ່າ ເຮົາ​ຖືກ​ຄຸກ​ຢູ່​ນີ້ ຍ້ອນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

13 ດັ່ງ​ຜົນ​ທີ່​ປາກົດ​ກໍ​ຄື ທະຫານ​ທຸກຄົນ​ທີ່​ຮັກສາ​ລາຊະວັງ ແລະ ຄົນ​ອື່ນໆ​ກໍ​ຮູ້​ແຈ້ງ​ທົ່ວ​ກັນ​ວ່າ​ເຮົາ​ຖືກ​ລ່າມໂສ້​ນັ້ນ​ກໍ​ເພື່ອ​ພຣະຄຣິດເຈົ້າ.

See the chapter Copy




ຟີລິບປອຍ 1:13
17 Cross References  

ໂປໂລ​ຕອບ​ວ່າ, “ຊ້ອງ​ພຣະພັກ​ພຣະເຈົ້າ ຂ້ານ້ອຍ​ປາຖະໜາ​ບໍ່​ວ່າ​ຄຳ​ຊັກຊວນ​ໜ້ອຍ ຫລື​ຫລາຍ​ກໍຕາມ ຝ່າຍ​ຂ້ານ້ອຍ​ຂໍ​ພາວັນນາ​ອະທິຖານ​ພຣະເຈົ້າ ບໍ່ແມ່ນ​ເພື່ອ​ພຣະອົງ​ເທົ່ານັ້ນ, ແຕ່​ເພື່ອ​ທຸກໆ​ຄົນ​ທີ່​ຟັງ​ຂ້ານ້ອຍ​ກ່າວ​ຢູ່​ໃນວັນນີ້ ເພື່ອ​ໃຫ້​ກາຍເປັນ​ດັ່ງ​ທີ່​ຂ້ານ້ອຍ​ເປັນ ເວັ້ນ​ແຕ່​ການ​ເປັນ​ນັກໂທດ.”


ແລະ​ເມື່ອ​ອອກ​ໄປ​ແລ້ວ ພວກເຂົາ​ຕ່າງ​ກໍ​ເວົ້າ​ແກ່​ກັນແລະກັນ​ວ່າ, “ຊາຍ​ຄົນ​ນີ້ ບໍ່ໄດ້​ເຮັດ​ຫຍັງ ພໍ​ທີ່​ລາວ​ສົມຄວນ​ຕ້ອງ​ຕາຍ ຫລື​ຖືກ​ຄຸກ.”


ສາມ​ວັນ​ຕໍ່ມາ ໂປໂລ​ໄດ້​ເຊີນ​ບັນດາ​ຫົວໜ້າ​ຂອງ​ພວກ​ຢິວ​ມາ​ປະຊຸມ. ເມື່ອ​ມາ​ພ້ອມໜ້າກັນ​ແລ້ວ ເພິ່ນ​ຈຶ່ງ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ພີ່ນ້ອງ​ທັງຫຼາຍ​ເອີຍ ເຖິງ​ແມ່ນ​ວ່າ​ຂ້າພະເຈົ້າ​ບໍ່ໄດ້​ເຮັດຜິດ​ສິ່ງໃດ​ຕໍ່​ປະຊາຊົນ​ຂອງ​ພວກເຮົາ, ຫລື​ຜິດຕໍ່​ທຳນຽມ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ກໍຕາມ, ແຕ່​ຂ້າພະເຈົ້າ​ກໍ​ຍັງ​ຕົກ​ເປັນ​ນັກໂທດ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ໄດ້ຖືກ​ມອບ​ໃຫ້​ຢູ່​ໃນ​ມື​ຂອງ​ພວກ​ໂຣມ.


ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ເຊີນ​ທ່ານ​ທັງຫລາຍ​ມາ ເພື່ອ​ຈະ​ໄດ້​ເຫັນ​ໜ້າ ແລະ​ເວົ້າ​ກັບ​ພວກທ່ານ ເພາະ​ທີ່​ຂ້າພະເຈົ້າ​ຖືກ​ລ່າມໂສ້​ນີ້ ກໍ​ເນື່ອງ​ດ້ວຍ​ຄວາມຫວັງ​ຂອງ​ຊົນຊາດ​ອິດສະຣາເອນ.”


ເປັນ​ເວລາ​ສອງ​ປີ ທີ່​ໂປໂລ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ທີ່​ຕົນ​ເຊົ່າ​ເອງ ແລະ​ໃນ​ທີ່ນັ້ນ ເພິ່ນ​ໄດ້​ຕ້ອນຮັບ​ທຸກຄົນ​ທີ່​ມາ​ຫາ​ເພິ່ນ.


ເພາະ​ເຫດ​ນີ້ ຂ້າພະເຈົ້າ​ຄື​ໂປໂລ​ຜູ້​ຖືກ​ຈຳຈອງ​ຢູ່ ຍ້ອນ​ເຫັນແກ່​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.


ເຫດສະນັ້ນ ຂ້າພະເຈົ້າ​ຜູ້​ຖືກ​ຄຸກ​ຢູ່ ເພາະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ, ຈົ່ງ​ດຳເນີນ​ຊີວິດ​ໃຫ້​ສົມກັບ​ທີ່​ພວກເຈົ້າ​ໄດ້​ຖືກ​ຊົງ​ເອີ້ນ​ເອົາ​ແລ້ວ​ນັ້ນ


ຍ້ອນ​ຂ່າວປະເສີດ​ນີ້​ແຫຼະ ຂ້າພະເຈົ້າ​ຈຶ່ງ​ເປັນ​ຣາຊທູດ​ຜູ້​ຕິດ​ໂສ້​ຢູ່ ເພື່ອ​ຂ້າພະເຈົ້າ​ຈະ​ປະກາດ​ຂ່າວປະເສີດ​ນັ້ນ ດ້ວຍ​ໃຈ​ກ້າຫານ​ຕາມ​ທີ່​ຂ້າພະເຈົ້າ​ຄວນ​ຈະ​ກ່າວ.


ບັດນີ້ ພວກເຈົ້າ​ມີ​ສ່ວນ​ກັບ​ເຮົາ​ໃນ​ການ​ຕໍ່ສູ້ ເປັນ​ການ​ຕໍ່ສູ້​ຢ່າງ​ດຽວ​ກັບ​ທີ່​ພວກເຈົ້າ​ໄດ້​ເຫັນ​ເຮົາ​ຕໍ່ສູ້​ມາ​ໃນ​ອະດີດ ແລະ​ດັ່ງ​ທີ່​ເຮົາ​ຍັງ​ຕໍ່ສູ້​ຢູ່​ໃນ​ເວລາ​ນີ້ ຕາມ​ທີ່​ພວກເຈົ້າ​ຮູ້​ມາ​ແລ້ວ​ນັ້ນ.


ເພາະວ່າ ເຮົາ​ມີ​ໃຈ​ຮັກ​ພວກເຈົ້າ​ທຸກຄົນ ເຈົ້າ​ທັງຫລາຍ​ໄດ້​ຮັບ​ສ່ວນ​ຮ່ວມ​ໃນ​ພຣະຄຸນ​ດ້ວຍ​ກັນ​ກັບ​ເຮົາ ໃນ​ການ​ທີ່​ເຮົາ​ຖືກ​ຈຳຈອງ ແລະ​ໃນ​ການ​ກ່າວ​ປ້ອງກັນ​ໃຫ້​ຂ່າວປະເສີດ​ນັ້ນ​ຕັ້ງໝັ້ນຄົງ​ຢູ່.


ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ ໂດຍ​ສະເພາະ​ແລ້ວ​ແມ່ນ​ພວກ​ທີ່​ເຮັດ​ວຽກ​ຢູ່​ໃນ​ວັງ​ຂອງ​ຈັກກະພັດ.


ເພາະ​ຂ່າວປະເສີດ​ນີ້ ເຮົາ​ຈຶ່ງ​ທົນທຸກ ແລະ​ຖືກ​ຜູກມັດ​ດັ່ງ​ຜູ້ຮ້າຍ ແຕ່​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ ບໍ່ມີ​ຜູ້ໃດ​ຜູກມັດ​ໄວ້​ໄດ້.


Follow us:

Advertisements


Advertisements