ຟີລິບປອຍ 1:11 - ພຣະຄຳພີສັກສິ11 ຈະໄດ້ເປັນຜູ້ບໍຣິສຸດດ້ວຍຜົນຂອງຄວາມຊອບທຳ ຊຶ່ງເກີດຂຶ້ນດ້ວຍພຣະເຢຊູຄຣິດເຈົ້າ ເພື່ອຖວາຍພຣະກຽດ ແລະຄຳຍ້ອງຍໍສັນລະເສີນແດ່ພຣະເຈົ້າ. See the chapterພຣະຄຳພີລາວສະບັບສະໄໝໃໝ່11 ເຊິ່ງເຕັມລົ້ນດ້ວຍຜົນຂອງຄວາມຊອບທຳທີ່ມາຜ່ານທາງພຣະເຢຊູຄຣິດເຈົ້າ ເພື່ອສະຫງ່າລາສີ ແລະ ການສັນລະເສີນພຣະເຈົ້າ. See the chapter |
ເພື່ອໃຫ້ພວກທີ່ໄວ້ທຸກທີ່ເທິງພູເຂົາຊີໂອນ ໄດ້ຊົມຊື່ນຍິນດີແທນທີ່ຈະໂສກເສົ້າ; ພວກເຂົາຈະຮ້ອງເພງສັນລະເສີນພຣະເຈົ້າໃດ ແທນທີ່ຈະເສົ້າໂສກເສຍໃຈຢູ່ເລື້ອຍໆ. ພວກເຂົາຈະເປັນດັ່ງຕົ້ນໄມ້ທີ່ພຣະເຈົ້າຢາເວໄດ້ປູກໄວ້ເອງ ພວກເຂົາທຸກຄົນຈະກະທຳແຕ່ສິ່ງທີ່ຖືກຕ້ອງ ແລະພຣະເຈົ້າກໍຈະໄດ້ຮັບຄຳຍ້ອງຍໍສັນລະເສີນ ສຳລັບສິ່ງທີ່ພຣະອົງໄດ້ກະທຳມານັ້ນ.
ບໍ່ແມ່ນເຈົ້າທັງຫລາຍໄດ້ເລືອກເອົາເຮົາ, ແຕ່ຝ່າຍເຮົາໄດ້ເລືອກເອົາພວກເຈົ້າ ແລະແຕ່ງຕັ້ງເຈົ້າທັງຫລາຍເພື່ອໃຫ້ອອກໄປ ແລະເກີດຜົນ, ເພື່ອຜົນຂອງພວກເຈົ້າຈະຕັ້ງຢູ່ຖາວອນ, ເພື່ອວ່າເມື່ອເຈົ້າທັງຫລາຍຈະທູນຂໍສິ່ງໃດ ຈາກພຣະບິດາເຈົ້າໃນນາມຂອງເຮົາ ພຣະອົງກໍຈະຊົງປະທານສິ່ງນັ້ນໃຫ້ແກ່ພວກເຈົ້າ.