Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:10 - ພຣະຄຳພີສັກສິ

10 ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສັງເກດ​ໄດ້​ວ່າ ສິ່ງໃດ​ປະເສີດ​ທີ່ສຸດ ແລະ​ເພື່ອ​ພວກເຈົ້າ​ຈະ​ເປັນ​ຄົນ​ບໍຣິສຸດ ບໍ່ມີ​ທີ່​ຕິຕຽນ​ໄດ້​ໃນ​ວັນ​ແຫ່ງ​ພຣະຄຣິດ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

10 ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ສາມາດ​ທົດສອບ​ໄດ້​ວ່າ​ສິ່ງ​ໃດ​ດີ​ທີ່ສຸດ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ບໍລິສຸດ ແລະ ບໍ່​ມີ​ຕຳໜິ​ສຳລັບ​ວັນ​ຂອງ​ພຣະຄຣິດເຈົ້າ,

See the chapter Copy




ຟີລິບປອຍ 1:10
43 Cross References  

ອັບຣາຮາມ​ເອງ​ບອກ​ວ່າ​ນາງ​ເປັນ​ນ້ອງສາວ​ຂອງ​ລາວ ແລະ​ນາງ​ຊາຣາ​ເອງ​ກໍ​ເວົ້າ​ຄືກັນ. ຂ້ານ້ອຍ​ເຮັດ​ໄປ​ດ້ວຍ​ຄວາມ​ບໍຣິສຸດ​ໃຈ ແລະ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ເລີຍ.”


ແຕ່​ດັ່ງ​ລີ້ນ​ພວກເຈົ້າ​ມັກ​ຊີມ​ຣົດ​ອາຫານ​ສັນໃດ ຫູ​ພວກເຈົ້າ​ກໍ​ຄັນ​ມັກ​ຟັງ​ຄຳ​ຄົນ​ເວົ້າ​ສັນນັ້ນ.


ພວກເຈົ້າ​ຮູ້​ວ່າ​ອາຫານ​ແຊບ ເມື່ອ​ພວກເຈົ້າ​ຊີມ​ມັນ ແຕ່​ເມື່ອ​ໄດ້ຍິນ​ຄຳເວົ້າ​ອັນ​ມີ​ປັນຍາ​ພັດ​ເຂົ້າໃຈ​ບໍ່ໄດ້.


ແຕ່​ພວກເຈົ້າ​ຊໍ້າພັດ​ກຽດຊັງ​ຄວາມດີ ແລະ​ຮັກ​ຄວາມຊົ່ວ. ພວກເຈົ້າ​ຂູດເນື້ອເຖືອໜັງ​ປະຊາຊົນ​ຂອງເຮົາ​ທັງເປັນ.


ພຣະອົງ​ຈຶ່ງ​ຫັນ​ກັບ​ມາ​ຫາ​ເປໂຕ ແລະ​ເວົ້າ​ວ່າ, “ອ້າຍ​ມານຊາຕານ ຈົ່ງ​ຖອຍ​ໜີໄປ​ໃຫ້​ໄກ​ຈາກ​ເຮົາ ເຈົ້າ​ເປັນ​ສິ່ງ​ກີດຂວາງ​ທາງ​ເດີນ​ຂອງເຮົາ ເພາະ​ເຈົ້າ​ບໍ່ໄດ້​ຄິດ​ຢ່າງ​ພຣະເຈົ້າ ແຕ່​ຄິດ​ຢ່າງ​ມະນຸດ.”


ເປໂຕ​ຈຶ່ງ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ຂ້ານ້ອຍ​ຈະ​ບໍ່​ໜີ​ຈາກ​ທ່ານ​ໄປ​ຈັກເທື່ອ ເຖິງ​ແມ່ນ​ວ່າ​ທຸກຄົນ​ໜີ​ຈາກ​ທ່ານ​ໄປ​ກໍຕາມ.”


ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ນະທານາເອັນ ກຳລັງ​ມາ​ຫາ​ພຣະອົງ ຈຶ່ງ​ເວົ້າ​ຕໍ່​ລາວ​ວ່າ, “ຜູ້​ນີ້​ແຫຼະ ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ຕົວ​ລາວ​ບໍ່ມີ​ກົນອຸບາຍ​ເລີຍ.”


ດ້ວຍວ່າ, ທຸກຄົນ​ທີ່​ເຮັດ​ຊົ່ວ ກໍ​ກຽດຊັງ​ຄວາມ​ສະຫວ່າງ ແລະ​ຈະ​ບໍ່​ມາ​ຫາ​ຄວາມ​ສະຫວ່າງ ເພາະ​ຢ້ານ​ວ່າ ການ​ກະທຳ​ຂອງຕົນ​ນັ້ນ​ຈະ​ຖືກ​ເປີດເຜີຍ.


ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ອົດສາ​ປະພຶດ​ຕົນ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ຕໍ່ໜ້າ​ພຣະເຈົ້າ​ແລະ​ຕໍ່ໜ້າ​ມະນຸດ​ສະເໝີ​ມາ.”


ຢ່າ​ດຳເນີນ​ຊີວິດ​ເໝືອນ​ຢ່າງ​ຊາວ​ໂລກນີ້ ແຕ່​ຈົ່ງ​ຮັບ​ການ​ຊົງ​ປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ອຸປະນິໄສ​ຂອງ​ພວກເຈົ້າ​ຈຶ່ງ​ຈະ​ປ່ຽນ​ໃໝ່ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ຈະ​ຮູ້​ວ່າ​ອັນ​ໃດ​ດີ ອັນ​ໃດ​ເປັນ​ທີ່​ພໍພຣະໄທ ແລະ​ອັນ​ໃດ​ດີທີ່ສຸດ.


ຈົ່ງ​ຮັກ​ດ້ວຍ​ໃຈຈິງ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ ຈົ່ງ​ຍຶດໝັ້ນ​ໃນ​ສິ່ງ​ທີ່​ດີ


ບັດນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຄອຍ​ລະວັງ​ສັງເກດ​ເບິ່ງ ພວກ​ທີ່​ສ້າງ​ຄວາມ​ແຕກແຍກ ແລະ​ເຮັດ​ໃຫ້​ຄົນອື່ນ​ຫລົງ​ໄປ ຈາກ​ຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ.


ແລະ​ເຈົ້າ​ຮູ້ຈັກ​ນໍ້າພຣະໄທ​ຂອງ​ພຣະອົງ, ທັງ​ເຫັນ​ຊອບ​ໃນ​ສິ່ງ​ປະເສີດ ເພາະ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ກົດບັນຍັດ,


ໃນ​ເມື່ອ​ສິ່ງ​ທີ່​ເຮົາ​ເຮັດ​ນັ້ນ ແມ່ນ​ສິ່ງ​ທີ່​ເຮົາ​ບໍ່​ຢາກ​ເຮັດ ກໍ​ສະແດງ​ວ່າ​ເຮົາ​ເຫັນ​ພ້ອມ​ວ່າ ກົດບັນຍັດ​ນັ້ນ​ຖືກຕ້ອງ.


ສ່ວນ​ເລິກ​ໃນ​ຈິດໃຈ​ຂອງເຮົາ​ແລ້ວ ເຮົາ​ກໍ​ພໍໃຈ​ປິຕິ​ຍິນດີ​ກັບ​ກົດບັນຍັດ​ຂອງ​ພຣະເຈົ້າ.


ເຫດ​ວ່າ, ການ​ທີ່​ເອົາໃຈໃສ່​ຝ່າຍ​ເນື້ອໜັງ ນັ້ນ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ ເພາະ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ, ແທ້ຈິງ​ແລ້ວ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ບໍ່ໄດ້


ພຣະອົງ​ຈະ​ໂຜດ​ຊ່ວຍ​ພວກເຈົ້າ​ໃຫ້​ຕັ້ງໝັ້ນຄົງ​ຈົນເຖິງ​ທີ່ສຸດ ເພື່ອ​ວ່າ​ໃນ​ວັນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ນັ້ນ ພວກເຈົ້າ​ຈະ​ບໍ່​ຖືກ​ຕຳໜິ.


ຢ່າ​ເປັນ​ຕົ້ນ​ເຫດ ທີ່​ເຮັດ​ໃຫ້​ພວກ​ຢິວ ພວກ​ຕ່າງຊາດ ຫລື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ສະດຸດ​ໃຈ.


ເພາະສະນັ້ນ ຖ້າ​ອາຫານ​ເປັນ​ເຫດ​ເຮັດ​ໃຫ້​ພີ່ນ້ອງ​ຂອງເຮົາ​ສະດຸດ​ໃຈ ເຮົາ​ກໍ​ຈະ​ບໍ່​ກິນ​ຊີ້ນ​ຕະຫລອດໄປ ເພື່ອ​ວ່າ​ຈະ​ບໍ່ໄດ້​ເຮັດ​ໃຫ້​ພີ່ນ້ອງ​ຂອງເຮົາ​ສະດຸດ​ໃຈ.


ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ​ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ​ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ​ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.


ພວກເຮົາ​ບໍ່​ຄື​ຫລາຍ​ຄົນ ທີ່​ເຮັດ​ກັບ​ຖ້ອຍຄຳ​ຂອງ​ພຣະເຈົ້າ ເປັນ​ເໝືອນ​ສິນຄ້າ​ຊື້​ຂາຍ​ລາຄາ​ຖືກໆ ແຕ່​ເພາະ​ພຣະເຈົ້າ​ໄດ້​ໃຊ້​ພວກເຮົາ​ມາ ພວກເຮົາ​ຈຶ່ງ​ກ່າວ​ດ້ວຍ​ຄວາມ​ຈິງໃຈ​ຊ້ອງໜ້າ​ພຣະອົງ ເໝືອນ​ຢ່າງ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.


ພວກເຮົາ​ບໍ່ໄດ້​ເຮັດ​ໃຫ້​ຜູ້ໃດ​ຊຸນ​ສະດຸດ​ໃຈ​ຈັກ​ຢ່າງ ເພື່ອ​ບໍ່​ໃຫ້​ການ​ທີ່​ພວກເຮົາ​ຮັບໃຊ້​ປະຕິບັດ​ນັ້ນ ເປັນ​ທີ່​ຕິຕຽນ​ໄດ້.


ເຮົາ​ກ່າວ​ດັ່ງນີ້​ບໍ່ແມ່ນ​ຄຳ​ບັນຊາ, ແຕ່​ໄດ້​ນຳ​ເລື່ອງ​ຄວາມ​ກະຕື​ລືລົ້ນ​ຂອງ​ຄົນອື່ນ ມາ​ທຽບ​ທົດລອງ​ກັບ​ຄວາມຮັກ​ຂອງ​ເຈົ້າ​ທັງຫລາຍ​ນັ້ນ ເບິ່ງ​ວ່າ​ເປັນ​ຂອງ​ແທ້​ຫລື​ບໍ່.


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ຍັງ​ເທດສະໜາ​ຊັກຊວນ​ໃຫ້​ຮັບ​ພິທີຕັດ ດ້ວຍເຫດໃດ​ເຮົາ​ຈຶ່ງ​ຍັງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ການ​ທີ່​ໄມ້ກາງແຂນ​ເປັນ​ເຫດ​ເຮັດ​ໃຫ້​ເກີດ​ສະດຸດ​ໃຈ ກໍ​ຄົງ​ຖືກ​ຍົກເລີກ​ເສຍ​ແລ້ວ.


ແຕ່​ໃຫ້​ພວກເຮົາ​ຢຶດເອົາ​ຄວາມຈິງ​ດ້ວຍ​ໃຈ​ຮັກ ເພື່ອ​ພວກເຮົາ​ຈະ​ໄດ້​ຈະເລີນ​ຂຶ້ນ​ທຸກ​ດ້ານ​ໃນ​ພຣະຄຣິດ ຜູ້​ຊົງ​ເປັນ​ພຣະ​ປະມຸກ.


ເຈົ້າ​ທັງຫລາຍ​ຈົ່ງ​ພະຍາຍາມ​ຮຽນ​ຮູ້ຈັກ​ວ່າ, ເຮັດ​ອັນ​ໃດ​ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ອົງພຣະ​ຜູ້​ເປັນເຈົ້າ.


ເພື່ອ​ພຣະອົງ​ນັ້ນ​ຈະ​ໄດ້​ຮັບ​ຄຣິສຕະຈັກ​ສຳລັບ​ພຣະອົງ​ເອງ ຄື​ຄຣິສຕະຈັກ​ທີ່​ມີ​ສະຫງ່າຣາສີ ບໍ່ມີ​ຈຸດ​ດ່າງພອຍ ຫລື​ຮອຍ​ຫ່ຽວແຫ້ງ ແລະ​ສິ່ງ​ອື່ນໆ​ໃນ​ທຳນອງ​ນັ້ນ ເພື່ອ​ຄຣິສຕະຈັກ​ຈະ​ບໍຣິສຸດ​ບໍ່ມີ​ຕຳໜິ.


ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ນຳ​ທຸກຄົນ​ທີ່​ຮັກ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ຢ່າງ​ບໍ່​ຮູ້​ເສື່ອມສູນ.


ຄົນ​ເຫຼົ່ານັ້ນ​ແຫຼະ ທີ່​ປະກາດ​ດ້ວຍ​ຄວາມຮັກ ເພາະ​ເຂົາ​ຮູ້​ວ່າ​ພຣະເຈົ້າ​ໄດ້​ມອບ​ພາລະກິດ​ການ​ປ້ອງກັນ​ຂ່າວປະເສີດ​ນີ້​ໃຫ້​ແກ່​ເຮົາ.


ເຮົາ​ແນ່ໃຈ​ວ່າ ພຣະອົງ​ຜູ້​ຊົງ​ຕັ້ງຕົ້ນ​ການ​ດີ​ໄວ້​ໃນ​ພວກເຈົ້າ​ແລ້ວ ຈະ​ຊົງ​ກະທຳ​ໃຫ້​ສຳເລັດ ຈົນເຖິງ​ວັນ​ແຫ່ງ​ພຣະເຢຊູ​ຄຣິດເຈົ້າ.


ໂດຍ​ນຳ​ພຣະທຳ​ທີ່​ໃຫ້​ຊີວິດ​ໄປ​ສູ່​ພວກເຂົາ ຖ້າ​ເຮັດ​ດັ່ງນັ້ນ, ເຮົາ​ກໍ​ຈະ​ມີ​ເຫດຜົນ​ອວດອ້າງ​ໄດ້​ໃນ​ວັນ​ຂອງ​ພຣະຄຣິດ​ວ່າ ຄວາມ​ບາກບັ່ນ​ແລະ​ພາລະກິດ​ຂອງເຮົາ​ທັງໝົດ ບໍ່ໄດ້​ໄຮ້​ປະໂຫຍດ.


ເພື່ອ​ພຣະອົງ​ຈະ​ໄດ້​ຊົງ​ຊ່ວຍຊູ​ຈິດໃຈ​ຂອງ​ພວກເຈົ້າ ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມ​ບໍຣິສຸດ ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້ ເມື່ອ​ຢູ່​ຊ້ອງໜ້າ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ເມື່ອ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ ພ້ອມ​ກັບ​ຄົນ​ທັງປວງ​ທີ່​ເປັນ​ຂອງ​ພຣະອົງ.


ແຕ່​ຈົ່ງ​ທົດລອງ​ເບິ່ງ​ທຸກສິ່ງ ສິ່ງໃດ​ດີ ຈົ່ງ​ຢຶດຖື​ໄວ້​ໃຫ້​ໝັ້ນ


ຂໍ​ພຣະເຈົ້າ​ຜູ້​ໂຜດ​ໃຫ້​ສັນຕິສຸກ ຊົງ​ຊຳລະ​ພວກເຈົ້າ​ໃຫ້​ເປັນ​ຄົນ​ບໍຣິສຸດ​ຮຽບຮ້ອຍ​ໃນ​ທຸກ​ດ້ານ ແລະ​ຊົງ​ຮັກສາ​ທັງ​ຈິດ​ວິນຍານ ຈິດໃຈ ແລະ​ຮ່າງກາຍ​ຂອງ​ພວກເຮົາ ໃຫ້​ປາສະຈາກ​ຄວາມຜິດ​ໃດໆ ຈົນເຖິງ​ວັນ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ.


ແລະ​ບັດນີ້ ຈົ່ງ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ຈິງໃຈ​ແລະ​ສັດຊື່. ຈົ່ງ​ປະຖິ້ມ​ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຄີຍ​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ແລະ​ໃນ​ປະເທດ​ເອຢິບ​ນັ້ນ​ສາ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ແຕ່​ພຣະເຈົ້າຢາເວ​ເທົ່ານັ້ນ.


ພວກ​ທີ່ຮັກ​ເອີຍ, ຢ່າ​ເຊື່ອ​ວິນຍານ​ທຸກໆ​ດວງ ແຕ່​ຈົ່ງ​ພິສູດ​ວິນຍານ​ທັງຫລາຍ​ນັ້ນ​ວ່າ ມາ​ຈາກ​ພຣະເຈົ້າ​ຫລື​ບໍ່ ເພາະວ່າ​ມີ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ໄດ້​ອອກ​ໄປ​ໃນ​ໂລກ.


ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເຮົາ​ຮູ້ຈັກ​ພາລະກິດ​ອັນ​ຍາກ​ລຳບາກ ແລະ​ຄວາມ​ອົດທົນ​ຂອງ​ເຈົ້າ ເຮົາ​ຮູ້​ວ່າ​ເຈົ້າ​ທົນ​ຕໍ່​ຄົນຊົ່ວຮ້າຍ​ບໍ່ໄດ້. ເຈົ້າ​ໄດ້​ລອງໃຈ​ຄົນ​ເຫຼົ່ານັ້ນ​ທີ່​ອວດ​ວ່າ ເປັນ​ອັກຄະສາວົກ, ແຕ່​ພວກເຂົາ​ບໍ່ໄດ້​ເປັນ ແລະ​ເຈົ້າ​ກໍ​ຮູ້ຈັກ​ແລ້ວ​ວ່າ​ພວກເຂົາ​ເປັນ​ຄົນ​ຂີ້ຕົວະ.


Follow us:

Advertisements


Advertisements