ຟີລິບປອຍ 1:1 - ພຣະຄຳພີສັກສິ1 ຈາກໂປໂລ ແລະ ຕີໂມທຽວ ຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ, ເຖິງໄພ່ພົນຂອງພຣະເຈົ້າທຸກຄົນໃນເມືອງຟີລິບປອຍ ທີ່ຢູ່ໃນພຣະຄຣິດເຈົ້າເຢຊູພ້ອມທັງພວກຜູ້ນຳ ແລະພວກຜູ້ບົວລະບັດໃນຄຣິສຕະຈັກດ້ວຍ. See the chapterພຣະຄຳພີລາວສະບັບສະໄໝໃໝ່1 ຈົດໝາຍສະບັບນີ້ຈາກເຮົາໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ, ເຖິງບັນດາຄົນບໍລິສຸດຂອງພຣະເຈົ້າໃນພຣະຄຣິດເຈົ້າເຢຊູທີ່ຢູ່ເມືອງຟີລິບປອຍ ພ້ອມທັງບັນດາຜູ້ປົກຄອງ ແລະ ຜູ້ດູແລທຸກຄົນ: See the chapter |
ທີ່ຈິງ ເຮົາຖືວ່າສິ່ງສາລະພັດເປັນຂອງໄຮ້ປະໂຫຍດ ເພາະເຫັນແກ່ສິ່ງທີ່ມີຄຸນຄ່າຫລາຍເຫລືອລົ້ນກວ່ານັ້ນອີກ ຄືການຮູ້ເຖິງພຣະຄຣິດເຈົ້າເຢຊູ ອົງພຣະຜູ້ເປັນເຈົ້າຂອງເຮົາ ເພາະເຫດພຣະອົງນັ້ນ ເຮົາຈຶ່ງໄດ້ຍອມສະຫລະສິ່ງສາລະພັດ ແລະຖືວ່າສິ່ງເຫຼົ່ານັ້ນເປັນເໝືອນຂີ້ເຫຍື້ອ ເພື່ອຈະໄດ້ອົງພຣະຄຣິດມາເປັນປະໂຫຍດແກ່ເຮົາ
ພວກເຈົ້າກໍຮູ້ແລ້ວວ່າ ພວກເຮົາໄດ້ຮັບການຂົ່ມເຫັງ ແລະການປະຈານຢ່າງໃດ ໃນເມືອງຟີລິບປອຍ ກ່ອນທີ່ພວກເຮົາມາຫາພວກເຈົ້າໃນເມືອງເທສະໂລນິກ ເຖິງແມ່ນວ່າມີການຕໍ່ຕ້ານຢ່າງຫລວງຫລາຍຢູ່ໃນທີ່ນັ້ນກໍຕາມ ພຣະເຈົ້າຂອງພວກເຮົາກໍໄດ້ປະທານໃຈກ້າຫານແກ່ພວກເຮົາ ເພື່ອປະກາດຂ່າວປະເສີດທີ່ມາຈາກພຣະອົງແກ່ພວກເຈົ້າ.
ແລ້ວຂ້າພະເຈົ້າໄດ້ກົ້ມຕົວລົງໃກ້ຕີນພວກເທວະດາ ເພື່ອຈະຂາບໄຫວ້ເພິ່ນ ແຕ່ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຜູ້ຮັບໃຊ້ຮ່ວມກັນກັບທ່ານ ແລະຮ່ວມກັບພີ່ນ້ອງຂອງທ່ານ ທີ່ຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ ຈົ່ງນະມັດສະການພຣະເຈົ້າເທີ້ນ. ເພາະວ່າເນື້ອຄວາມຂອງການປະກາດພຣະທຳ ກໍເປັນຄຳພະຍານຝ່າຍພຣະເຢຊູເຈົ້າ.”