16 ພວກເຂົາໄດ້ເຂົ້າປະຈຳໜ້າທີ່ຂອງຕົນໃນພຣະວິຫານ ຕາມຄຳແນະນຳທີ່ມີຢູ່ໃນກົດບັນຍັດຂອງໂມເຊຄົນຂອງພຣະເຈົ້າ. ຊາວເລວີໄດ້ນຳເລືອດສັດສຳລັບບູຊານັ້ນມາໃຫ້ປະໂຣຫິດຊິດໃສ່ແທ່ນບູຊາ.