Biblia Todo Logo
Online Bible

- Advertisements -




ຟີລິບປອຍ 4:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ຈົ່ງ​ໃຫ້​ຄວາມ​ສຸພາບອ່ອນໂຍນ​ຂອງ​ພວກເຈົ້າ​ທັງຫລາຍ​ປາກົດ​ແກ່​ຄົນ​ທັງປວງ. ອົງພຣະຜູ້ເປັນເຈົ້າ​ຢູ່​ໃກ້​ແລ້ວ.

See the chapter Copy

ພຣະຄຳພີສັກສິ

5 ຈົ່ງ​ໃຫ້​ໃຈ​ອ່ອນສຸພາບ​ຂອງ​ເຈົ້າ​ທັງຫລາຍ​ປາກົດ​ແກ່​ຄົນ​ທັງປວງ ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຢູ່​ໃກ້​ແລ້ວ.

See the chapter Copy




ຟີລິບປອຍ 4:5
25 Cross References  

“ດ້ວຍເຫດນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ກະວົນກະວາຍ​ເຖິງ​ຊີວິດ​ຂອງ​ຕົນ​ວ່າ, ຈະ​ກິນ​ຫຍັງ ຫລື ຈະ​ດື່ມ​ຫຍັງ ຫລື ກະວົນກະວາຍ​ເຖິງ​ຮ່າງກາຍ​ຂອງ​ຕົນ​ວ່າ, ຈະ​ນຸ່ງຫົ່ມ​ຫຍັງ. ຊີວິດ​ມີ​ຄ່າ​ຫລາຍ​ກວ່າ​ອາຫານ ແລະ ຮ່າງກາຍ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ເຄື່ອງນຸ່ງຫົ່ມ​ບໍ່​ແມ່ນ​ບໍ?


ເຫດສະນັ້ນ ຢ່າ​ກະວົນກະວາຍ​ເຖິງ​ມື້ອື່ນ ເພາະ​ມື້ອື່ນ​ກໍ​ຈະ​ມີ​ເລື່ອງ​ກະວົນກະວາຍ​ແລ້ວ. ແຕ່​ລະ​ວັນ​ກໍ​ມີ​ຄວາມທຸກ​ພໍ​ແລ້ວ.


“ຈົ່ງ​ລະວັງ​ໃຫ້​ດີ, ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ຈົມ​ຢູ່​ກັບ​ການ​ກິນລ້ຽງ, ດື່ມ​ເຫລົ້າ​ມຶນເມົາ ແລະ ຄວາມກັງວົນ​ຂອງ​ຊີວິດ ແລະ ວັນ​ນັ້ນ​ກໍ​ຈະ​ມາ​ເຖິງ​ພວກເຈົ້າ​ຢ່າງ​ໄວ​ເໝືອນ​ກັບ​ບ້ວງແຮ້ວ.


ຖ້າ​ຜູ້ໃດ​ບໍ່​ຮັກ​ອົງພຣະຜູ້ເປັນເຈົ້າ, ຂໍ​ໃຫ້​ຜູ້​ນັ້ນ​ຖືກ​ສາບແຊ່ງ! ອົງພຣະຜູ້ເປັນເຈົ້າ ໂຜດ​ມາ​ເທີ້ນ!


ແທ້ຈິງ​ແລ້ວ ທີ່​ພວກເຈົ້າ​ມີ​ຄະດີຄວາມ​ກັນ​ໃນ​ທ່າມກາງ​ພວກເຈົ້າ ກໍ​ໝາຍຄວາມ​ວ່າ​ພວກເຈົ້າ​ໄດ້​ພ່າຍແພ້​ຢ່າງ​ສິ້ນເຊີງ​ແລ້ວ. ເປັນຫຍັງ​ຈຶ່ງ​ບໍ່​ຍອມ​ເປັນ​ຝ່າຍ​ຜິດ? ເປັນຫຍັງ​ຈຶ່ງ​ບໍ່​ຍອມ​ເປັນ​ຝ່າຍ​ຖືກ​ສໍ້ໂກງ?


ເຫດສະນັ້ນ, ຖ້າ​ສິ່ງ​ທີ່​ເຮົາ​ກິນ​ເປັນຕົ້ນເຫດ​ໃຫ້​ພີ່ນ້ອງ​ຕ້ອງ​ລົ້ມລົງ​ໃນ​ຄວາມບາບ, ເຮົາ​ກໍ​ຈະ​ບໍ່​ກິນ​ຊີ້ນ​ຕະຫລອດໄປ, ເພື່ອ​ວ່າ​ເຮົາ​ຈະ​ບໍ່​ເປັນເຫດ​ໃຫ້​ພວກເຂົາ​ລົ້ມລົງ.


ຜູ້​ເຂົ້າ​ແຂ່ງຂັນ​ກິລາ​ທຸກຄົນ​ກໍ​ຜ່ານ​ການ​ຝຶກຊ້ອມ​ຢ່າງ​ເຄັ່ງຄັດ. ພວກເຂົາ​ເຮັດ​ຢ່າງນັ້ນ​ເພື່ອ​ຈະ​ໄດ້​ມົງກຸດ​ທີ່​ບໍ່ຍືນຍົງ, ສ່ວນ​ເຮົາ​ເຮັດ​ເພື່ອ​ຈະໄດ້​ມົງກຸດ​ທີ່​ຍືນຍົງ​ຕະລອດໄປ.


ເຮົາ​ຂໍຮ້ອງ​ພວກເຈົ້າ​ດ້ວຍ​ຄວາມຖ່ອມໃຈ ແລະ ອ່ອນ​ສຸພາບ​ຂອງ​ພຣະຄຣິດເຈົ້າ, ເຮົາ​ຄື​ໂປໂລ ຜູ້​ທີ່​ພວກເຈົ້າ​ທັງຫລາຍ​ບອກ​ວ່າ “ຂີ້ຢ້ານ” ເມື່ອ​ຢູ່​ຕໍ່ໜ້າ​ພວກເຈົ້າ ແຕ່ “ກ້າຫານ” ເມື່ອ​ຢູ່​ຫ່າງໄກ​ຈາກ​ພວກເຈົ້າ!


ຢ່າ​ຫວັ່ນໄຫວ​ງ່າຍ ຫລື ຕື່ນ​ຕົກໃຈ​ກັບ​ຄຳສັ່ງສອນ​ທີ່​ອ້າງ​ວ່າ​ມາ​ຈາກ​ພວກເຮົາ ບໍ່​ວ່າ​ໂດຍ​ຖ້ອຍຄຳ​ເຜີຍ​ພຣະຄຳ ຫລື ໂດຍ​ຄຳເວົ້າ​ທີ່​ອອກ​ຈາກ​ປາກ ຫລື ໂດຍ​ຈົດໝາຍ​ທີ່​ອ້າງ​ວ່າ​ມາ​ຈາກ​ພວກເຮົາ ເຊິ່ງ​ລະບຸ​ວ່າ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ​ມາ​ເຖິງ​ແລ້ວ.


ບໍ່​ໃສ່ຮ້າຍ​ປ້າຍສີ​ຜູ້ໃດ, ມັກ​ຄວາມສະຫງົບ, ເຫັນໃຈ​ຄົນ​ອື່ນ ແລະ ສຸພາບອ່ອນໂຍນ​ຕໍ່​ທຸກຄົນ.


ຢ່າ​ໃຫ້​ພວກເຮົາ​ປະ​ການ​ປະຊຸມ​ກັນ​ເໝືອນດັ່ງ​ບາງ​ຄົນ​ເຮັດ​ເປັນ​ປະຈຳ, ແຕ່​ໃຫ້​ພວກເຮົາ​ໜູນໃຈ​ກັນ​ຫລາຍ​ຂຶ້ນ ແລະ ເຮັດ​ຢ່າງ​ນັ້ນ​ໃຫ້​ຫລາຍ​ຂຶ້ນ​ອີກ ເພາະ​ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ວັນ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.


ເພາະວ່າ, “ໃນ​ອີກ​ບໍ່​ດົນ, ພຣະອົງ​ຜູ້​ທີ່​ກຳລັງ​ມາ​ກໍ​ຈະ​ມາ​ເຖິງ ແລະ ຈະ​ບໍ່​ຊັກຊ້າ”.


ພວກເພິ່ນ​ພະຍາຍາມ​ຄົ້ນຫາ​ວ່າ​ສິ່ງ​ທີ່​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ພວກເພິ່ນ​ໄດ້​ບົ່ງ​ໄວ້​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ ແລະ ຈະ​ເກີດຂຶ້ນ​ຢ່າງໃດ ເມື່ອ​ພຣະອົງ​ໄດ້​ທຳນວາຍ​ເຖິງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເຖິງ​ສະຫງ່າລາສີ​ທີ່​ຈະ​ຕາມ​ມາ​ນັ້ນ.


ເວລາ​ສຸດທ້າຍ​ຂອງ​ສິ່ງ​ທັງໝົດ​ນີ້​ໃກ້​ຈະ​ມາ​ເຖິງ​ແລ້ວ. ເຫດສະນັ້ນ ຈົ່ງ​ມີ​ສະຕິ ແລະ ຮູ້​ຈັກ​ບັງຄັບ​ຕົນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ອະທິຖານ.


ພຣະອົງ​ຜູ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ກ່າວ​ວ່າ, “ແນ່ນອນ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້”. ອາແມນ. ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຂໍ​ມາ​ເຖີດ.


“ເບິ່ງແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ຄວາມສຸກ​ມີ​ແກ່​ຜູ້​ທີ່​ຖື​ຮັກສາ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສືມ້ວນ​ນີ້”.


Follow us:

Advertisements


Advertisements