Biblia Todo Logo
Online Bible

- Advertisements -




ຟີລິບປອຍ 4:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ຈົ່ງ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ​ທຸກ​ເວລາ. ເຮົາ​ຂໍ​ຢ້ຳ​ອີກ​ວ່າ: ຈົ່ງ​ຊື່ນຊົມຍິນດີ!

See the chapter Copy

ພຣະຄຳພີສັກສິ

4 ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ທຸກ​ເວລາ ເຮົາ​ຂໍ​ຢໍ້າ​ອີກ​ວ່າ ຈົ່ງ​ຊົມຊື່ນ​ຍິນດີ​ເທີ້ນ.

See the chapter Copy




ຟີລິບປອຍ 4:4
18 Cross References  

ຈົ່ງ​ຊື່ນຊົມຍິນດີ ແລະ ຈົ່ງ​ຍິນດີ, ເພາະ​ບຳເໜັດ​ອັນ​ຍິ່ງໃຫຍ່​ຂອງ​ພວກເຈົ້າ​ຢູ່​ໃນ​ສະຫວັນ, ເພາະ​ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ພວກເຂົາ​ຂົ່ມເຫັງ​ຢ່າງ​ດຽວ​ກັນ​ນີ້.


ປະມານ​ທ່ຽງຄືນ ໂປໂລ​ກັບ​ຊີລາ ກຳລັງ​ພາກັນ​ອະທິຖານ ແລະ ຮ້ອງເພງ​ສັນລະເສີນ​ພຣະເຈົ້າ ແລະ ພວກນັກໂທດ​ຄົນ​ອື່ນໆ​ກໍ​ຟັງ​ຢູ່.


ພວກ​ອັກຄະສາວົກ​ໄດ້​ອອກ​ຈາກ​ສະພາ​ແຊນເຮດຣິນ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ເພາະ​ພວກເພິ່ນ​ຖື​ວ່າ​ຄຸ້ມຄ່າ​ທີ່​ໄດ້​ທົນທຸກ​ອັບອາຍ​ເພາະ​ເຫັນ​ແກ່​ນາມ​ນັ້ນ.


ຈົ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ ຈົ່ງ​ອົດທົນ​ຕໍ່​ຄວາມຍາກລໍາບາກ ແລະ ຈົ່ງ​ສັດຊື່​ໃນ​ການ​ອະທິຖານ.


ເຕັມ​ດ້ວຍ​ຄວາມທຸກໂສກ ແຕ່​ກໍ​ຍັງ​ຊື່ນຊົມຍິນດີ​ສະເໝີ; ທຸກຍາກ ແຕ່​ກໍ​ຍັງ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ແລະ ບໍ່​ມີ​ອັນໃດ ແຕ່​ກໍ​ຍັງ​ເປັນ​ເຈົ້າຂອງ​ທຸກສິ່ງ.


ແຕ່​ຖ້າຫາກ​ວ່າ​ພວກເຮົາ ຫລື ເທວະດາ​ຈາກ​ສະຫວັນ​ຈະ​ປະກາດ​ຂ່າວປະເສີດ​ອື່ນ ເຊິ່ງ​ແຕກຕ່າງ​ໄປ​ຈາກ​ຂ່າວປະເສີດ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ, ກໍ​ໃຫ້​ພວກເຂົາ​ຢູ່​ໃຕ້​ການສາບແຊ່ງ​ຂອງ​ພຣະເຈົ້າ!


ດັ່ງນັ້ນ ພວກເຈົ້າ​ກໍ​ເໝືອນກັນ​ຄວນ​ຈະ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ເຮົາ​ດ້ວຍ.


ນອກຈາກ​ນີ້, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ! ບໍ່​ເປັນ​ການ​ລຳບາກ​ສຳລັບ​ເຮົາ​ເລີຍ​ທີ່​ຈະ​ຂຽນ​ເລື່ອງ​ດຽວ​ກັນ​ເຖິງ​ພວກເຈົ້າ​ອີກ ແລະ ເລື່ອງ​ນີ້​ກໍ​ເປັນ​ການ​ປ້ອງກັນ​ພວກເຈົ້າ​ດ້ວຍ.


ແຕ່​ຈົ່ງ​ຊື່ນຊົມຍິນດີ​ທີ່​ໄດ້​ຮ່ວມ​ໃນ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ເພື່ອ​ພວກເຈົ້າ​ຈະ​ໄດ້​ຊື່ນຊົມຍິນດີ​ຢ່າງ​ລົ້ນເຫລືອ​ເມື່ອ​ສະຫງ່າລາສີ​ຂອງ​ພຣະອົງ​ມາ​ປາກົດ.


Follow us:

Advertisements


Advertisements