ຟີລິບປອຍ 4:3 - ພຣະຄຳພີລາວສະບັບສະໄໝໃໝ່3 ແລະ ເຮົາຂໍຮ້ອງພວກເຈົ້າຜູ້ເປັນເພື່ອນຮ່ວມງານທີ່ແທ້ຈິງຂອງເຮົາ, ໃຫ້ຊ່ວຍເຫລືອແມ່ຍິງເຫລົ່ານີ້ ເພາະພວກເຂົາໄດ້ຕໍ່ສູ້ຄຽງຂ້າງເຮົາໃນວຽກງານຂ່າວປະເສີດ ພ້ອມທັງກະເລເມ ແລະ ເພື່ອນຮ່ວມງານຄົນອື່ນໆຂອງເຮົາດ້ວຍ ຄົນເຫລົ່ານີ້ມີຊື່ຢູ່ໃນທະບຽນແຫ່ງຊີວິດແລ້ວ. See the chapterພຣະຄຳພີສັກສິ3 ເຮົາຂໍຮ້ອງພວກເຈົ້າ ຜູ້ເປັນເພື່ອນຮ່ວມງານທີ່ສັດຊື່ຂອງເຮົາແທ້ໆ ເຮົາຢາກໃຫ້ເຈົ້າຊ່ວຍເຫລືອຍິງທັງສອງຄົນນີ້ ເພາະພວກເຂົາໄດ້ເຮັດວຽກຢ່າງໜັກໜ່ວງກັບເຮົາ ໃນວຽກງານຂ່າວປະເສີດຮ່ວມກັບກະເລເມ ແລະເພື່ອນຮ່ວມງານຄົນອື່ນໆຂອງເຮົາດ້ວຍ ຊຶ່ງຊື່ຂອງເຂົາທັງຫລາຍມີຢູ່ໃນທະບຽນແຫ່ງຊີວິດແລ້ວ. See the chapter |
ບໍ່ວ່າສິ່ງໃດຈະເກີດຂຶ້ນ, ພວກເຈົ້າຈົ່ງປະພຶດຕົນໃຫ້ສົມກັບຂ່າວປະເສີດຂອງພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່ວ່າເຮົາຈະມາຫາພວກເຈົ້າ ຫລື ພຽງແຕ່ໄດ້ຍິນກ່ຽວກັບພວກເຈົ້າໃນຂະນະທີ່ເຮົາບໍ່ຢູ່ກໍຕາມ, ເຮົາຈະຮູ້ວ່າພວກເຈົ້າຕັ້ງໝັ້ນຄົງໃນພຣະວິນຍານອົງດຽວກັນ, ຕໍ່ສູ້ຮ່ວມກັນເໝືອນເປັນຄົນດຽວກັນເພື່ອຄວາມເຊື່ອແຫ່ງຂ່າວປະເສີດ
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຄັ້ງໜຶ່ງເຄີຍມີຊີວິດຢູ່ ແຕ່ບັດນີ້ບໍ່ມີຊີວິດຢູ່, ມັນຈະຂຶ້ນມາຈາກເຫວເລິກ ແລະ ໄປສູ່ຄວາມຈິບຫາຍຂອງມັນ. ຄົນທັງຫລາຍທີ່ຢູ່ແຜ່ນດິນໂລກຜູ້ທີ່ບໍ່ມີຊື່ຢູ່ໃນໜັງສືແຫ່ງຊີວິດຕັ້ງແຕ່ສ້າງໂລກຈະປະຫລາດໃຈເມື່ອພວກເຂົາໄດ້ເຫັນສັດຮ້າຍນີ້, ເພາະຄັ້ງໜຶ່ງມັນເຄີຍມີຊີວິດຢູ່ ແລະ ບັດນີ້ບໍ່ມີຊີວິດຢູ່, ແຕ່ມັນຈະມາໃນອະນາຄົດ.
ແລະ ຂ້າພະເຈົ້າໄດ້ເຫັນບັນດາທີ່ຄົນຕາຍແລ້ວ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍຢືນຢູ່ຕໍ່ໜ້າບັນລັງ ແລະ ໜັງສືຕ່າງໆກໍໄດ້ເປີດອອກ. ມີໜັງສືອີກເຫລັ້ມໜຶ່ງກໍໄດ້ເປີດອອກເໝືອນກັນ ເຊິ່ງເປັນໜັງສືແຫ່ງຊີວິດ. ຜູ້ທີ່ຕາຍແລ້ວກໍຖືກພິພາກສາຕາມການກະທຳທີ່ພວກເຂົາໄດ້ເຮັດຕາມທີ່ໄດ້ບັນທຶກໄວ້ໃນໜັງສືເຫລົ່ານັ້ນ.