Biblia Todo Logo
Online Bible

- Advertisements -




ຟີລິບປອຍ 4:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຄົນ​ຂອງ​ພຣະເຈົ້າ​ທຸກຄົນ ໃນ​ພຣະເຢຊູຄຣິດເຈົ້າ. ບັນດາ​ພີ່ນ້ອງ​ທັງຫລາຍ​ຜູ້​ທີ່​ຢູ່​ກັບ​ເຮົາ​ກໍ​ສົ່ງ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ.

See the chapter Copy

ພຣະຄຳພີສັກສິ

21 ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ ໃນ​ພຣະຄຣິດເຈົ້າ​ເຢຊູ ພີ່ນ້ອງ​ທັງຫລາຍ​ທີ່​ຢູ່​ກັບ​ເຮົາ ກໍ​ສົ່ງ​ຄວາມ​ຄິດເຖິງ​ມາ​ດ້ວຍ.

See the chapter Copy




ຟີລິບປອຍ 4:21
11 Cross References  

ແລະ ຖ້າ​ພວກເຈົ້າ​ຕ້ອນຮັບ​ສະເພາະ​ແຕ່​ພວກ​ພີ່ນ້ອງ​ຂອງ​ຕົນ​ເທົ່ານັ້ນ ພວກເຈົ້າ​ເຮັດ​ຫຍັງ​ດີ​ຫລາຍ​ກວ່າ​ຄົນ​ອື່ນ​ແດ່? ແມ່ນ​ແຕ່​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ?


ເຖິງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ຜູ້​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ຄົນ​ທີ່​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ​ກັນ​ກັບ​ຄົນ​ທັງໝົດ​ໃນ​ທຸກແຫ່ງຫົນ​ທີ່​ຮ້ອງອອກ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຂົາ ແລະ ຂອງ​ພວກເຮົາ:


ແລະ ພີ່ນ້ອງ​ທຸກຄົນ​ທີ່​ຢູ່​ກັບ​ເຮົາ, ເຖິງ​ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ຄາລາເຕຍ:


ແຕ່​ເຖິງ​ປານ​ນັ້ນ ແມ່ນ​ແຕ່​ຕີໂຕ​ຜູ້​ທີ່​ຢູ່​ກັບ​ເຮົາ​ກໍ​ບໍ່​ໄດ້​ຖືກ​ບັງຄັບ​ໃຫ້​ຮັບ​ພິທີຕັດ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ຄົນກຣີກ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນໜຶ່ງ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ທີ່​ເມືອງ​ເອເຟໂຊ, ຜູ້​ສັດຊື່​ໃນ​ພຣະຄຣິດເຈົ້າເຢຊູ:


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ:


ແລ້ວ​ສັນຕິສຸກ​ຂອງ​ພຣະເຈົ້າ​ທີ່​ເກີນ​ຄວາມເຂົ້າໃຈ​ທັງໝົດ​ຈະ​ເຝົ້າຮັກສາ​ຈິດໃຈ ແລະ ຄວາມຄິດ​ຂອງ​ພວກເຈົ້າ​ທັງຫລາຍ​ໄວ້​ໃນ​ພຣະຄຣິດເຈົ້າເຢຊູ.


Follow us:

Advertisements


Advertisements