Biblia Todo Logo
Online Bible

- Advertisements -




ຟີລິບປອຍ 4:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ບໍ່​ແມ່ນ​ວ່າ​ເຮົາ​ປາຖະໜາ​ຢາກ​ໄດ້​ຂອງຖວາຍ​ຈາກ​ພວກເຈົ້າ; ແຕ່​ເຮົາ​ປາຖະໜາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຜົນ​ກຳໄລ​ເພີ່ມ​ຂຶ້ນ​ໃນ​ບັນຊີ​ຂອງ​ພວກເຈົ້າ.

See the chapter Copy

ພຣະຄຳພີສັກສິ

17 ບໍ່ແມ່ນ​ວ່າ​ເຮົາ​ປາຖະໜາ​ຈະ​ໄດ້​ຮັບ​ຂອງ​ຖວາຍ​ຈາກ​ເຈົ້າ​ທັງຫລາຍ ແຕ່​ເຮົາ​ປາຖະໜາ​ຢາກ​ໃຫ້​ພວກເຈົ້າ ໄດ້​ຜົນ​ກຳໄລ​ເພີ່ມ​ຂຶ້ນ​ໃນ​ບັນຊີ​ຂອງ​ພວກເຈົ້າ.

See the chapter Copy




ຟີລິບປອຍ 4:17
26 Cross References  

ບໍ່​ແມ່ນ​ພວກເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ ໄດ້​ແຕ່ງຕັ້ງ​ພວກເຈົ້າ​ໃຫ້​ໄປ ແລະ ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ. ເພື່ອວ່າ​ເມື່ອ​ພວກເຈົ້າ​ຈະ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ເມື່ອ​ພວກເຈົ້າ​ເກີດຜົນ​ຫລາຍ​ກໍ​ເປັນ​ການ​ຖວາຍ​ກຽດ​ແກ່​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ເປັນ​ການ​ສະແດງ​ໃຫ້​ເຫັນ​ວ່າ​ພວກເຈົ້າ​ເອງ​ເປັນ​ສາວົກ​ຂອງ​ເຮົາ.


ດັ່ງນັ້ນ ຫລັງຈາກ​ສຳເລັດ​ພາລະກິດ​ນີ້ ແລະ ເບິ່ງແຍງ​ຈົນ​ແນ່ໃຈ​ວ່າ​ພວກພີ່ນ້ອງ​ໄດ້​ຮັບ​ເຄື່ອງຊ່ວຍເຫລືອ​ນີ້​ຮຽບຮ້ອຍ​ແລ້ວ ເຮົາ​ກໍ​ຈະ​ໄປ​ປະເທດ​ສະເປນ ແລະ ແວ່​ຢ້ຽມຢາມ​ພວກເຈົ້າ​ໃນ​ລະຫວ່າງ​ທາງ.


ເຮົາ​ຂໍ​ຢ້ຳ​ອີກ​ວ່າ: ຢ່າ​ຄິດ​ວ່າ​ເຮົາ​ເປັນ​ຄົນໂງ່. ແຕ່​ຖ້າ​ພວກເຈົ້າ​ຄິດ​ຢ່າງນັ້ນ ກໍ​ຈົ່ງ​ອົດທົນ​ຕໍ່​ເຮົາ​ເໝືອນ​ດັ່ງ​ທີ່​ພວກເຈົ້າ​ຈະ​ເປັນ​ຄົນໂງ່, ເພື່ອ​ເຮົາ​ຈະ​ໄດ້​ອວດ​ຈັກ​ໜ້ອຍໜຶ່ງ.


ດັ່ງນັ້ນ ເຮົາ​ຈຶ່ງ​ຄິດ​ວ່າ​ຈຳເປັນ​ຕ້ອງ​ຂໍຮ້ອງ​ພີ່ນ້ອງ​ເຫລົ່ານັ້ນ​ໃຫ້​ມາຫາ​ພວກເຈົ້າ​ລ່ວງໜ້າ ແລະ ຈັດຕຽມ​ເຄື່ອງບໍລິຈາກ​ດ້ວຍ​ໃຈກວ້າງຂວາງ​ໄວ້​ໃຫ້​ຮຽບຮ້ອຍ​ຕາມ​ທີ່​ພວກເຈົ້າ​ໄດ້​ສັນຍາ​ໄວ້. ແລ້ວ​ເຄື່ອງບໍລິຈາກ​ນີ້​ກໍ​ຈະ​ຕຽມພ້ອມ​ໄວ້​ເພື່ອ​ເປັນ​ເຄື່ອງບໍລິຈາກ​ທີ່​ໃຫ້​ດ້ວຍ​ໃຈກວ້າງຂວາງ, ບໍ່ແມ່ນ​ເປັນ​ເຄື່ອງບໍລິຈາກ​ທີ່​ໃຫ້​ດ້ວຍ​ການຝືນໃຈ.


ເຊິ່ງ​ເຕັມລົ້ນ​ດ້ວຍ​ຜົນ​ຂອງ​ຄວາມຊອບທຳ​ທີ່​ມາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ ເພື່ອ​ສະຫງ່າລາສີ ແລະ ການສັນລະເສີນ​ພຣະເຈົ້າ.


ເຮົາ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ເຮົາ​ກຳລັງ​ຂັດສົນ, ເພາະ​ເຮົາ​ຮຽນຮູ້​ທີ່​ຈະ​ພໍໃຈ​ບໍ່​ວ່າ​ຈະ​ຢູ່​ໃນ​ສະຖານະການ​ໃດ.


ພວກເຈົ້າ​ກໍ​ຮູ້​ດີ​ວ່າ​ພວກເຮົາ​ບໍ່​ເຄີຍ​ໃຊ້​ຄຳ​ຍ້ອງ ຫລື ໃສ່​ໜ້າກາກ​ປິດບັງ​ຄວາມໂລບ​ໄວ້ ພຣະເຈົ້າ​ເປັນ​ພະຍານ​ໃຫ້​ພວກເຮົາ​ໄດ້.


ບໍ່​ດື່ມເຫລົ້າ​ມຶນເມົາ, ບໍ່​ຮຸນແຮງ​ແຕ່​ສຸພາບອ່ອນໂຍນ, ບໍ່​ເປັນ​ຄົນ​ມັກ​ຜິດຖຽງກັນ, ບໍ່ເປັນຄົນຮັກເງິນ.


ເພາະວ່າ​ການຮັກເງິນ​ເປັນ​ຮາກເຫງົ້າ​ຂອງ​ຄວາມຊົ່ວ​ທຸກຢ່າງ. ເພາະ​ການ​ເຫັນ​ແກ່​ເງິນ​ນີ້​ແຫລະ​ບາງຄົນ​ຈຶ່ງ​ຫລົງ​ອອກໄປ​ຈາກ​ຄວາມເຊື່ອ ແລະ ແທງ​ຕົນ​ເອງ​ດ້ວຍ​ຄວາມເຈັບປວດ​ຫລາຍ​ຢ່າງ.


ເພາະວ່າ​ຜູ້ດູແລ​ຮັບຜິດຊອບ​ຄອບຄົວ​ຂອງ​ພຣະເຈົ້າ ລາວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີຕຳໜິ, ບໍ່​ເອົາ​ແຕ່​ໃຈ, ບໍ່​ເປັນ​ຄົນ​ເລືອດຮ້ອນ, ບໍ່​ເປັນ​ຄົນ​ເມົາເຫລົ້າ, ບໍ່​ໃຊ້​ຄວາມຮຸນແຮງ, ບໍ່​ເປັນ​ຄົນໂລບ​ຫາ​ກຳໄລ​ໃນ​ທາງ​ທີ່​ບໍ່​ສັດຊື່


ຄົນ​ຂອງ​ພວກເຮົາ​ຕ້ອງ​ຮຽນຮູ້​ທີ່​ຈະ​ອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈໍາເປັນ​ໃນ​ຊີວິດ​ປະຈໍາວັນ​ໃຫ້​ຜູ້ອື່ນ ແລະ ເພື່ອ​ຈະ​ບໍ່​ດຳເນີນຊີວິດ​ຢ່າງ​ໄຮ້ປະໂຫຍດ.


ພຣະເຈົ້າ​ຍຸຕິທຳ, ພຣະອົງ​ຈະ​ບໍ່​ລືມ​ການງານ​ທີ່​ພວກເຈົ້າ​ເຮັດ ແລະ ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ອອກ​ໃຫ້​ພຣະອົງ​ເຫັນ ຄື​ການ​ທີ່​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂອງ​ພຣະອົງ ແລະ ຍັງ​ຊ່ວຍເຫລືອ​ພວກເຂົາ​ຕໍ່ໄປ


ຈົ່ງ​ລ້ຽງ​ຝູງ​ແກະ​ຂອງ​ພຣະເຈົ້າ​ໃຫ້​ຢູ່​ໃນ​ຄວາມຮັບຜິດຊອບ​ເບິ່ງແຍງ​ຂອງ​ພວກເຈົ້າ, ໃຫ້​ເບິ່ງແຍງ​ພວກເຂົາ​ບໍ່​ແມ່ນ​ຍ້ອນ​ວ່າ​ພວກເຈົ້າ​ຈໍາເປັນ​ຕ້ອງ​ເຮັດ ແຕ່​ຍ້ອນ​ວ່າ​ພວກເຈົ້າ​ເຕັມໃຈ​ທີ່​ຈະ​ເຮັດ​ຕາມ​ທີ່​ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ເປັນ, ບໍ່​ແມ່ນ​ເຮັດ​ເພື່ອ​ຫາ​ຜົນປະໂຫຍດ​ດ້ວຍ​ຄວາມບໍ່ສັດຊື່, ແຕ່​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ຮັບໃຊ້,


ພວກເຂົາ​ປະຖິ້ມ​ທາງ​ທີ່​ຊື່ ແລະ ຫລົງ​ໄປ​ຕາມ​ທາງ​ຂອງ​ບາລາອາມ​ລູກ​ຂອງ​ເບອໍ ຜູ້​ທີ່​ມັກ​ຄ່າຈ້າງ​ຂອງ​ຄວາມ​ຊົ່ວຮ້າຍ.


ດ້ວຍ​ຄວາມໂລບ​ຂອງ​ພວກເຂົາ​ນັ້ນ ພວກຄູສອນ​ເຫລົ່ານີ້​ຈະ​ແຕ່ງ​ເລື່ອງ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ຂູດຮີດ​ພວກເຈົ້າ. ຄຳພິພາກສາ​ລົງໂທດ​ຂອງ​ພວກເຂົາ​ກໍ​ຖືກ​ຫ້ອຍ​ຢູ່​ເທິງ​ພວກເຂົາ​ດົນນານ​ມາ​ແລ້ວ ແລະ ຄວາມຈິບຫາຍ​ຂອງ​ພວກເຂົາ​ກໍ​ບໍ່​ໄດ້​ຫລັບ​ຢູ່.


ວິບັດ​ແກ່​ພວກເຂົາ! ພວກເຂົາ​ໄດ້​ດຳເນີນ​ຕາມ​ແນວທາງ​ຂອງ​ກາອິນ ພວກເຂົາ​ໄດ້​ປ່ອຍ​ໃຫ້​ຕົນເອງ​ເຂົ້າ​ສູ່​ຄວາມຜິດພາດ​ຂອງ​ບາລາອາມ ເພາະ​ເຫັນ​ແກ່​ຜົນປະໂຫຍດ ພວກເຂົາ​ໄດ້​ຖືກ​ທຳລາຍ​ໄປ​ໃນ​ການກະບົດ​ຂອງ​ໂກຣາ.


Follow us:

Advertisements


Advertisements