Biblia Todo Logo
Online Bible

- Advertisements -




ຟີລິບປອຍ 4:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ຫລາຍກວ່ານັ້ນ, ຕາມ​ທີ່​ພວກເຈົ້າ​ຊາວຟີລິບປອຍ​ກໍ​ຮູ້, ໃນ​ຕອນ​ທີ່​ພວກເຈົ້າ​ໄດ້​ຮູ້ຈັກ​ຂ່າວປະເສີດ​ທຳອິດ​ນັ້ນ, ຄື​ເມື່ອ​ເຮົາ​ໄດ້​ອອກ​ເດີນທາງ​ຈາກ​ແຂວງ​ມາເກໂດເນຍ​ໄປ​ນັ້ນ, ບໍ່​ມີ​ຄຣິສຕະຈັກ​ໃດ​ມີ​ສ່ວນຮ່ວມ​ໃນ​ລາຍຈ່າຍ ແລະ ລາຍໄດ້​ຂອງ​ເຮົາ​ເລີຍ, ຍົກເວັ້ນ​ພວກເຈົ້າ​ເທົ່ານັ້ນ;

See the chapter Copy

ພຣະຄຳພີສັກສິ

15 ພວກເຈົ້າ​ຊາວ​ຟີລິບປອຍ​ເອີຍ, ພວກເຈົ້າ​ກໍ​ຮູ້​ດີ​ຢູ່​ວ່າ ການ​ປະກາດ​ຂ່າວປະເສີດ​ໃນ​ຄັ້ງ​ທຳອິດ​ນັ້ນ ຄື​ເມື່ອ​ເຮົາ​ໄດ້​ຈາກ​ແຂວງ​ມາເກໂດເນຍ​ໄປ​ນັ້ນ ແມ່ນ​ພວກເຈົ້າ​ຄຣິສຕະຈັກ​ດຽວ​ເທົ່ານັ້ນ ທີ່​ຊ່ວຍເຫລືອ​ເຮົາ ມີ​ແຕ່​ພວກເຈົ້າ​ເທົ່ານັ້ນ ທີ່​ມີ​ສ່ວນ​ຮ່ວມ​ໃນ​ລາຍໄດ້​ລາຍຈ່າຍ​ກັບ​ເຮົາ.

See the chapter Copy




ຟີລິບປອຍ 4:15
12 Cross References  

ຫລັງຈາກ​ໂປໂລ ແລະ ຊີລາ​ອອກ​ຈາກ​ຄຸກ​ແລ້ວ​ກໍ​ໄດ້​ມາ​ທີ່​ເຮືອນ​ຂອງ​ນາງ​ລີເດຍ, ພວກເພິ່ນ​ໄດ້​ພົບ​ກັບ​ພວກ​ພີ່ນ້ອງ ແລະ ໜູນໃຈ​ພວກເຂົາ​ແລ້ວ​ກໍ​ລາ​ຈາກ​ໄປ.


ເພາະ​ພີ່ນ້ອງ​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ຍິນດີ​ທີ່​ຈະ​ບໍລິຈາກ​ໃຫ້​ແກ່​ຜູ້​ທີ່​ຍາກຈົນ​ໃນ​ທ່າມກາງ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.


ພີ່ນ້ອງ​ທັງຫລາຍ​ເອີຍ, ບັດນີ້​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ແທ້ຈິງ​ແລ້ວ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເຮົາ​ນັ້ນ ກໍ​ເພື່ອ​ເຮັດ​ໃຫ້​ຂ່າວປະເສີດ​ແຜ່ຂະຫຍາຍ​ອອກ​ໄປ.


ຄົນ​ກຸ່ມ​ຕໍ່ມາ​ປະກາດ​ດ້ວຍ​ຄວາມຮັກ, ເພາະ​ຮູ້​ວ່າ​ເຮົາ​ຖືກ​ຂັງ​ຢູ່​ບ່ອນນີ້​ກໍ​ເພື່ອ​ປ້ອງກັນ​ຂ່າວປະເສີດ.


ເພາະວ່າ​ພວກເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ຂ່າວປະເສີດ​ຕັ້ງແຕ່​ມື້​ທຳອິດ​ຈົນ​ມາເຖິງ​ດຽວນີ້,


ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮົາ​ຮູ້ສຶກ​ແບບນີ້​ກັບ​ພວກເຈົ້າ​ທຸກຄົນ, ເນື່ອງຈາກ​ເຮົາ​ມີ​ພວກເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ກຳລັງ​ຖືກ​ລ່າມໂສ້ ຫລື ກຳລັງ​ກ່າວ​ປ້ອງກັນ ແລະ ກຳລັງ​ຢືນຢັນ​ຂ່າວປະເສີດ​ຢູ່​ກໍ​ຕາມ, ພວກເຈົ້າ​ທັງໝົດ​ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຮ່ວມ​ກັບ​ເຮົາ.


ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,


Follow us:

Advertisements


Advertisements