14 ເຖິງປານນັ້ນກໍເປັນຄວາມກະລຸນາຂອງພວກເຈົ້າທີ່ໄດ້ຮ່ວມທຸກກັບເຮົາ.
14 ເຖິງປານນັ້ນ ກໍເປັນຄວາມກະລຸນາຂອງເຈົ້າທັງຫລາຍ ທີ່ໄດ້ຮ່ວມທຸກກັບເຮົາ.
“ນາຍຂອງລາວຕອບວ່າ, ‘ດີຫລາຍ ເຈົ້າເປັນຄົນຮັບໃຊ້ທີ່ດີ ແລະ ສັດຊື່! ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍເຮົາຈະຕັ້ງເຈົ້າໃຫ້ເປັນຜູ້ເບິ່ງແຍງສິ່ງຂອງຫລາຍຢ່າງ, ຈົ່ງມາຮ່ວມຊື່ນຊົມຍິນດີກັບເຮົາ!’
ພວກເຂົາຍິນດີທີ່ຈະເຮັດຢ່າງນັ້ນ ແລະ ຄວາມຈິງແລ້ວພວກເຂົາກໍເປັນໜີ້ພີ່ນ້ອງເຫລົ່ານັ້ນດ້ວຍ ເພາະວ່າຖ້າຄົນຕ່າງຊາດມີສ່ວນຮ່ວມໃນພອນຝ່າຍຈິດວິນຍານຂອງຊາວຢິວ ພວກເຂົາກໍເປັນໜີ້ພີ່ນ້ອງຊາວຢິວ ກໍສົມຄວນທີ່ຈະແບ່ງປັນພອນຝ່າຍວັດຖຸໃຫ້ແກ່ພີ່ນ້ອງເຫລົ່ານັ້ນ.
ເຖິງຢ່າງໃດກໍຕາມ, ຜູ້ທີ່ຮັບຄຳສັ່ງສອນໃນຖ້ອຍຄຳກໍຄວນແບ່ງປັນສິ່ງທີ່ດີທັງປວງໃຫ້ແກ່ຜູ້ສອນຂອງຕົນ.
ເປັນການຖືກຕ້ອງແລ້ວທີ່ເຮົາຮູ້ສຶກແບບນີ້ກັບພວກເຈົ້າທຸກຄົນ, ເນື່ອງຈາກເຮົາມີພວກເຈົ້າຢູ່ໃນຫົວໃຈຂອງເຮົາ, ບໍ່ວ່າເຮົາກຳລັງຖືກລ່າມໂສ້ ຫລື ກຳລັງກ່າວປ້ອງກັນ ແລະ ກຳລັງຢືນຢັນຂ່າວປະເສີດຢູ່ກໍຕາມ, ພວກເຈົ້າທັງໝົດກໍໄດ້ຮັບສ່ວນແບ່ງໃນພຣະຄຸນຂອງພຣະເຈົ້າຮ່ວມກັບເຮົາ.
ເຮົາໄດ້ຮັບຄົບຖ້ວນ ແລະ ໄດ້ຫລາຍເກີນພຽງພໍ. ເຮົາໄດ້ຮັບການສະໜອງໃຫ້ຢ່າງພຽງພໍ, ບັດນີ້ ເຮົາໄດ້ຮັບຂອງຖວາຍທີ່ພວກເຈົ້າໄດ້ສົ່ງມາກັບເອປາໂຟດີໂຕແລ້ວ. ສິ່ງເຫລົ່ານີ້ເປັນຂອງຖວາຍທີ່ມີກິ່ນຫອມ, ເປັນເຄື່ອງບູຊາທີ່ເປັນທີ່ຍອມຮັບ ແລະ ເປັນທີ່ພໍໃຈຕໍ່ພຣະເຈົ້າ.
ຈົ່ງສັ່ງພວກເຂົາເຫລົ່ານັ້ນໃຫ້ເຮັດຄວາມດີ, ຮັ່ງມີໃນການເຮັດຄວາມດີ ແລະ ໃຫ້ມີໃຈເອື້ອເຟື້ອເພື່ອແຜ່ ແລະ ເຕັມໃຈທີ່ຈະແບ່ງປັນ.
ບາງເທື່ອພວກເຈົ້າກໍຖືກດູຖູກ ແລະ ຖືກຂົ່ມເຫັງຕໍ່ໜ້າຄົນທັງຫລາຍ, ບາງເທື່ອພວກເຈົ້າກໍເຂົ້າຢືນຄຽງຂ້າງບັນດາຜູ້ທີ່ຖືກປະຕິບັດຢ່າງນັ້ນດ້ວຍ.
ພວກເຈົ້າທົນທຸກກັບບັນດາຜູ້ທີ່ຢູ່ໃນຄຸກ ແລະ ເມື່ອຖືກຢຶດຊັບສິນພວກເຈົ້າກໍຍອມຮັບດ້ວຍຄວາມຍິນດີ ເພາະພວກເຈົ້າຮູ້ວ່າພວກເຈົ້າເອງມີຊັບສິນທີ່ດີກວ່າ ແລະ ຍືນຍົງກວ່າ.
ຢ່າລືມທີ່ຈະເຮັດຄວາມດີ ແລະ ແບ່ງປັນໃຫ້ແກ່ຜູ້ອື່ນ, ເພາະພຣະເຈົ້າພໍໃຈເຄື່ອງບູຊາຢ່າງນີ້.
ຂ້າພະເຈົ້າຄືໂຢຮັນ ຜູ້ເປັນພີ່ນ້ອງ ແລະ ເປັນເພື່ອນຂອງພວກເຈົ້າ ຜູ້ຮ່ວມໃນການທົນທຸກທໍລະມານ ແລະ ໃນອານາຈັກ ແລະ ໃນອົດທົນອົດກັ້ນທີ່ເກີດຂຶ້ນກັບພວກເຮົາໃນພຣະເຢຊູເຈົ້າ, ຂ້າພະເຈົ້າມາຢູ່ທີ່ເກາະປັດໂມເພາະພຣະຄຳຂອງພຣະເຈົ້າ ແລະ ຄຳພະຍານຂອງພຣະເຢຊູເຈົ້າ.