13 ເຮົາສາມາດເຮັດທຸກສິ່ງໄດ້ໂດຍພຣະອົງຜູ້ໃຫ້ກຳລັງແກ່ເຮົາ.
13 ເຮົາສາມາດສູ້ກັບທຸກສິ່ງໄດ້ໂດຍພຣະອົງຜູ້ຊົງຊູກຳລັງເຮົາ.
ພຣະເຢຊູເຈົ້າກ່າວວ່າ, “ມາແມ”. ດັ່ງນັ້ນ ເປໂຕຈຶ່ງອອກຈາກເຮືອແລ້ວຍ່າງເທິງໜ້ານ້ຳໄປຫາພຣະເຢຊູເຈົ້າ.
ຖ້າພວກເຈົ້າເຂົ້າສະໜິດຢູ່ໃນເຮົາ ແລະ ຖ້ອຍຄຳຂອງເຮົາຝັງຢູ່ໃນພວກເຈົ້າແລ້ວ, ພວກເຈົ້າປາຖະໜາສິ່ງໃດຈົ່ງຂໍ ແລ້ວພວກເຈົ້າຈະໄດ້ຮັບສິ່ງນັ້ນ.
ເຮົາອະທິຖານວ່າຈາກຄວາມອຸດົມສົມບູນອັນຮຸ່ງເຮືອງຂອງພຣະອົງ ຂໍໃຫ້ພຣະອົງເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນດ້ວຍລິດອຳນາດຜ່ານທາງພຣະວິນຍານຂອງພຣະອົງທີ່ຢູ່ພາຍໃນພວກເຈົ້າ,
ສຸດທ້າຍນີ້ ຈົ່ງເຂັ້ມແຂງໃນອົງພຣະຜູ້ເປັນເຈົ້າ ແລະ ໃນລິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ.
ມີກຳລັງເຂັ້ມແຂງຂຶ້ນດ້ວຍລິດອຳນາດອັນຮຸ່ງເຮືອງຂອງພຣະອົງ ເພື່ອວ່າພວກເຈົ້າຈະມີຄວາມອົດທົນ ແລະ ຄວາມພະຍາຍາມຫລາຍຂຶ້ນ,
ເຮົາຂອບພຣະຄຸນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ຜູ້ໃຫ້ກຳລັງແກ່ເຮົາ, ເພາະພຣະອົງເຫັນວ່າເຮົາສັດຊື່ຈຶ່ງແຕ່ງຕັ້ງເຮົາໃຫ້ຮັບໃຊ້ພຣະອົງ.