Biblia Todo Logo
Online Bible

- Advertisements -




ຟີລິບປອຍ 4:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເຮົາ​ຮູ້​ວ່າ​ຍາມ​ຂາດເຂີນ​ເປັນ​ຢ່າງໃດ ແລະ ເຮົາ​ກໍ​ຮູ້​ວ່າ​ຍາມ​ມີ​ຢ່າງ​ອຸດົມສົມບູນ​ເປັນ​ຢ່າງໃດ ແລະ ເຮົາ​ໄດ້​ຮູ້ຈັກ​ຄວາມລັບ​ທີ່​ຈະ​ພໍໃຈ​ໃນ​ສະຖານະການ​ໃດໆ ແລະ ໃນ​ທຸກ​ສະຖານະການ, ບໍ່​ວ່າ​ຈະ​ອີ່ມ ຫລື ອຶດຢາກ, ບໍ່​ວ່າ​ຈະ​ມີຊີວິດ​ໃນ​ຄວາມອຸດົມສົມບູນ ຫລື ໃນ​ຄວາມຂັດສົນ.

See the chapter Copy

ພຣະຄຳພີສັກສິ

12 ເຮົາ​ຮູ້ຈັກ​ທີ່​ຈະ​ປະສົບ​ກັບ​ການ​ຕົກຕໍ່າ ແລະ​ຮູ້ຈັກ​ທີ່​ຈະ​ປະສົບ​ກັບ​ຄວາມ​ອຸດົມສົມບູນ ບໍ່​ວ່າ​ໃນ​ກໍລະນີ​ໃດໆ ເຮົາ​ໄດ້​ຮຽນຮູ້​ເຖິງ​ແງ່​ຄວາມ​ລັບ ທີ່​ຈະ​ປະສົບ​ກັບ​ຄວາມ​ອີ່ມທ້ອງ​ແລະ​ຄວາມ​ອຶດຢາກ ຄວາມ​ສົມບູນ​ພູນ​ສຸກ​ແລະ​ຄວາມ​ຂັດສົນ.

See the chapter Copy




ຟີລິບປອຍ 4:12
15 Cross References  

ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽນ​ຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ ແລະ ຖ່ອມລົງ, ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມເຊົາເມື່ອຍ.


ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ດ້ວຍເຫດນັ້ນ ຄູສອນກົດບັນຍັດ​ທຸກຄົນ​ທີ່​ໄດ້​ຮຽນຮູ້​ເຖິງ​ເລື່ອງ​ອານາຈັກ​ສະຫວັນ ກໍ​ເປັນ​ເໝືອນ​ເຈົ້າຂອງ​ເຮືອນ​ຜູ້​ໜຶ່ງ​ທີ່​ນຳ​ຊັບສົມບັດ​ໃໝ່ ແລະ ຊັບສົມບັດ​ເກົ່າ​ອອກ​ມາ​ຈາກ​ຄັງ​ຂອງ​ຕົນ”.


ເຮົາ​ຂໍຮ້ອງ​ພວກເຈົ້າ​ດ້ວຍ​ຄວາມຖ່ອມໃຈ ແລະ ອ່ອນ​ສຸພາບ​ຂອງ​ພຣະຄຣິດເຈົ້າ, ເຮົາ​ຄື​ໂປໂລ ຜູ້​ທີ່​ພວກເຈົ້າ​ທັງຫລາຍ​ບອກ​ວ່າ “ຂີ້ຢ້ານ” ເມື່ອ​ຢູ່​ຕໍ່ໜ້າ​ພວກເຈົ້າ ແຕ່ “ກ້າຫານ” ເມື່ອ​ຢູ່​ຫ່າງໄກ​ຈາກ​ພວກເຈົ້າ!


ເພາະ​ມີ​ບາງຄົນ​ເວົ້າ​ວ່າ, “ຈົດໝາຍ​ຂອງ​ໂປໂລ​ໜັກແໜ້ນ ແລະ ເດັດດ່ຽວ ແຕ່​ວ່າ​ໃນ​ຕົວ​ເພິ່ນ​ກໍ​ບໍ່​ໜ້າ​ປະທັບໃຈ ແລະ ການເວົ້າ​ຂອງ​ເພິ່ນ​ກໍ​ໃຊ້ການ​ບໍ່​ໄດ້”.


ເຮົາ​ໄດ້​ທຳງານ​ໜັກ ແລະ ລຳບາກ, ອົດ​ນອນ​ຢູ່​ເລື້ອຍ, ເຮົາ​ຮູ້ຈັກ​ການອົດເຂົ້າ​ຫິວນ້ຳ ແລະ ຂາດ​ອາຫານ​ຢູ່​ເລື້ອຍ, ເຮົາ​ຕ້ອງ​ພົບ​ກັບ​ຄວາມໜາວ ແລະ ເປືອຍກາຍ.


ເປັນ​ການ​ເຮັດ​ບາບ​ບໍ​ທີ່​ເຮົາ​ລົດ​ເຮົາ​ເອງ​ລົດ​ຕົວ​ລົງ​ເພື່ອ​ຍົກຊູ​ພວກເຈົ້າ​ຂຶ້ນ​ດ້ວຍ​ການປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ​ໂດຍ​ບໍ່​ຄິດ​ມູນຄ່າ?


ແລະ ເມື່ອ​ເຮົາ​ຢູ່​ກັບ​ພວກເຈົ້າ ແລະ ເມື່ອ​ເຮົາ​ຂາດເຂີນ​ບາງສິ່ງ, ເຮົາ​ກໍ​ບໍ່​ໄດ້​ເປັນ​ພາລະ​ໃຫ້​ແກ່​ຜູ້ໃດ, ເພາະ​ພີ່ນ້ອງ​ຜູ້​ທີ່​ມາ​ຈາກ​ແຂວງ​ມາເກໂດເນຍ​ໄດ້​ສະໜັບສະໜູນ​ສິ່ງ​ຈຳເປັນ​ໃຫ້​ແກ່​ເຮົາ. ເຮົາ​ໄດ້​ລະວັງ​ເຮົາເອງ​ບໍ່​ໃຫ້​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ແລະ ຈະ​ເຮັດ​ຢ່າງນັ້ນ​ຕໍ່ໄປ.


Follow us:

Advertisements


Advertisements