Biblia Todo Logo
Online Bible

- Advertisements -




ຟີລິບປອຍ 4:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເຮົາ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ​ຢ່າງ​ໃຫຍ່ ເພາະ​ໃນ​ທີ່ສຸດ​ພວກເຈົ້າ​ກໍ​ໄດ້​ຟື້ນຄືນ​ຄວາມຫ່ວງໃຍ​ຂອງ​ພວກເຈົ້າ​ຕໍ່​ເຮົາ​ອີກ. ຄວາມຈິງ​ແລ້ວ, ພວກເຈົ້າ​ກໍ​ຫ່ວງໃຍ​ເຮົາ​ຢູ່​ແລ້ວ, ແຕ່​ພວກເຈົ້າ​ບໍ່​ມີ​ໂອກາດ​ທີ່​ຈະ​ສະແດງ​ຄວາມຫ່ວງໃຍ​ນັ້ນ​ອອກ.

See the chapter Copy

ພຣະຄຳພີສັກສິ

10 ໃນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງເຮົາ​ນັ້ນ ເຮົາ​ຊົມຊື່ນ​ຍິນດີ​ຫລາຍ ເພາະ​ໃນ​ທີ່ສຸດ ພວກເຈົ້າ​ກໍໄດ້​ລະນຶກເຖິງ​ເຮົາ​ອີກ ເຮົາ​ບໍ່ໄດ້​ໝາຍຄວາມວ່າ​ພວກເຈົ້າ​ເຊົາ​ເປັນ​ຫ່ວງ​ເຮົາ​ແລ້ວ ແຕ່​ພວກເຈົ້າ​ຍັງ​ບໍ່ໄດ້​ມີ​ໂອກາດ​ສະແດງ​ອອກ​ເທົ່ານັ້ນ.

See the chapter Copy




ຟີລິບປອຍ 4:10
11 Cross References  

ແລະ ເມື່ອ​ເຮົາ​ຢູ່​ກັບ​ພວກເຈົ້າ ແລະ ເມື່ອ​ເຮົາ​ຂາດເຂີນ​ບາງສິ່ງ, ເຮົາ​ກໍ​ບໍ່​ໄດ້​ເປັນ​ພາລະ​ໃຫ້​ແກ່​ຜູ້ໃດ, ເພາະ​ພີ່ນ້ອງ​ຜູ້​ທີ່​ມາ​ຈາກ​ແຂວງ​ມາເກໂດເນຍ​ໄດ້​ສະໜັບສະໜູນ​ສິ່ງ​ຈຳເປັນ​ໃຫ້​ແກ່​ເຮົາ. ເຮົາ​ໄດ້​ລະວັງ​ເຮົາເອງ​ບໍ່​ໃຫ້​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ແລະ ຈະ​ເຮັດ​ຢ່າງນັ້ນ​ຕໍ່ໄປ.


ໃນ​ຄຳເວົ້າ​ອັນ​ສັດຈິງ ແລະ ໃນ​ລິດອຳນາດ​ຂອງ​ພຣະເຈົ້າ; ດ້ວຍ​ອາວຸດ​ແຫ່ງ​ຄວາມຊອບທຳ​ໃນ​ມື​ຂວາ ແລະ ໃນ​ມື​ຊ້າຍ;


ເຫດສະນັ້ນ, ເມື່ອ​ພວກເຮົາ​ມີ​ໂອກາດ ໃຫ້​ພວກເຮົາ​ເຮັດ​ດີ​ຕໍ່​ທຸກຄົນ ໂດຍສະເພາະ​ຕໍ່​ຄົນ​ທີ່​ຢູ່​ໃນ​ຄອບຄົວ​ແຫ່ງ​ຄວາມເຊື່ອ.


ເຖິງຢ່າງໃດ​ກໍ​ຕາມ, ຜູ້​ທີ່​ຮັບ​ຄຳສັ່ງສອນ​ໃນ​ຖ້ອຍຄຳ​ກໍ​ຄວນ​ແບ່ງປັນ​ສິ່ງ​ທີ່​ດີ​ທັງປວງ​ໃຫ້​ແກ່​ຜູ້ສອນ​ຂອງ​ຕົນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ:


ເຮົາ​ກໍ​ຂອບພຣະຄຸນ​ພຣະເຈົ້າ​ຂອງ​ເຮົາ​ທຸກຄັ້ງ ເມື່ອ​ເຮົາ​ລະນຶກເຖິງ​ພວກເຈົ້າ​ທັງຫລາຍ.


ເພາະ​ວ່າ​ເພິ່ນ​ເກືອບ​ຕາຍ​ເພື່ອ​ພາລະກິດ​ຂອງ​ພຣະຄຣິດເຈົ້າ. ເພິ່ນ​ໄດ້​ສ່ຽງ​ຊີວິດ​ຂອງ​ເພິ່ນ​ເພື່ອ​ຊ່ວຍເຫລືອ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ບໍ່​ສາມາດ​ໃຫ້​ເຮົາ​ໄດ້.


Follow us:

Advertisements


Advertisements