Biblia Todo Logo
Online Bible

- Advertisements -




ຟີລິບປອຍ 4:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ເປັນ​ຜູ້​ທີ່​ເຮົາ​ຮັກ ແລະ ປາຖະໜາ​ຫາ, ເປັນ​ຄວາມຍິນດີ ແລະ ເປັນ​ມົງກຸດ​ຂອງ​ເຮົາ, ເພື່ອນ​ທີ່ຮັກ​ຂອງ​ເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ທາງ​ຂອງ​ອົງພຣະຜູ້ເປັນເຈົ້າ!

See the chapter Copy

ພຣະຄຳພີສັກສິ

1 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຜູ້​ເປັນ​ທີ່​ປາຖະໜາ ເປັນ​ທີ່​ຍິນດີ ແລະ​ເປັນ​ມົງກຸດ​ຂອງເຮົາ ພວກ​ທີ່​ຮັກ​ຂອງເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ.

See the chapter Copy




ຟີລິບປອຍ 4:1
35 Cross References  

ຄົນ​ທັງຫລາຍ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ເຮົາ, ແຕ່​ຜູ້ໃດ​ທີ່​ຕັ້ງໝັ້ນຄົງ​ໄດ້​ຈົນ​ເຖິງ​ທີ່ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ.


ພຣະເຢຊູເຈົ້າ​ກ່າວ​ຕໍ່​ພວກ​ຢິວ​ທີ່​ໄດ້​ເຊື່ອ​ໃນ​ພຣະອົງ​ວ່າ, “ຖ້າ​ພວກເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄຳສັ່ງສອນ​ຂອງ​ເຮົາ ພວກເຈົ້າ​ກໍ​ເປັນ​ສາວົກ​ແທ້​ຂອງ​ເຮົາ.


ເມື່ອ​ບາຣະນາບາ​ໄດ້​ມາ​ຮອດ ແລະ ໄດ້​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ, ເພິ່ນ​ກໍ​ດີໃຈ ແລະ ໜູນໃຈ​ພວກເຂົາ​ທຸກຄົນ​ໃຫ້​ສືບຕໍ່​ສັດຊື່​ຕໍ່​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ພວກເຂົາ.


ເພື່ອ​ໜູນໃຈ​ພວກສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງ​ໝັ້ນຄົງ​ໃນ​ຄວາມເຊື່ອ. ພວກເຂົາ​ກ່າວ​ວ່າ, “ພວກເຮົາ​ຕ້ອງ​ຜ່ານຜ່າ​ຄວາມ​ທຸກຍາກ​ລຳບາກ​ຫລາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


ພວກເຂົາ​ທັງຫລາຍ​ໄດ້​ອຸທິດ​ຕົວ​ເອງ​ໃນ​ຄຳສອນ​ຂອງ​ພວກ​ອັກຄະສາວົກ ແລະ ໃນ​ການ​ຮ່ວມ​ສາມັກຄີທຳ, ໃນ​ການ​ຫັກ​ເຂົ້າຈີ່ ແລະ ໃນ​ອະທິຖານ.


ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.


ເຫດສະນັ້ນ ພີ່ນ້ອງ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງໝັ້ນ​ຢູ່. ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ຫວັ່ນໄຫວ. ຈົ່ງ​ທຸ້ມເທ​ພວກເຈົ້າ​ເອງ​ຢ່າງ​ເຕັມທີ່​ໃຫ້​ກັບ​ງານ​ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ໃນ​ອົງພຣະຜູ້ເປັນເຈົ້າ ການງານ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ໄຮ້ປະໂຫຍດ.


ພວກເຈົ້າ​ທັງຫລາຍ​ຈົ່ງ​ເຝົ້າລະວັງ​ຢູ່; ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ; ຈົ່ງ​ກ້າຫານ ແລະ ຈົ່ງ​ເຂັ້ມແຂງ.


ໃນ​ເມື່ອ​ພວກເຈົ້າ​ເຂົ້າໃຈ​ພວກເຮົາ​ໃນ​ບາງສ່ວນ​ແລ້ວ, ພວກເຈົ້າ​ຈະ​ເຂົ້າໃຈ​ຢ່າງ​ຄົບຖ້ວນ​ວ່າ ພວກເຈົ້າ​ກໍ​ສາມາດ​ອວດອ້າງ​ເຖິງ​ພວກເຮົາ​ເໝືອນ​ດັ່ງ​ພວກເຮົາ​ຈະ​ອວດອ້າງ​ເຖິງ​ພວກເຈົ້າ​ໃນ​ວັນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.


ພຣະຄຣິດເຈົ້າ​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ​ກໍ​ເພື່ອ​ເສລີພາບ. ດັ່ງນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ ຢ່າ​ປ່ອຍ​ໃຫ້​ຕົນເອງ ຕົກ​ຢູ່​ໃຕ້​ແອກ​ແຫ່ງ​ຄວາມເປັນຂ້າທາດ​ອີກ.


ບໍ່​ວ່າ​ສິ່ງໃດ​ຈະ​ເກີດຂຶ້ນ, ພວກເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່​ວ່າ​ເຮົາ​ຈະ​ມາ​ຫາ​ພວກເຈົ້າ ຫລື ພຽງ​ແຕ່​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ກໍ​ຕາມ, ເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ຕັ້ງໝັ້ນຄົງ​ໃນ​ພຣະວິນຍານ​ອົງ​ດຽວ​ກັນ, ຕໍ່ສູ້​ຮ່ວມກັນ​ເໝືອນ​ເປັນ​ຄົນ​ດຽວ​ກັນ​ເພື່ອ​ຄວາມເຊື່ອ​ແຫ່ງ​ຂ່າວປະເສີດ


ພຣະເຈົ້າ​ເປັນ​ພະຍານ​ໄດ້​ວ່າ​ເຮົາ​ປາຖະໜາ​ຈະ​ພົບ​ພວກເຈົ້າ​ດ້ວຍ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າເຢຊູ​ຫລາຍ​ຂະໜາດ​ໃດ.


ຂະນະ​ທີ່​ພວກເຈົ້າ​ໄດ້​ຢຶດໝັ້ນ​ໃນ​ພຣະຄຳ​ແຫ່ງ​ຊີວິດ. ແລະ ຫລັງຈາກ​ນັ້ນ​ເຮົາ​ກໍ​ຈະ​ສາມາດ​ອວດອ້າງ​ໄດ້​ໃນ​ວັນ​ແຫ່ງ​ພຣະຄຣິດເຈົ້າ​ວ່າ​ເຮົາ​ບໍ່​ໄດ້​ແລ່ນ ຫລື ເຮັດ​ການໜັກໜ່ວງ​ໂດຍ​ບໍ່ມີປະໂຫຍດ.


ເພາະ​ເພິ່ນ​ຄິດເຖິງ​ພວກເຈົ້າ​ທັງໝົດ​ຫລາຍ ແລະ ເປັນທຸກໃຈ​ເພາະ​ພວກເຈົ້າ​ໄດ້​ຮັບ​ຂ່າວ​ວ່າ​ເພິ່ນ​ບໍ່ສະບາຍ.


ເອປາຟາ ຜູ້​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ເພິ່ນ​ໄດ້​ປ້ຳສູ້​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເປັນ​ຜູ້ໃຫຍ່ ແລະ ມີ​ຄວາມໝັ້ນໃຈ​ຢ່າງ​ເຕັມສ່ວນ.


ຂໍ​ພຣະອົງ​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ ແລະ ບໍລິສຸດ​ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ​ປາກົດ​ພ້ອມ​ກັບ​ຜູ້​ບໍລິສຸດ​ທັງປວງ​ຂອງ​ພຣະອົງ.


ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງ​ໝັ້ນຄົງ ແລະ ຢຶດໝັ້ນ​ໃນ​ຄຳສັ່ງສອນ ທີ່​ພວກເຮົາ​ໄດ້​ຖ່າຍທອດ​ໃຫ້​ແກ່​ພວກເຈົ້າ ບໍ່​ວ່າ​ໂດຍ​ທາງ​ຄຳເວົ້າ​ຈາກ​ປາກ​ຂອງ​ພວກເຮົາ ຫລື ໂດຍ​ທາງ​ຈົດໝາຍ.


ເຫດສະນັ້ນ ລູກ​ຂອງ​ເຮົາ​ເອີຍ, ຈົ່ງ​ເຂັ້ມແຂງ​ໃນ​ພຣະຄຸນ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ.


ໃຫ້​ພວກເຮົາ​ຢຶດໝັ້ນ​ຢ່າງ​ບໍ່​ຫວັ່ນໄຫວ​ໃນ​ຄວາມຫວັງ​ທີ່​ພວກເຮົາ​ໄດ້​ປະກາດ​ຮັບ​ໄວ້, ເພາະ​ພຣະອົງ​ຜູ້​ສັນຍາ​ນັ້ນ​ສັດຊື່.


ພວກເຮົາ​ໄດ້​ມາ​ມີ​ສ່ວນຮ່ວມ​ໃນ​ພຣະຄຣິດເຈົ້າ ຖ້າ​ພວກເຮົາ ຢຶດຖື​ໃນ​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ໃນ​ທຳອິດ​ນັ້ນ​ຈົນ​ເຖິງ​ທີ່ສຸດ.


ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ມີ​ມະຫາ​ປະໂລຫິດ​ຜູ້​ຍິ່ງໃຫຍ່​ຜູ້​ທີ່​ໄດ້​ຂຶ້ນ​ສູ່​ສະຫວັນ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ໃຫ້​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມເຊື່ອ​ທີ່​ພວກເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ເຫດສະນັ້ນ ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ການເຕືອນ​ລ່ວງໜ້າ​ຢ່າງ​ນີ້​ແລ້ວ ກໍ​ຈົ່ງ​ລະມັດລະວັງ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຖືກ​ຊັກຈູງ​ໃຫ້​ຫລົງຜິດ​ໄປ​ຕາມ​ຄົນ​ຂາດສິນທຳ ແລະ ບໍ່​ຕົກ​ຈາກ​ບ່ອນ​ອັນ​ໝັ້ນຄົງ​ຂອງ​ພວກເຈົ້າ.


Follow us:

Advertisements


Advertisements