Biblia Todo Logo
Online Bible

- Advertisements -




ຟີລິບປອຍ 3:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ແລະ ໄດ້​ຢູ່​ໃນ​ພຣະອົງ, ໂຕ​ເຮົາ​ເອງ​ບໍ່​ມີ​ຄວາມຊອບທຳ​ທີ່​ໄດ້​ມາ​ໂດຍ​ກົດບັນຍັດ, ແຕ່​ຄວາມຊອບທຳ​ທີ່​ໄດ້​ມາ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ ເປັນ​ຄວາມຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ​ເທິງ​ພື້ນຖານ​ຂອງ​ຄວາມເຊື່ອ.

See the chapter Copy

ພຣະຄຳພີສັກສິ

9 ແລະ​ຈະ​ໄດ້​ປາກົດ​ຢູ່​ໃນ​ພຣະອົງ ໂດຍ​ບໍ່ມີ​ຄວາມ​ຊອບທຳ​ໃນ​ເຮົາ​ເອງ ຊຶ່ງ​ໄດ້​ມາ​ໂດຍ​ກົດບັນຍັດ ແຕ່​ມີ​ມາ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດ ເປັນ​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ອາໄສ​ຄວາມເຊື່ອ.

See the chapter Copy




ຟີລິບປອຍ 3:9
56 Cross References  

ແຕ່​ຈົ່ງ​ໄປ ແລະ ສຶກສາ​ໃຫ້​ເຂົ້າໃຈ​ຄວາມໝາຍ​ຂອງ​ຖ້ອຍຄຳ​ທີ່​ວ່າ, ‘ເຮົາ​ປະສົງ​ຄວາມເມດຕາ ບໍ່​ແມ່ນ​ເຄື່ອງບູຊາ’. ເພາະ​ເຮົາ​ບໍ່​ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນຊອບທຳ, ແຕ່​ມາ​ເພື່ອ​ເອີ້ນ​ເອົາ​ຄົນບາບ​ທັງຫລາຍ”.


ເພາະ​ໃນ​ຂ່າວປະເສີດ​ນັ້ນ ຄວາມຊອບທຳ​ຂອງ​ພຣະເຈົ້າ​ກໍ​ໄດ້​ຮັບ​ການເປີດເຜີຍ ເປັນ​ຄວາມຊອບທຳ​ທີ່​ເລີ່ມຕົ້ນ​ດ້ວຍ​ຄວາມເຊື່ອ ແລະ ສຸດທ້າຍ​ກໍ​ດ້ວຍ​ຄວາມເຊື່ອ, ດັ່ງ​ທີ່​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ: “ຄົນຊອບທຳ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ”.


ດ້ວຍວ່າ ເຈົ້າ​ເຊື່ອ​ດ້ວຍ​ໃຈ ຈຶ່ງ​ໄດ້​ຖືວ່າ​ເປັນ​ຜູ້ຊອບທຳ ແລະ ເພາະ​ເຈົ້າ​ຍອມຮັບ​ດ້ວຍ​ປາກ ຈຶ່ງ​ໃຫ້​ເຈົ້າ​ໄດ້​ລອດພົ້ນ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອັນດາໂຣນິໂກ ແລະ ນາງ​ຢູເນຍ ຍາດຕິພີ່ນ້ອງ​ຂອງ​ເຮົາ​ທີ່​ເຄີຍ​ຕິດ​ຄຸກ​ກັບ​ເຮົາ. ພວກເພິ່ນ​ເປັນ​ຄົນ​ມີ​ຊື່​ສຽງ​ດີ​ໃນ​ທ່າມກາງ​ພວກ​ອັກຄະສາວົກ ແລະ ມາ​ເຊື່ອ​ໃນ​ພຣະຄຣິດເຈົ້າ​ກ່ອນ​ເຮົາ​ດ້ວຍ.


ເພື່ອ​ວ່າ​ຄວາມບາບ​ໄດ້​ຄອບຄອງ​ໃນ​ຄວາມຕາຍ​ຢ່າງໃດ ພຣະຄຸນ​ກໍ​ຈະ​ໄດ້​ຄອບຄອງ​ຜ່ານທາງ​ຄວາມຊອບທຳ ເພື່ອ​ຊີວິດ​ນິລັນດອນ​ຈະ​ມາ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຢ່າງນັ້ນ.


ເຫດສະນັ້ນ ບັດນີ້​ຈຶ່ງ​ບໍ່​ມີ​ການລົງໂທດ​ແກ່​ບັນດາ​ຜູ້​ທີ່​ຢູ່ໃນ​ພຣະເຢຊູຄຣິດເຈົ້າ


ເພາະ​ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່​ໄດ້ ເນື່ອງ​ຈາກ​ເນື້ອໜັງ​ເຮັດ​ໃຫ້​ອ່ອນແອ​ນັ້ນ​ພຣະເຈົ້າ​ກໍ​ໄດ້​ເຮັດ​ແລ້ວ ໂດຍ​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ເອງ​ມາ​ໃນ​ສະພາບ​ເໝືອນ​ກັບ​ມະນຸດ​ທີ່​ເປັນ​ຄົນບາບ ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ຄວາມບາບ ແລະ ດັ່ງນັ້ນ​ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຄວາມບາບ​ໃນ​ມະນຸດ​ທີ່​ເປັນ​ຄົນບາບ,


ເພາະ​ໂດຍ​ພຣະອົງ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ ຜູ້​ເປັນ​ປັນຍາ​ຈາກ​ພຣະເຈົ້າ​ເພື່ອ​ເຮົາ ນັ້ນ​ຄື​ເປັນ​ຄວາມຊອບທຳ, ຄວາມບໍລິສຸດ ແລະ ການ​ໄຖ່​ຂອງ​ພວກເຮົາ.


ເຫດສະນັ້ນ ຖ້າ​ຜູ້ໃດ​ຢູ່ໃນ​ພຣະຄຣິດເຈົ້າ ການ​ສ້າງ​ໃໝ່​ກໍ​ໄດ້​ມາເຖິງ​ແລ້ວ: ສິ່ງ​ເກົ່າ​ໄດ້​ລ່ວງພົ້ນ​ໄປ ສິ່ງ​ໃໝ່​ກໍ​ຢູ່​ທີ່ນີ້!


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ຍັງ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ, ແຕ່​ໂດຍ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ. ດັ່ງນັ້ນ ພວກເຮົາ​ກໍ​ເໝືອນກັນ, ພວກເຮົາ​ໄດ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ເພື່ອ​ຈະ​ໄດ້​ຖືກ​ນັບວ່າ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ ບໍ່ແມ່ນ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ເພາະວ່າ​ບໍ່​ມີ​ຜູ້ໃດ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ.


ໃນ​ດ້ານ​ຄວາມ​ຮ້ອນຮົນ ເຮົາ​ເຄີຍ​ຂົ່ມເຫັງ​ຄຣິສຕະຈັກ; ໃນ​ດ້ານ​ຄວາມຊອບທຳ​ຕາມ​ກົດບັນຍັດ ເຮົາ​ກໍ​ບໍ່ມີຂໍ້ບົກຜ່ອງ.


ພຣະອົງ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ ແລະ ໄດ້​ເອີ້ນ​ພວກເຮົາ​ມາ​ສູ່​ຊີວິດ​ທີ່​ບໍລິສຸດ ບໍ່​ແມ່ນ​ເພາະ​ການກະທຳ​ໃດໆ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ປະສົງ ແລະ ພຣະຄຸນ​ຂອງ​ພຣະອົງ​ເອງ. ພຣະຄຸນ​ນີ້​ໄດ້​ມອບໃຫ້​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ.


ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ລອດພົ້ນ, ບໍ່​ແມ່ນ​ເພາະ​ຄວາມຊອບທຳ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ. ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຜ່ານທາງ​ການຊຳລະ​ແຫ່ງ​ການ​ບັງເກີດ​ໃໝ່ ແລະ ການ​ສ້າງ​ຂຶ້ນ​ໃໝ່​ໂດຍ​ພຣະວິນຍານບໍລິສຸດເຈົ້າ


ພຣະອົງ​ກະທຳ​ຢ່າງ​ນີ້​ກໍ​ເພື່ອ​ວ່າ, ໂດຍ​ສອງ​ສິ່ງ​ທີ່​ບໍ່​ປ່ຽນແປງ ເພາະ​ເປັນ​ໄປ​ບໍ່​ໄດ້​ທີ່​ພຣະເຈົ້າ​ຈະ​ກ່າວ​ຄຳຕົວະ, ພວກເຮົາ​ຜູ້​ໜີ​ມາ​ຢຶດຖື​ຄວາມຫວັງ​ທີ່​ມີ​ຢູ່​ຕໍ່ໜ້າ​ພວກເຮົາ​ນັ້ນ​ຈະ​ໄດ້​ຮັບ​ກຳລັງໃຈ​ຢ່າງ​ຫລວງຫລາຍ.


ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ຜິດພາດ​ໃນ​ຫລາຍ​ທາງ. ຜູ້​ທີ່​ບໍ່​ເຄີຍ​ເຮັດ​ຜິດ​ທາງ​ວາຈາ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ສາມາດ​ຄວບຄຸມ​ຮ່າງກາຍ​ທັງໝົດ​ຂອງ​ຕົນ​ໄດ້.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຊີໂມນ​ເປໂຕ ຜູ້​ເປັນ​ຜູ້ຮັບໃຊ້ ແລະ ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ລ້ຳຄ່າ​ເໝືອນ​ກັບ​ທີ່​ພວກເຮົາ​ໄດ້​ຮັບ​ໂດຍ​ຜ່ານທາງ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ:


ທຸກຄົນ​ທີ່​ເຮັດ​ບາບ​ກໍ​ລະເມີດ​ກົດບັນຍັດ, ແທ້ຈິງ​ແລ້ວ, ບາບ​ກໍ​ຄື​ການ​ລະເມີດ​ກົດບັນຍັດ.


Follow us:

Advertisements


Advertisements