Biblia Todo Logo
Online Bible

- Advertisements -




ຟີລິບປອຍ 3:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ຫລາຍກວ່າ​ນັ້ນ ເຮົາ​ຖື​ວ່າ​ທຸກສິ່ງ​ນັ້ນ​ເປັນ​ຂອງ​ໄຮ້ປະໂຫຍດ​ເພາະ​ການ​ທີ່​ໄດ້​ຮູ້ຈັກ​ກັບ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ເຮົາ​ນັ້ນ​ເປັນ​ສິ່ງ​ທີ່​ລໍ້າຄ່າ​ຫລາຍ, ເພາະ​ເຫັນ​ແກ່​ພຣະອົງ​ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ທຸກສິ່ງ. ເຮົາ​ຖື​ວ່າ​ສິ່ງ​ເຫລົ່ານັ້ນ​ເປັນ​ຂີ້ເຫຍື້ອ ເພື່ອ​ເຮົາ​ຈະ​ໄດ້​ພຣະຄຣິດເຈົ້າ

See the chapter Copy

ພຣະຄຳພີສັກສິ

8 ທີ່​ຈິງ ເຮົາ​ຖື​ວ່າ​ສິ່ງສາລະພັດ​ເປັນ​ຂອງ​ໄຮ້​ປະໂຫຍດ ເພາະ​ເຫັນ​ແກ່​ສິ່ງ​ທີ່​ມີ​ຄຸນຄ່າ​ຫລາຍ​ເຫລືອລົ້ນ​ກວ່າ​ນັ້ນ​ອີກ ຄື​ການ​ຮູ້​ເຖິງ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງເຮົາ ເພາະ​ເຫດ​ພຣະອົງ​ນັ້ນ ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ສິ່ງສາລະພັດ ແລະ​ຖື​ວ່າ​ສິ່ງ​ເຫຼົ່ານັ້ນ​ເປັນ​ເໝືອນ​ຂີ້ເຫຍື້ອ ເພື່ອ​ຈະ​ໄດ້​ອົງ​ພຣະຄຣິດ​ມາ​ເປັນ​ປະໂຫຍດ​ແກ່​ເຮົາ

See the chapter Copy




ຟີລິບປອຍ 3:8
53 Cross References  

ແຕ່​ດ້ວຍ​ເຫດ​ໃດ​ຂ້ານ້ອຍ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ຫລາຍ​ເຊັ່ນ​ນີ້ ທີ່​ແມ່​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ໄດ້​ມາ​ຢ້ຽມຢາມ​ຂ້ານ້ອຍ?


ແຕ່​ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ນິ້ວມື​ຂອງ​ພຣະເຈົ້າ, ດັ່ງນັ້ນ ອານາຈັກ​ຂອງ​ພຣະເຈົ້າ​ກໍ​ມາ​ເຖິງ​ພວກເຈົ້າ​ແລ້ວ.


ໃນ​ວັນ​ນັ້ນ ພວກເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພວກເຈົ້າ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ພວກເຈົ້າ.


ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ​ແທ້ໆ ພວກເຈົ້າ​ກໍ​ຈະ​ຮູ້ຈັກ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ. ຕັ້ງ​ແຕ່​ນີ້​ໄປ, ພວກເຈົ້າ​ກໍ​ຮູ້ຈັກ​ພຣະອົງ ແລະ ໄດ້​ເຫັນ​ພຣະອົງ​ແລ້ວ”.


ພວກເຂົາ​ຈະ​ເຮັດ​ຢ່າງ​ນັ້ນ​ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະບິດາເຈົ້າ ແລະ ບໍ່​ຮູ້ຈັກ​ເຮົາ.


ນີ້​ແຫລະ​ແມ່ນ​ຊີວິດ​ນິລັນດອນ​ຄື: ຊີວິດ​ທີ່​ພວກເຂົາ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ພຣະອົງໃຊ້​ມາ.


ເພາະ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ໃຫ້​ນັ້ນ ຂ້ານ້ອຍ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລະ ພວກເຂົາ​ກໍ​ໄດ້​ຮັບ​ໄວ້​ແລ້ວ. ພວກເຂົາ​ທັງຫລາຍ​ຮູ້​ຢ່າງ​ແນ່ນອນ​ວ່າ​ຂ້ານ້ອຍ​ໄດ້​ມາ​ຈາກ​ພຣະອົງ ແລະ ພວກເຂົາ​ເຊື່ອ​ວ່າ​ພຣະອົງ​ໄດ້​ໃຊ້​ຂ້ານ້ອຍ​ມາ.


ເທວະດາ​ທັງ​ສອງ​ຕົນ​ນັ້ນ​ໄດ້​ຖາມ​ນາງ​ມາຣີ​ວ່າ, “ນາງ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້?” ນາງ​ມາຣີ​ຕອບ​ວ່າ, “ເພາະ​ພວກເຂົາ​ໄດ້​ເອົາ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ໄປ​ແລ້ວ ແລະ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ເອົາ​ພຣະອົງ​ໄປ​ໄວ້​ຢູ່​ໃສ”.


ໂທມາ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ ແລະ ພຣະເຈົ້າ​ຂອງ​ຂ້ານ້ອຍ!”


ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.


ເຮົາ​ເຫັນ​ວ່າ​ຄວາມທຸກທໍລະມານ​ຂອງ​ພວກເຮົາ​ໃນ​ປັດຈຸບັນ​ແມ່ນ​ທຽບ​ບໍ່​ໄດ້​ກັບ​ສະຫງ່າລາສີ​ທີ່​ຈະ​ເປີດເຜີຍ​ໃນ​ພວກເຮົາ.


ບໍ່​ວ່າ​ຄວາມສູງ ຫລື ຄວາມເລິກ ຫລື ສິ່ງ​ອື່ນ​ໃດ​ໃນ​ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ທັງໝົດ ກໍ​ບໍ່​ສາມາດ​ແຍກ​ພວກເຮົາ​ອອກ​ຈາກ​ຄວາມຮັກ​ຂອງ​ພຣະເຈົ້າ​ທີ່​ມີ​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້.


ເພາະ​ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ຂະນະ​ທີ່​ເຮົາ​ຢູ່​ກັບ​ພວກເຈົ້າ ເຮົາ​ຈະ​ບໍ່​ໃສ່ໃຈ​ໃນ​ເລື່ອງ​ໃດ​ເລີຍ ນອກຈາກ​ເລື່ອງ​ຂອງ​ພຣະເຢຊູຄຣິດເຈົ້າ ແລະ ການ​ທີ່​ພຣະອົງ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ.


ແນ່ນອນ ພຣະອົງ​ກ່າວ​ຢ່າງນີ້​ກໍ​ເພື່ອ​ພວກເຮົາ ບໍ່ແມ່ນ​ບໍ? ແມ່ນ​ແລ້ວ ສິ່ງ​ນີ້​ຖືກ​ຂຽນ​ຂຶ້ນ​ກໍ​ເພື່ອ​ພວກເຮົາ​ທັງຫລາຍ, ເພາະວ່າ​ຜູ້ໃດ​ກໍ​ຕາມ​ທີ່​ໄຖ​ນາ ແລະ ຟາດເຂົ້າ​ກໍ​ຄວນ​ຈະ​ເຮັດ​ສິ່ງ​ນັ້ນ​ໂດຍ​ຄວາມຫວັງ​ຈະ​ໄດ້​ຮັບ​ສ່ວນແບ່ງ​ໃນ​ການເກັບກ່ຽວ.


ພະ​ຂອງ​ຍຸກ​ນີ້​ເຮັດ​ໃຫ້​ຈິດໃຈ​ຂອງ​ບັນດາ​ຄົນທີ່ບໍ່ເຊື່ອ​ບອດ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ສາມາດ​ເຫັນ​ແສງສະຫວ່າງ​ຂອງ​ຂ່າວປະເສີດ​ທີ່​ສະແດງ​ສະຫງ່າລາສີ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ເໝືອນ​ພຣະເຈົ້າ​ທຸກ​ຢ່າງ.


ເພາະ​ພຣະເຈົ້າ​ຜູ້​ກ່າວ​ວ່າ, “ໃຫ້​ຄວາມສະຫວ່າງ​ສ່ອງ​ອອກມາ​ຈາກ​ຄວາມມືດ” ໄດ້​ໃຫ້​ແສງສະຫວ່າງ​ຂອງ​ພຣະອົງ​ສ່ອງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ມີ​ຄວາມສະຫວ່າງ​ແຫ່ງ​ຄວາມຮູ້​ເຖິງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ທີ່​ໄດ້​ສຳແດງ​ໃນ​ເທິງ​ໃບ​ໜ້າ​ຂອງ​ພຣະຄຣິດເຈົ້າ.


ທີ່​ຈະ​ເປີດເຜີຍ​ພຣະບຸດ​ຂອງ​ພຣະອົງ​ໃນ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ປະກາດ​ພຣະອົງ​ທ່າມກາງ​ບັນດາ​ຄົນຕ່າງຊາດ, ເຮົາ​ກໍ​ຕອບສະໜອງ​ທັນທີ​ໂດຍ​ບໍ່​ໄດ້​ປຶກສາ​ມະນຸດ​ຄົນໃດ.


ຈົນ​ກວ່າ​ພວກເຮົາ​ທັງໝົດ​ຈະ​ບັນລຸ​ເຖິງ​ຄວາມ​ເປັນ​ອັນໜຶ່ງອັນດຽວກັນ​ໃນ​ຄວາມເຊື່ອ ແລະ ໃນ​ຄວາມຮູ້​ເຖິງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ ກາຍເປັນ​ຄົນ​ທີ່​ເຕີບໃຫຍ່ ຄື​ການ​ບັນລຸ​ເຖິງ​ຂະໜາດ​ຄວາມສົມບູນ​ຂອງ​ພຣະຄຣິດເຈົ້າ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ:


ເຮົາ​ຢາກ​ຮູ້​ຈັກ​ພຣະຄຣິດເຈົ້າ ຢາກ​ຮູ້ຈັກ​ລິດອຳນາດ​ແຫ່ງ​ການ​ເປັນຄືນມາ​ຈາກ​ຕາຍ​ຂອງ​ພຣະອົງ ແລະ ການ​ມີ​ສ່ວນ​ຮ່ວມ​ໃນ​ຄວາມທົນທຸກ​ຂອງ​ພຣະອົງ, ການ ກາຍມາ​ເປັນ​ເໝືອນ​ພຣະອົງ​ໃນ​ຄວາມຕາຍ​ຂອງ​ພຣະອົງ,


ບໍ່​ແມ່ນ​ວ່າ​ເຮົາ​ໄດ້​ຮັບ​ສິ່ງ​ທັງໝົດ​ນີ້​ແລ້ວ ຫລື ໄດ້​ໄປ​ເຖິງ​ເປົ້າໝາຍ​ຂອງ​ເຮົາ​ແລ້ວ, ແຕ່​ເຮົາ​ມຸ່ງໜ້າ​ຕໍ່ໄປ​ເພື່ອ​ຮັບເອົາ​ສິ່ງ​ທີ່​ພຣະຄຣິດເຈົ້າເຢຊູ​ໄດ້​ຮັບເອົາ​ໄວ້​ສຳລັບ​ເຮົາ.


ແຕ່​ວ່າ​ສິ່ງໃດ​ທີ່​ເຄີຍ​ເປັນ​ປະໂຫຍດ​ແກ່​ເຮົາ ບັດນີ້ ເຮົາ​ຖື​ວ່າ​ໄຮ້ປະໂຫຍດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າ.


ເພາະວ່າ​ເຮົາ​ກຳລັງ​ຖືກ​ເທ​ອອກ​ແລ້ວ​ເໝືອນດັ່ງ​ເຄື່ອງດື່ມ​ບູຊາ ແລະ ເວລາ​ຂອງ​ການຈາກໄປ​ຂອງ​ເຮົາ​ກໍ​ໃກ້​ເຂົ້າ​ມາ​ແລ້ວ.


ພວກເຮົາ​ໄດ້​ມາ​ມີ​ສ່ວນຮ່ວມ​ໃນ​ພຣະຄຣິດເຈົ້າ ຖ້າ​ພວກເຮົາ ຢຶດຖື​ໃນ​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ໃນ​ທຳອິດ​ນັ້ນ​ຈົນ​ເຖິງ​ທີ່ສຸດ.


ບັດນີ້ ສຳລັບ​ພວກເຈົ້າ​ຜູ້​ທີ່​ເຊື່ອ, ສີລາ​ນີ້​ແມ່ນ​ລ້ຳຄ່າ. ແຕ່​ສຳລັບ​ບັນດາ​ຜູ້​ທີ່​ບໍ່ເຊື່ອ​ນັ້ນ, “ຫີນ​ທີ່​ຊ່າງກໍ່​ໄດ້​ຖິ້ມ​ແລ້ວ ກໍ​ໄດ້​ກາຍເປັນ​ຫີນເສົາເອກ”,


ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ​ຜ່ານ​ທາງ​ການຮູ້ຈັກ​ພຣະເຈົ້າ ແລະ ຮູ້ຈັກ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ລິດອຳນາດ​ຂອງ​ພຣະອົງ​ໄດ້​ໃຫ້​ທຸກສິ່ງ​ທີ່​ຈຳເປັນ​ສຳລັບ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ​ແກ່​ພວກເຮົາ ຜ່ານທາງ​ການ​ຮູ້ຈັກ​ພຣະອົງ​ຜູ້​ເອີ້ນ​ພວກເຮົາ​ດ້ວຍ​ສະຫງ່າລາສີ ແລະ ຄຸນຄວາມດີ​ຂອງ​ພຣະອົງ​ເອງ.


ເພາະ​ຖ້າ​ພວກເຈົ້າ​ມີ​ຄຸນສົມບັດ​ເຫລົ່ານີ້​ຫລາຍຂຶ້ນ ກໍ​ຈະ​ເຮັດໃຫ້​ພວກເຈົ້າ​ມີ​ປະສິດທິພາບ ແລະ ເກີດຜົນ​ໃນ​ການ​ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ແຕ່​ຈົ່ງ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຮູ້​ຈັກ​ພຣະອົງ​ໃຫ້​ຫລາຍ​ຂຶ້ນ. ຂໍ​ໃຫ້​ກຽດ​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ທັງ​ບັດນີ້ ແລະ ຕະຫລອດໄປ. ອາແມນ.


ພວກເຮົາ​ປະກາດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ. ແລະ ຄວາມສາມັກຄີທຳ​ຂອງ​ພວກເຮົາ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະບຸດ​ຂອງ​ພຣະອົງ​ຄື​ພຣະເຢຊູຄຣິດເຈົ້າ.


ພວກເຂົາ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ກໍ​ບໍ່​ແມ່ນ​ຝ່າຍ​ພວກເຮົາ​ແທ້. ເພາະ​ຖ້າ​ພວກເຂົາ​ເປັນ​ຝ່າຍ​ພວກເຮົາ, ພວກເຂົາ​ກໍ​ຄົງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ; ແຕ່​ການ​ໄປ​ຂອງ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ ໃນ​ພວກເຂົາ​ບໍ່​ມີ​ຈັກຄົນ​ທີ່​ເປັນ​ຝ່າຍ​ພວກເຮົາ.


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


Follow us:

Advertisements


Advertisements