Biblia Todo Logo
Online Bible

- Advertisements -




ຟີລິບປອຍ 3:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເຮົາ​ເກີດ​ມາ​ໄດ້​ແປດ​ວັນ​ເຮົາ​ກໍ​ໄດ້​ຮັບ​ພິທີຕັດ, ເຮົາ​ເປັນ​ຄົນ​ອິດສະຣາເອນ, ຢູ່​ໃນ​ຕະກຸນ​ເບັນຢາມິນ, ເປັນ​ຄົນ​ເຮັບເຣີ​ເກີດ​ຈາກ​ຊາວເຮີບເຣີ, ໃນ​ດ້ານ​ກົດບັນຍັດ ເຮົາ​ກໍ​ເປັນ​ຄົນ​ຟາຣີຊາຍ​ຜູ້​ໜຶ່ງ,

See the chapter Copy

ພຣະຄຳພີສັກສິ

5 ຄື​ເມື່ອ​ເຮົາ​ເກີດ​ມາ​ໄດ້​ແປດ​ວັນ ເຮົາ​ກໍໄດ້​ຮັບ​ພິທີຕັດ ເຮົາ​ເປັນ​ຄົນ​ອິດສະຣາເອນ ໃນ​ຕະກຸນ​ເບັນຢາມິນ, ເປັນ​ຄົນ​ເຮັບເຣີ ເກີດ​ຈາກ​ຊາວ​ເຮັບເຣີ ໃນ​ດ້ານ​ກົດບັນຍັດ ເຮົາ​ກໍ​ຢູ່​ໃນ​ຄະນະ​ຟາຣີຊາຍ.

See the chapter Copy




ຟີລິບປອຍ 3:5
16 Cross References  

ໃນ​ວັນ​ທີ​ແປດ ພວກເພິ່ນ​ກໍ​ໃຫ້​ເດັກນ້ອຍ​ນັ້ນ​ຮັບ​ພິທີຕັດ ແລະ ພວກເພິ່ນ​ກຳລັງ​ຈະ​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ​ເຊກາຣີຢາ​ຕາມ​ຊື່​ຂອງ​ພໍ່,


ໃນ​ວັນ​ທີ​ແປດ ກໍ​ເຖິງ​ເວລາ​ທີ່​ເດັກນ້ອຍ​ຄົນ​ນັ້ນ​ຕ້ອງ​ຮັບ​ພິທີຕັດ, ເດັກນ້ອຍ​ຄົນ​ນັ້ນ​ມີ​ຊື່​ວ່າ​ເຢຊູ ຕາມ​ຊື່​ທີ່​ເທວະດາ​ໄດ້​ບອກ​ໄວ້​ກ່ອນ​ທີ່​ນາງ​ມາຣີ​ຍັງ​ບໍ່​ທັນ​ໄດ້​ຖືພາ.


ບໍ່​ດອກ, ເຫລົ້າອະງຸ່ນ​ໃໝ່​ຈະ​ຕ້ອງ​ຖອກ​ໃສ່​ໃນ​ຖົງໜັງ​ໃໝ່


“ຂ້າພະເຈົ້າ​ເປັນ​ຄົນຢິວ ເກີດ​ທີ່​ເມືອງ​ຕາໂຊ​ໃນ​ແຂວງ​ກີລີເກຍ​ແຕ່​ເຕີບໃຫຍ່​ຂຶ້ນ​ຢູ່​ໃນ​ເມືອງ​ນີ້. ຂ້າພະເຈົ້າ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ໄດ້​ຮັບ​ການ​ອົບຮົມ​ຢ່າງ​ຄົບຖ້ວນ​ໃນ​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ. ຂ້າພະເຈົ້າ​ມີ​ໃຈ​ກະຕືລືລົ້ນ​ເພື່ອ​ພຣະເຈົ້າ​ເໝືອນດັ່ງ​ທ່ານ​ທັງຫລາຍ​ໃນ​ວັນ​ນີ້.


ເມື່ອ​ໂປໂລ​ຮູ້​ວ່າ​ບາງຄົນ​ໃນ​ພວກເຂົາ​ເປັນ​ພວກ​ຊາດູກາຍ ແລະ ບາງຄົນ​ກໍ​ເປັນ​ຟາຣີຊາຍ, ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ວ່າ, “ພີ່ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ເປັນ​ຄົນຟາຣີຊາຍ, ສືບເຊື້ອສາຍ​ມາ​ຈາກ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ພິຈາລະນາ​ຄະດີ​ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ໃນ​ການ​ເປັນຄືນມາຈາກຕາຍ”.


ໃນ​ຄາວ​ນັ້ນ ເມື່ອ​ສາວົກ​ມີ​ຈຳນວນ​ເພີ່ມ​ຂຶ້ນ, ຊາວຢິວ​ທີ່​ມາ​ຈາກ​ປະເທດ​ທີ່​ເວົ້າ​ພາສາ​ກຣີກ​ໄດ້​ຈົ່ມ​ບໍ່​ພໍໃຈ​ຕໍ່​ຊາວ​ຢິວ​ທີ່​ເວົ້າ​ພາສາ​ເຮັບເຣີ​ເປັນ​ພາສາ​ແມ່ ເພາະ​ພວກ​ແມ່ໝ້າຍ​ໃນ​ກຸ່ມ​ຂອງ​ພວກເຂົາ​ບໍ່​ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ເວລາ​ແຈກຢາຍ​ອາຫານ​ປະຈຳ​ວັນ.


ຖ້າ​ຢ່າງ​ນັ້ນ ເຮົາ​ຂໍ​ຖາມ​ວ່າ, ພຣະເຈົ້າ​ໄດ້​ປະຖິ້ມ​ຄົນ​ຂອງ​ພຣະອົງ​ແລ້ວ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ດອກ! ເຮົາ​ເອງ​ກໍ​ເປັນ​ຊາວ​ອິດສະຣາເອນ​ຄົນ​ໜຶ່ງ, ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ມາ​ຈາກ​ເຜົ່າ​ເບັນຢາມິນ.


ພວກເຂົາ​ເປັນ​ຊາວ​ເຮັບເຣີ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ. ພວກເຂົາ​ເປັນ​ຊາວ​ອິດສະຣາເອນ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ. ພວກເຂົາ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ.


Follow us:

Advertisements


Advertisements