Biblia Todo Logo
Online Bible

- Advertisements -




ຟີລິບປອຍ 3:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ພຣະອົງ​ຈະ​ປ່ຽນແປງ​ຮ່າງກາຍ​ອັນ​ຕ່ຳຕ້ອຍ​ຂອງ​ພວກເຮົາ​ໃຫ້​ເປັນເໝືອນ​ກາຍ​ອັນ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ລິດອຳນາດ​ທີ່​ປາບ​ທຸກສິ່ງ​ໄວ້​ໃຕ້​ການບັງຄັບ​ຂອງ​ພຣະອົງ.

See the chapter Copy

ພຣະຄຳພີສັກສິ

21 ພຣະອົງ​ຈະ​ປ່ຽນແປງ​ຮ່າງກາຍ​ອັນ​ຕໍ່າຕ້ອຍ ແລະ​ຕາຍ​ເປັນ​ຂອງ​ພວກເຮົາ ໃຫ້​ເປັນ​ເໝືອນ​ພຣະກາຍ​ອັນ​ຊົງ​ສະຫງ່າຣາສີ​ຂອງ​ພຣະອົງ ດ້ວຍ​ຣິດທານຸພາບ​ທີ່​ສາມາດ​ປາບ​ສັບພະທຸກສິ່ງ​ທັງປວງ ໃຫ້​ລົງ​ຢູ່​ໃຕ້​ການ​ບັງຄັບ​ຂອງ​ພຣະອົງ.

See the chapter Copy




ຟີລິບປອຍ 3:21
18 Cross References  

ຢູ່​ທີ່​ນັ້ນ ຮ່າງກາຍ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ. ໃບໜ້າ​ຂອງ​ພຣະອົງ​ສ່ອງແສງ​ເຫລື້ອມໃສ​ເໝືອນດັ່ງ​ຕາເວັນ ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ເໝືອນດັ່ງ​ແສງສະຫວ່າງ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ຜິດ​ເພາະ​ວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື ລິດອຳນາດ​ຂອງ​ພຣະເຈົ້າ.


ແລ້ວ​ພຣະເຢຊູເຈົ້າ​ເຂົ້າ​ມາ​ຫາ​ພວກເພິ່ນ ແລະ ກ່າວ​ວ່າ, “ສິດອຳນາດ​ທັງໝົດ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ເພາະ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍ​ໄດ້​ກຳນົດ​ໄວ້​ກ່ອນ​ເພື່ອ​ໃຫ້​ເປັນ​ເໝືອນ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ຈະ​ໄດ້​ເປັນ​ບຸດກົກ​ໃນ​ທ່າມກາງ​ພີ່ນ້ອງ​ຫລາຍຄົນ.


ເມື່ອໃດ​ທີ່​ພຣະຄຣິດເຈົ້າ​ຜູ້​ເປັນ​ຊີວິດ​ຂອງ​ພວກເຈົ້າ​ມາ​ປາກົດ ເມື່ອນັ້ນ​ແຫລະ ພວກເຈົ້າ​ກໍ​ຈະ​ໄດ້​ມາ​ປາກົດ​ພ້ອມ​ກັບ​ພຣະອົງ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ບັດນີ້​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ​ແລ້ວ ແລະ ພວກເຮົາ​ຈະ​ເປັນ​ຢ່າງໃດ​ນັ້ນ​ພວກເຮົາ​ຍັງ​ບໍ່​ທັນ​ຖືກ​ສະແດງ​ໃຫ້​ຮູ້. ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະຄຣິດເຈົ້າ​ມາ​ປາກົດ, ພວກເຮົາ​ຈະ​ເປັນ​ເໝືອນ​ພຣະອົງ ເພາະ​ພວກເຮົາ​ຈະ​ເຫັນ​ພຣະອົງ​ຢ່າງ​ທີ່​ພຣະອົງ​ເປັນ.


ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ຜູ້​ຈະ​ມາ, ເຮົາ​ຄື​ອົງ​ລິດອຳນາດຍິ່ງໃຫຍ່”.


Follow us:

Advertisements


Advertisements