Biblia Todo Logo
Online Bible

- Advertisements -




ຟີລິບປອຍ 3:20 - ພຣະຄຳພີລາວສະບັບສະໄໝໃໝ່

20 ແຕ່​ພວກເຮົາ​ທັງຫລາຍ​ເປັນ​ພົນລະເມືອງ​ຂອງ​ສະຫວັນ. ແລະ ພວກເຮົາ​ຄອຍຖ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຈາກ​ສະຫວັນ​ຢ່າງ​ກະຕືລືລົ້ນ, ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ,

See the chapter Copy

ພຣະຄຳພີສັກສິ

20 ແຕ່​ບ້ານ​ເມືອງ​ຂອງ​ເຮົາ​ທັງຫລາຍ​ນັ້ນ​ຢູ່​ໃນ​ສະຫວັນ ແລະ​ຄອງຄອຍ​ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ ຊຶ່ງ​ຈະ​ສະເດັດ​ມາ​ຈາກ​ສະຫວັນ ຄື​ອົງ​ພຣະເຢຊູ​ຄຣິດເຈົ້າ.

See the chapter Copy




ຟີລິບປອຍ 3:20
36 Cross References  

ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຈົ້າ​ຢາກ​ເປັນ​ຄົນດີ​ຄົບຖວ້ນ, ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ແກ່​ຄົນຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ, ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.


“ຜູ້ໃດ​ທີ່​ສະສົມ​ສິ່ງຂອງ​ໄວ້​ສຳລັບ​ຕົນ​ເອງ​ແຕ່​ບໍ່​ໄດ້​ຮັ່ງມີ​ເພື່ອ​ພຣະເຈົ້າ​ກໍ​ເປັນ​ຢ່າງ​ນີ້​ແຫລະ”.


ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ພຣະພອນ. ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ສາມາດ​ຕອບແທນ​ເຈົ້າ​ໄດ້, ແຕ່​ເຈົ້າ​ຈະ​ໄດ້​ຮັບ​ຜົນ​ຕອບແທນ​ເມື່ອ​ຜູ້ຊອບທຳ​ເປັນຄືນມາຈາກຕາຍ”.


ແລະ ພວກເພິ່ນ​ຈຶ່ງ​ກ່າວ​ວ່າ, “ຊາວ​ຄາລີເລ​ເອີຍ, ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຢືນ​ເບິ່ງ​ທ້ອງຟ້າ​ຢູ່​ບ່ອນ​ນີ້? ພຣະເຢຊູເຈົ້າ​ອົງ​ດຽວ​ກັນ​ນີ້​ທີ່​ຖືກ​ຮັບ​ໄປ​ຈາກ​ພວກເຈົ້າ​ຂຶ້ນ​ສູ່​ສະຫວັນ​ນັ້ນ ຈະ​ກັບ​ຄືນ​ມາ​ອີກ​ໃນ​ແບບ​ດຽວ​ກັນ​ກັບ​ທີ່​ພວກທ່ານ​ໄດ້​ເຫັນ​ພຣະອົງ​ຂຶ້ນ​ສູ່​ສະຫວັນ”.


ເຫດສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຂາດ​ຂອງປະທານ​ຝ່າຍ​ວິນຍານ​ໃດໆ​ໃນ​ຂະນະ​ທີ່​ພວກເຈົ້າ​ລໍຄອຍ​ຢ່າງ​ຈົດຈໍ່​ເພື່ອ​ການ​ມາ​ປາກົດ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ດ້ວຍວ່າ​ຄົນ​ຝ່າຍ​ໂລກ​ເປັນ​ຢ່າງໃດ ຄົນ​ທີ່​ເປັນ​ຂອງ​ໂລກ​ກໍ​ເປັນ​ຢ່າງນັ້ນ; ແລະ ຄົນ​ຈາກ​ສະຫວັນ​ເປັນ​ຢ່າງໃດ ຄົນ​ທີ່​ເປັນ​ຂອງ​ສະຫວັນ​ກໍ​ເປັນ​ຢ່າງນັ້ນ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ໄດ້​ຈ້ອງຕາ​ເບິ່ງ​ສິ່ງ​ທີ່​ເບິ່ງເຫັນ, ແຕ່​ຈ້ອງຕາ​ເບິ່ງ​ສິ່ງ​ທີ່​ເບິ່ງ​ບໍ່ເຫັນ, ດ້ວຍວ່າ​ສິ່ງ​ທີ່​ເບິ່ງເຫັນ​ນັ້ນ​ກໍ​ເປັນ​ພຽງ​ຊົ່ວຄາວ, ແຕ່​ສິ່ງ​ທີ່​ເບິ່ງ​ບໍ່ເຫັນ​ກໍ​ຖາວອນ.


ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ແລ້ວ​ວ່າ ພວກເຮົາ​ໝັ້ນໃຈ ແລະ ປາຖະໜາ​ທີ່​ຈະ​ພົ້ນ​ຈາກ​ຮ່າງກາຍ​ນີ້ ແລະ ໄປ​ຢູ່​ບ້ານ​ກັບ​ອົງພຣະຜູ້ເປັນເຈົ້າ.


ແຕ່​ເຢຣູຊາເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ​ເປັນ​ອິດສະຫລະ ແລະ ເປັນ​ແມ່​ຂອງ​ພວກເຮົາ.


ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ແມ່ນ​ຄົນຕ່າງດ້າວ ແລະ ຄົນແປກໜ້າ​ອີກ​ຕໍ່ໄປ, ແຕ່​ເປັນ​ພົນລະເມືອງ​ດຽວ​ກັບ​ບັນດາ​ຄົນ​ຂອງ​ພຣະເຈົ້າ ແລະ ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ພຣະອົງ​ເໝືອນກັນ,


ແລະ ພຣະເຈົ້າ​ໄດ້​ໃຫ້​ພວກເຮົາ​ເປັນຄືນມາ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ ແລະ ໃຫ້​ພວກເຮົາ​ນັ່ງ​ກັບ​ພຣະອົງ​ໃນ​ສະຫວັນ​ສະຖານ​ໃນ​ພຣະຄຣິດເຈົ້າເຢຊູ,


ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ສາມາດ​ທົດສອບ​ໄດ້​ວ່າ​ສິ່ງ​ໃດ​ດີ​ທີ່ສຸດ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ບໍລິສຸດ ແລະ ບໍ່​ມີ​ຕຳໜິ​ສຳລັບ​ວັນ​ຂອງ​ພຣະຄຣິດເຈົ້າ,


ບໍ່​ວ່າ​ສິ່ງໃດ​ຈະ​ເກີດຂຶ້ນ, ພວກເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່​ວ່າ​ເຮົາ​ຈະ​ມາ​ຫາ​ພວກເຈົ້າ ຫລື ພຽງ​ແຕ່​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ກໍ​ຕາມ, ເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ຕັ້ງໝັ້ນຄົງ​ໃນ​ພຣະວິນຍານ​ອົງ​ດຽວ​ກັນ, ຕໍ່ສູ້​ຮ່ວມກັນ​ເໝືອນ​ເປັນ​ຄົນ​ດຽວ​ກັນ​ເພື່ອ​ຄວາມເຊື່ອ​ແຫ່ງ​ຂ່າວປະເສີດ


ຄື​ຄວາມເຊື່ອ ແລະ ຄວາມຮັກ​ອັນ​ເກີດ​ຈາກ​ຄວາມຫວັງ​ທີ່​ສະສົມ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ ແລະ ເຊິ່ງ​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ​ໃນ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຂອງ​ຂ່າວປະເສີດ


ແລະ ຄອຍຖ້າ​ພຣະບຸດ​ຂອງ​ພຣະອົງ​ທີ່​ຈະ​ມາ​ຈາກ​ສະຫວັນ, ຜູ້​ທີ່​ພຣະອົງ​ໄດ້​ໃຫ້​ເປັນຄືນມາຈາກຕາຍ ຄື​ພຣະເຢຊູຄຣິດເຈົ້າ, ຜູ້​ທີ່​ກອບກູ້​ເອົາ​ພວກເຮົາ​ທັງຫລາຍ​ໃຫ້​ພົ້ນ​ຈາກ​ຄວາມໂກດຮ້າຍ​ທີ່​ກຳລັງ​ຈະ​ມາ​ເຖິງ.


ເພາະ​ອົງພຣະຜູ້ເປັນເຈົ້າ​ເອງ​ຈະ​ລົງ​ມາ​ຈາກ​ສະຫວັນ​ດ້ວຍ​ສຽງຄຳສັ່ງ​ດັງ​ກ້ອງ ດ້ວຍ​ສຽງ​ແຫ່ງ​ອັກຄະເທວະດາ ແລະ ດ້ວຍ​ສຽງແກ​ເອີ້ນ​ຂອງ​ພຣະເຈົ້າ ແລ້ວ​ຜູ້​ທີ່​ຕາຍ​ໃນ​ພຣະຄຣິດເຈົ້າ​ຈະ​ເປັນຄືນມາ​ກ່ອນ.


ບັດນີ້​ມົງກຸດ​ແຫ່ງ​ຄວາມຊອບທຳ​ລໍຖ້າ​ເຮົາ​ຢູ່ ເຊິ່ງ​ອົງພຣະຜູ້ເປັນເຈົ້າ​ຜູ້ພິພາກສາ​ທີ່​ຍຸຕິທຳ​ຈະ​ໃຫ້​ມົງກຸດ​ນີ້​ເປັນ​ລາງວັນ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ ບໍ່​ແມ່ນ​ແກ່​ເຮົາ​ພຽງ​ຄົນ​ດຽວ ແຕ່​ຈະ​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ມາ​ປາກົດ​ຂອງ​ພຣະອົງ​ດ້ວຍ.


ໃນ​ຂະນະ​ທີ່​ພວກເຮົາ​ກຳລັງ​ຄອຍຖ້າ​ຄວາມຫວັງ​ອັນ​ເຕັມ​ໄປ​ດ້ວຍ​ພອນ ຄື​ການ​ມາ​ປາກົດ​ຂອງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ແຕ່​ພວກເຈົ້າ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ບ່ອນ​ທີ່​ເທວະດາ​ເປັນ​ຈໍານວນ​ພັນໆ​ໄດ້​ຊຸມນຸມ​ກັນ​ຢ່າງ​ຊື່ນຊົມຍິນດີ,


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


“ເບິ່ງ​ແມ, ພຣະອົງ​ກຳລັງ​ມາ​ພ້ອມ​ກັບ​ເມກ​ທັງຫລາຍ”, ແລະ “ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະອົງ, ແມ່ນ​ແຕ່​ຄົນ​ເຫລົ່ານັ້ນ​ທີ່​ໄດ້​ແທງ​ພຣະອົງ”, ແລະ ມະນຸດ​ທັງໝົດ​ເທິງ​ແຜ່ນດິນໂລກ “ຈະ​ໂສກເສົ້າ​ເພາະ​ພຣະອົງ”. ແລ້ວ​ຈະ​ເປັນ​ໄປ​ຢ່າງ​ນັ້ນ! ອາແມນ.


Follow us:

Advertisements


Advertisements