Biblia Todo Logo
Online Bible

- Advertisements -




ຟີລິບປອຍ 3:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ບໍ່​ຖື​ວ່າ​ເຮົາ​ເອງ​ໄດ້​ຮັບເອົາ​ສິ່ງ​ນີ້​ມາ​ແລ້ວ. ແຕ່​ເຮົາ​ເຮັດ​ຢ່າງ​ໜຶ່ງ​ຄື: ລືມ​ສິ່ງ​ຢູ່​ເບື້ອງຫລັງ ແລະ ເອົາໃຈໃສ່​ສິ່ງ​ທີ່​ຢູ່​ຂ້າງໜ້າ,

See the chapter Copy

ພຣະຄຳພີສັກສິ

13 ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ບໍ່​ຖື​ວ່າ​ເຮົາ​ໄດ້​ຮັບ​ແລ້ວ ແຕ່​ເຮົາ​ເຮັດ​ຢ່າງ​ໜຶ່ງ ຄື​ລືມ​ສິ່ງ​ເຫຼົ່ານັ້ນ​ທີ່​ຜ່ານ​ພົ້ນ​ໄປ​ແລ້ວ​ເສຍ ແລະ​ໂນ້ມຕົວ​ອອກ​ໄປ​ຫາ​ສິ່ງ​ທັງຫລາຍ​ທີ່​ຢູ່​ເບື້ອງ​ໜ້າ.

See the chapter Copy




ຟີລິບປອຍ 3:13
15 Cross References  

ແຕ່​ມີ​ພຽງ​ສິ່ງ​ດຽວ​ເທົ່ານັ້ນ​ທີ່​ຈຳເປັນ. ມາຣີ​ໄດ້​ເລືອກ​ສິ່ງ​ທີ່​ດີ​ກວ່າ ແລະ ບໍ່​ມີ​ຜູ້ໃດ​ຈະ​ເອົາ​ສິ່ງ​ນັ້ນ​ໄປ​ຈາກ​ນາງ​ໄດ້”.


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຜູ້ໃດ​ທີ່​ເອົາ​ມື​ຈັບ​ງ້ອນ​ໄຖ​ແລ້ວ​ຍັງ​ຫລຽວ​ຄືນ​ຫລັງ ຜູ້​ນັ້ນ​ກໍ​ບໍ່​ສົມ​ກັບ​ການຮັບໃຊ້​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


ດັ່ງນັ້ນ ຕັ້ງ​ແຕ່​ນີ້​ຕໍ່ໄປ ພວກເຮົາ​ຈະ​ບໍ່​ພິຈາລະນາ​ຜູ້ໃດ​ຕາມ​ຄວາມເຫັນ​ຂອງ​ໂລກ. ເຖິງ​ແມ່ນ​ວ່າ​ຄັ້ງ​ໜຶ່ງ​ພວກເຮົາ​ເຄີຍ​ພິຈາລະນາ​ພຣະຄຣິດເຈົ້າ​ຕາມ​ຄວາມເຫັນ​ຂອງ​ໂລກ​ກໍ​ຕາມ ແຕ່​ພວກເຮົາ​ກໍ​ຈະ​ບໍ່​ເຮັດ​ຢ່າງ​ນັ້ນ​ອີກ​ຕໍ່ໄປ.


ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,


ບໍ່​ແມ່ນ​ວ່າ​ເຮົາ​ໄດ້​ຮັບ​ສິ່ງ​ທັງໝົດ​ນີ້​ແລ້ວ ຫລື ໄດ້​ໄປ​ເຖິງ​ເປົ້າໝາຍ​ຂອງ​ເຮົາ​ແລ້ວ, ແຕ່​ເຮົາ​ມຸ່ງໜ້າ​ຕໍ່ໄປ​ເພື່ອ​ຮັບເອົາ​ສິ່ງ​ທີ່​ພຣະຄຣິດເຈົ້າເຢຊູ​ໄດ້​ຮັບເອົາ​ໄວ້​ສຳລັບ​ເຮົາ.


ຫລາຍກວ່າ​ນັ້ນ ເຮົາ​ຖື​ວ່າ​ທຸກສິ່ງ​ນັ້ນ​ເປັນ​ຂອງ​ໄຮ້ປະໂຫຍດ​ເພາະ​ການ​ທີ່​ໄດ້​ຮູ້ຈັກ​ກັບ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ເຮົາ​ນັ້ນ​ເປັນ​ສິ່ງ​ທີ່​ລໍ້າຄ່າ​ຫລາຍ, ເພາະ​ເຫັນ​ແກ່​ພຣະອົງ​ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ທຸກສິ່ງ. ເຮົາ​ຖື​ວ່າ​ສິ່ງ​ເຫລົ່ານັ້ນ​ເປັນ​ຂີ້ເຫຍື້ອ ເພື່ອ​ເຮົາ​ຈະ​ໄດ້​ພຣະຄຣິດເຈົ້າ


ເຫດສະນັ້ນ ໃຫ້​ພວກເຮົາ​ຜ່ານ​ຫລັກຄຳສອນ​ເບື້ອງຕົ້ນ​ກ່ຽວກັບ​ພຣະຄຣິດເຈົ້າ ແລະ ຈົ່ງ​ກ້າວໄປ​ສູ່​ຄວາມ​ເປັນ​ຜູ້ໃຫຍ່, ຢ່າ​ວາງ​ພື້ນຖານ​ຂອງ​ການ​ກັບໃຈ​ຊ້ຳ​ອີກ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ ແລະ ໃນ​ເລື່ອງ​ຄວາມເຊື່ອ​ໃນ​ພຣະເຈົ້າ,


ເພື່ອນ​ທີ່ຮັກ​ເອີຍ, ແຕ່​ຢ່າ​ລືມ​ຂໍ້​ນີ້​ຄື: ສຳລັບ​ອົງພຣະຜູ້ເປັນເຈົ້າ​ແລ້ວ​ໜຶ່ງ​ວັນ​ກໍ​ເໝືອນ​ໜຶ່ງພັນ​ປີ ແລະ ໜຶ່ງ​ພັນ​ປີ​ກໍ​ເໝືອນ​ໜຶ່ງ​ວັນ.


Follow us:

Advertisements


Advertisements