11 ແລະ ເຖິງຢ່າງໃດກໍຕາມ ເພື່ອຈະໄດ້ມາເຖິງການເປັນຄືນມາຈາກຕາຍດ້ວຍ.
11 ເພື່ອຖ້າເປັນໄປໄດ້ ເຮົາກໍຈະໄດ້ເປັນຄືນມາຈາກຕາຍດ້ວຍ.
ແລ້ວເຈົ້າກໍຈະໄດ້ຮັບພຣະພອນ. ເຖິງແມ່ນວ່າພວກເຂົາບໍ່ສາມາດຕອບແທນເຈົ້າໄດ້, ແຕ່ເຈົ້າຈະໄດ້ຮັບຜົນຕອບແທນເມື່ອຜູ້ຊອບທຳເປັນຄືນມາຈາກຕາຍ”.
ມາທາຕອບວ່າ, “ຂ້ານ້ອຍກໍຮູ້ຈັກແລ້ວວ່າລາວຈະຟື້ນຄືນມາອີກໃນການເປັນຄືນມາຈາກຕາຍໃນວັນສຸດທ້າຍ”.
ເມື່ອໂປໂລຮູ້ວ່າບາງຄົນໃນພວກເຂົາເປັນພວກຊາດູກາຍ ແລະ ບາງຄົນກໍເປັນຟາຣີຊາຍ, ເພິ່ນຈຶ່ງຮ້ອງຂຶ້ນຕໍ່ໜ້າສະພາແຊນເຮດຣິນວ່າ, “ພີ່ນ້ອງທັງຫລາຍ, ຂ້າພະເຈົ້າເປັນຄົນຟາຣີຊາຍ, ສືບເຊື້ອສາຍມາຈາກຟາຣີຊາຍ. ຂ້າພະເຈົ້າຖືກພິຈາລະນາຄະດີກໍເພາະຂ້າພະເຈົ້າມີຄວາມຫວັງໃນການເປັນຄືນມາຈາກຕາຍ”.
ເປັນຄຳສັນຍາທີ່ພວກຂ້ານ້ອຍສິບສອງຕະກຸນຫວັງວ່າຈະເປັນຈິງຂະນະທີ່ພວກເຂົາຮ້ອນຮົນບົວລະບັດພຣະເຈົ້າທັງກາງເວັນ ແລະ ກາງຄືນ. ຂ້າແດ່ກະສັດອັກຄຣີປາ, ເພາະຄວາມຫວັງນີ້ເອງພວກຢິວເຫລົ່ານີ້ຈຶ່ງກ່າວຫາຂ້ານ້ອຍ.
ເນື່ອງຈາກວ່າທ່າງາມນັ້ນບໍ່ເໝາະສົມທີ່ຈະຈອດໃນລະດູໜາວ, ຄົນສ່ວນຫລາຍຈຶ່ງຕົກລົງວ່າພວກເຮົາຄວນແລ່ນເຮືອຕໍ່ໄປ, ໂດຍຫວັງວ່າຈະໄປໃຫ້ເຖິງເມືອງໂຟນິກ ແລະ ຈອດພັກໃນລະດູໜາວທີ່ນັ້ນ. ໂຟນິກເປັນທ່າເຮືອຂອງເກາະກະເຣເຕ, ຫັນໜ້າໄປທາງຕາເວັນຕົກສຽງໃຕ້ກັບຕາເວັນຕົກສຽງເໜືອ.
ໂດຍມີຄວາມຫວັງວ່າເຮົາຈະຊັກຊວນພີ່ນ້ອງຮ່ວມຊາດຂອງເຮົາໃຫ້ເກີດຄວາມອິດສາ ແລະ ເພື່ອຊ່ວຍພວກເຂົາບາງຄົນໃຫ້ພົ້ນໄດ້.
ແຕ່ຈະເປັນໄປຕາມລຳດັບຄື: ພຣະຄຣິດເຈົ້າຜູ້ເປັນຜົນທຳອິດ; ຫລັງຈາກນັ້ນ, ແມ່ນບັນດາຄົນຂອງພຣະອົງເມື່ອພຣະອົງມາປາກົດ.
ຕໍ່ຜູ້ທີ່ມີຄວາມເຊື່ອອ່ອນ ເຮົາກໍເປັນຜູ້ທີ່ມີຄວາມເຊື່ອອ່ອນ ເພື່ອຈະຊະນະຜູ້ທີ່ມີຄວາມເຊື່ອອ່ອນ. ເຮົາໄດ້ກາຍເປັນທຸກສິ່ງແກ່ຄົນທັງປວງ ເພື່ອວ່າເຮົາຈະໄດ້ຊ່ວຍບາງຄົນໃຫ້ພົ້ນໂດຍທຸກວິທີທາງທີ່ເປັນໄປໄດ້.
ບໍ່ແມ່ນດອກ, ເຮົາຝຶກຝົນຮ່າງກາຍຂອງເຮົາ ແລະ ເຮັດໃຫ້ມັນເປັນທາດຂອງເຮົາ ເພື່ອວ່າຫລັງຈາກທີ່ເຮົາໄດ້ປະກາດແກ່ຄົນອື່ນໆແລ້ວ, ເຮົາເອງຈະບໍ່ຖືກຂາດຄຸນສົມບັດສຳລັບລາງວັນນັ້ນ.
ແຕ່ເຮົາຢ້ານວ່າ ຈະເປັນເໝືອນດັ່ງເອວາທີ່ຖືກລໍ້ລວງດ້ວຍກົນອຸບາຍຂອງງູນັ້ນ, ແລ້ວຄວາມຄິດຂອງພວກເຈົ້າຈະຖືກນຳພາໄປສູ່ຄວາມຜິດພາດຈາກຄວາມຈິງໃຈ ແລະ ຄວາມບໍລິສຸດຂອງພວກເຈົ້າໃນການອຸທິດຕົນຕໍ່ພຣະຄຣິດເຈົ້າ. ເອວາທີ່ຖືກລໍ້ລວງດ້ວຍກົນອຸບາຍຂອງງູນັ້ນ.
ດ້ວຍເຫດນີ້ ເມື່ອເຮົາບໍ່ສາມາດທົນຕໍ່ໄປໄດ້ ເຮົາຈຶ່ງໄດ້ສົ່ງຕີໂມທຽວມາເບິ່ງຄວາມເຊື່ອຂອງພວກເຈົ້າ. ເຮົາຢ້ານວ່າຜູ້ທົດລອງໄດ້ລໍ້ລວງພວກເຈົ້າໃນທາງໃດທາງໜຶ່ງແລ້ວ ແລະ ການເຮັດວຽກໜັກຂອງພວກເຮົາກໍອາດຈະເສຍປະໂຫຍດ.
ຢ່າໃຫ້ຜູ້ໃດມາຫລອກລວງພວກເຈົ້າໃນທາງໃດທາງໜຶ່ງ ເພາະວັນນັ້ນຍັງຈະບໍ່ມາເຖິງຈົນກວ່າການກະບົດຈະເກີດຂຶ້ນ ແລະ ຄົນລ່ວງລະເມີດທີ່ຖືກກຳນົດໃຫ້ເຖິງຄວາມຈິບຫາຍນັ້ນມາປາກົດໂຕ.
ບັດນີ້ມົງກຸດແຫ່ງຄວາມຊອບທຳລໍຖ້າເຮົາຢູ່ ເຊິ່ງອົງພຣະຜູ້ເປັນເຈົ້າຜູ້ພິພາກສາທີ່ຍຸຕິທຳຈະໃຫ້ມົງກຸດນີ້ເປັນລາງວັນແກ່ເຮົາໃນວັນນັ້ນ ແລະ ບໍ່ແມ່ນແກ່ເຮົາພຽງຄົນດຽວ ແຕ່ຈະໃຫ້ແກ່ທຸກຄົນທີ່ລໍຖ້າການມາປາກົດຂອງພຣະອົງດ້ວຍ.
ພວກຜູ້ຍິງໄດ້ຮັບຄົນຂອງພວກເພິ່ນທີ່ເປັນຄືນມາມີຊີວິດອີກ. ມີຄົນອື່ນອີກທີ່ຖືກທໍລະມານ ແລະ ບໍ່ຍອມຮັບການປົດປ່ອຍເພື່ອວ່າພວກເພິ່ນຈະໄດ້ຮັບການເປັນຄືນມາຈາກຕາຍທີ່ດີກວ່າ.
(ສ່ວນຄົນຕາຍອື່ນໆທີ່ເຫລືອຢູ່ນັ້ນ ບໍ່ໄດ້ກັບຄືນມາມີຊີວິດຈົນກວ່າຈະຄົບໜຶ່ງພັນປີ). ນີ້ແມ່ນການເປັນຄືນມາຈາກຕາຍຄັ້ງທີໜຶ່ງ.