Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ແລະ ເມື່ອ​ປາກົດ​ໃນ​ຮ່າງ​ມະນຸດ, ພຣະອົງ​ໄດ້​ຖ່ອມ​ພຣະອົງ​ເອງ​ລົງ ໂດຍ​ຍອມ​ເຊື່ອຟັງ​ຈົນ​ເຖິງ​ຄວາມຕາຍ ແມ່ນແຕ່​ຄວາມຕາຍ​ເທິງ​ໄມ້ກາງແຂນ!

See the chapter Copy

ພຣະຄຳພີສັກສິ

8 ແລະ​ເມື່ອ​ຊົງ​ປາກົດ​ພຣະອົງ ໃນ​ສະພາບ​ມະນຸດ​ແລ້ວ ພຣະອົງ​ກໍ​ຊົງ​ຖ່ອມ​ພຣະອົງ​ລົງ. ຍອມ​ເຊື່ອຟັງ​ຈົນເຖິງ​ຄວາມ​ມໍຣະນາ ຄື​ເຖິງ​ຄວາມ​ມໍຣະນາ​ທີ່​ໄມ້ກາງແຂນ.

See the chapter Copy




ຟີລິບປອຍ 2:8
26 Cross References  

ຢູ່​ທີ່​ນັ້ນ ຮ່າງກາຍ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ. ໃບໜ້າ​ຂອງ​ພຣະອົງ​ສ່ອງແສງ​ເຫລື້ອມໃສ​ເໝືອນດັ່ງ​ຕາເວັນ ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ເໝືອນດັ່ງ​ແສງສະຫວ່າງ.


ພຣະອົງ​ຍ່າງ​ໄປ​ອີກ​ໜ້ອຍໜຶ່ງ​ໝູບ​ໜ້າ​ລົງ​ພື້ນດິນ ແລະ ອະທິຖານ​ວ່າ, “ພຣະບິດາ​ຂອງ​ລູກ​ເອີຍ, ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ຈອກ​ນີ້​ຜ່ານພົ້ນ​ໄປ​ຈາກ​ລູກ​ດ້ວຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.


ພຣະອົງ​ໄດ້​ໄປ​ອີກ​ເປັນ​ເທື່ອ​ທີ​ສອງ ແລະ ອະທິຖານ​ວ່າ, “ພຣະບິດາ​ຂອງ​ລູກ​ເອີຍ, ຖ້າ​ຈອກ​ນີ້​ບໍ່​ອາດ​ຜ່ານພົ້ນ​ໄປ ແລະ ຂ້ານ້ອຍ​ຈໍາເປັນ​ຕ້ອງ​ດື່ມ​ຈອກ​ນີ້ ກໍ​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.


ຂະນະ​ທີ່​ພຣະອົງ​ກຳລັງ​ອະທິຖານ​ຢູ່​ນັ້ນ, ໃບໜ້າ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຮຸ່ງເຫລື້ອມ​ດັ່ງ​ແສງ​ຟ້າແມບ.


ບໍ່​ມີ​ຜູ້ໃດ​ຈະ​ຍາດ​ເອົາ​ຊີວິດ​ໄປ​ຈາກ​ເຮົາ, ແຕ່​ເຮົາ​ໄດ້​ສະຫລະ​ຊີວິດ​ດ້ວຍ​ຄວາມສະໝັກໃຈ​ຂອງ​ເຮົາ​ເອງ. ເຮົາ​ມີ​ສິດ​ທີ່​ຈະ​ສະຫລະ​ຊີວິດ​ນັ້ນ ແລະ ມີ​ສິດ​ທີ່​ຈະ​ຮັບ​ຊີວິດ​ຄືນ​ມາ​ອີກ. ເຮົາ​ໄດ້​ຮັບ​ຄຳສັ່ງ​ນີ້​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ”.


ແຕ່​ລາວ​ມາ​ເພື່ອ​ໂລກ​ນີ້​ຈະ​ໄດ້​ຮູ້ຈັກ​ວ່າ​ເຮົາ​ຮັກ​ພຣະບິດາເຈົ້າ ແລະ ໄດ້​ເຮັດ​ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ເຮົາ​ໄວ້. “ຈົ່ງ​ລຸກຂຶ້ນ, ໃຫ້​ພວກເຮົາ​ພາກັນ​ໄປ​ເທາະ.


ຖ້າ​ພວກເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ ພວກເຈົ້າ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ໃນ​ຄວາມຮັກ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງ​ພຣະອົງ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ອາຫານ​ຂອງ​ເຮົາ​ຄື​ການ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ແລະ ເຮັດ​ພັນທະກິດ​ຂອງ​ພຣະອົງ​ໃຫ້​ສຳເລັດ.


ໃນ​ຄວາມອັບອາຍ​ຂອງ​ເພິ່ນ ເພິ່ນ​ບໍ່ໄດ້​ຮັບ​ຄວາມຍຸຕິທຳ. ຜູ້ໃດ​ຈະ​ເລົ່າ​ເຖິງ​ເຊື້ອສາຍ​ຂອງ​ເພິ່ນ​ໄດ້? ເພາະວ່າ​ຊີວິດ​ຂອງ​ເພິ່ນ​ໄດ້​ຖືກ​ເອົາ​ໄປ​ຈາກ​ໂລກ​ເສຍ​ແລ້ວ”.


ດ້ວຍວ່າ ການ​ບໍ່​ເຊື່ອຟັງ​ຂອງ​ມະນຸດ​ຄົນ​ດຽວ​ເຮັດ​ໃຫ້​ຄົນ​ຈຳນວນຫລາຍ​ເປັນ​ຄົນບາບ​ຢ່າງໃດ ການເຊື່ອຟັງ​ຂອງ​ມະນຸດ​ຄົນດຽວ​ກໍ​ເຮັດໃຫ້​ຄົນ​ຈຳນວນຫລາຍ​ເປັນ​ຜູ້ຊອບທຳ​ຢ່າງນັ້ນ.


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ເຖິງ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ ເຖິງແມ່ນ​ພຣະອົງ​ຮັ່ງມີ ແຕ່​ກໍ​ຍັງ​ຍອມ​ກາຍເປັນ​ຄົນຍາກຈົນ​ເພາະ​ເຫັນ​ແກ່​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ຄົນຮັ່ງມີ​ໂດຍ​ທາງ​ຄວາມຍາກຈົນ​ຂອງ​ພຣະອົງ.


ພຣະຄຣິດເຈົ້າ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄຳສາບແຊ່ງ​ຂອງ​ກົດບັນຍັດ​ໂດຍ​ກາຍເປັນ​ຜູ້​ຖືກ​ສາບແຊ່ງ​ແທນ​ພວກເຮົາ, ເພາະ​ມີ​ຄຳ​ຂຽນໄວ້​ວ່າ: “ຜູ້ໃດ​ທີ່​ຖືກ​ແຂວນ​ເທິງ​ຕົ້ນໄມ້​ກໍ​ຖືກ​ສາບແຊ່ງ​ແລ້ວ”.


ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


ໃນ​ການຕໍ່ສູ້​ກັບ​ຄວາມບາບ​ນັ້ນ, ພວກເຈົ້າ​ຍັງ​ບໍ່​ໄດ້​ຕໍ່ສູ້​ຈົນ​ເຖິງ​ຂັ້ນ​ເລືອດ​ຕົກ.


“ພຣະອົງ​ເອງ​ຮັບ​ແບກ​ຄວາມບາບ​ຂອງ​ພວກເຮົາ” ໄວ້​ໃນ​ກາຍ​ຂອງ​ພຣະອົງ​ເທິງ​ໄມ້ກາງແຂນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ຕໍ່​ຄວາມບາບ ແລະ ມີຊີວິດ​ຢູ່​ເພື່ອ​ຄວາມຊອບທຳ ແລະ “ດ້ວຍ​ບາດແຜ​ຂອງ​ພຣະອົງ​ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ”.


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


Follow us:

Advertisements


Advertisements