Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ໃນ​ຄວາມສຳພັນ​ຂອງ​ພວກເຈົ້າ​ຕໍ່​ຄົນອື່ນ​ນັ້ນ, ຈົ່ງ​ມີ​ຄວາມຄິດ​ເຊັ່ນດຽວ​ກັນ​ກັບ​ພຣະຄຣິດເຈົ້າເຢຊູ.

See the chapter Copy

ພຣະຄຳພີສັກສິ

5 ເຈົ້າ​ທັງຫລາຍ​ຈົ່ງ​ມີ​ນໍ້າໃຈ​ຕໍ່​ກັນ ເໝືອນ​ຢ່າງ​ທີ່​ມີ​ໃນ​ພຣະຄຣິດເຈົ້າ​ເຢຊູ,

See the chapter Copy




ຟີລິບປອຍ 2:5
16 Cross References  

ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽນ​ຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ ແລະ ຖ່ອມລົງ, ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມເຊົາເມື່ອຍ.


ດ້ວຍວ່າ​ຜູ້ໃດ​ເປັນ​ໃຫຍ່​ກວ່າ​ກັນ ແມ່ນ​ຜູ້​ທີ່​ນັ່ງ​ຢູ່​ໂຕະ ຫລື ຜູ້​ທີ່​ຮັບໃຊ້? ແມ່ນ​ຜູ້​ທີ່​ນັ່ງ​ຢູ່​ໂຕະ​ບໍ່​ແມ່ນ​ບໍ? ແຕ່​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ​ເໝືອນດັ່ງ​ຄົນຮັບໃຊ້.


ຄື​ເລື່ອງ​ທີ່​ພຣະເຈົ້າ​ໄດ້​ເຈີມ​ຕັ້ງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ລິດອຳນາດ ແລະ ທີ່​ພຣະອົງ​ໄດ້​ເດີນທາງ​ໄປ​ເຮັດ​ຄວາມດີ ແລະ ຮັກສາ​ທຸກຄົນ​ທີ່​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ມານຮ້າຍ​ຢ່າງ​ໃດ ເພາະ​ພຣະເຈົ້າ​ຢູ່​ກັບ​ພຣະອົງ.


ທຸກສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ ຂ້າພະເຈົ້າ​ກໍ​ສະແດງ​ໃຫ້​ພວກທ່ານ​ເຫັນ​ແລ້ວ​ວ່າ​ພວກເຮົາ​ຕ້ອງ​ຊ່ວຍ​ຄົນ​ທີ່​ອ່ອນແອ ດ້ວຍ​ການ​ເຮັດ​ວຽກ​ໜັກ, ຈົ່ງ​ຈື່ຈຳ​ຖ້ອຍຄຳ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ເອງ​ໄດ້​ກ່າວ​ໄວ້​ໃຫ້​ດີ​ວ່າ, ‘ການ​ໃຫ້​ເປັນ​ເຫດ​ໃຫ້​ມີ​ຄວາມສຸກ​ຫລາຍ​ກວ່າ​ການ​ຮັບ’”.


ຖ້າ​ພີ່ນ້ອງ​ຂອງ​ພວກເຈົ້າ​ເປັນທຸກໃຈ​ເພາະ​ສິ່ງ​ທີ່​ພວກເຈົ້າ​ກິນ ພວກເຈົ້າ​ກໍ​ບໍ່​ໄດ້​ປະພຶດ​ຕົນ​ດ້ວຍ​ຄວາມຮັກ​ອີກ​ຕໍ່ໄປ. ຢ່າ​ໃຫ້​ການກິນ​ຂອງ​ພວກເຈົ້າ​ທຳລາຍ​ຄົນ​ທີ່​ພຣະຄຣິດເຈົ້າ​ໄດ້​ຕາຍ​ແທນ​ນັ້ນ​ຕ້ອງ​ຈິບຫາຍ​ໄປ.


ເພາະ​ແມ່ນ​ແຕ່​ພຣະຄຣິດເຈົ້າ​ກໍ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ພຣະອົງ​ເອງ​ພໍໃຈ, ແຕ່​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ຄຳໝິ່ນປະໝາດ​ຂອງ​ຜູ້​ທີ່​ໝິ່ນປະໝາດ​ພຣະອົງ​ນັ້ນ​ໄດ້​ຕົກໃສ່​ຂ້ານ້ອຍ”.


ຂໍ​ພຣະເຈົ້າ​ຜູ້​ໃຫ້​ຄວາມອົດທົນ ແລະ ກຳລັງໃຈ​ນັ້ນ​ໄດ້​ໃຫ້​ພວກເຈົ້າ​ທັງຫລາຍ​ເປັນ​ນ້ຳໜຶ່ງໃຈດຽວກັນ​ຕາມ​ຢ່າງ​ພຣະເຢຊູຄຣິດເຈົ້າ,


ເໝືອນ​ດັ່ງ​ເຮົາ​ທີ່​ພະຍາຍາມ​ຈະ​ເຮັດ​ໃຫ້​ທຸກຄົນ​ພໍໃຈ​ໃນ​ທຸກ​ດ້ານ. ເພາະວ່າ​ເຮົາ​ບໍ່​ໄດ້​ສະແຫວງຫາ​ຜົນປະໂຫຍດ​ຂອງ​ເຮົາເອງ ແຕ່​ເປັນ​ຜົນປະໂຫຍດ​ຂອງ​ຄົນ​ທັງຫລາຍ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ພົ້ນ.


ແລະ ຈົ່ງ​ເດີນ​ໃນ​ທາງ​ແຫ່ງ​ຄວາມຮັກ, ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຮັກ​ພວກເຮົາ​ທັງຫລາຍ ແລະ ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ໃຫ້​ເປັນ​ເຄື່ອງຖວາຍ​ທີ່​ມີ​ກິ່ນຫອມ ແລະ ຖວາຍບູຊາ​ແກ່​ພຣະເຈົ້າ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ:


ພຣະອົງ​ເອີ້ນ​ພວກເຈົ້າ​ມາ​ສູ່​ສະພາບ​ການ​ຢ່າງ​ນີ້​ແຫລະ ເພາະວ່າ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ, ວາງ​ແບບຢ່າງ​ໄວ້​ໃຫ້​ພວກເຈົ້າ ເຊິ່ງ​ພວກເຈົ້າ​ຄວນ​ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ພຣະອົງ.


ເຫດສະນັ້ນ, ເພາະ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ທາງ​ກາຍ​ຂອງ​ພຣະອົງ​ແລ້ວ ພວກເຈົ້າ​ເອງ​ກໍ​ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ດ້ວຍ​ທ່າທີ​ຢ່າງ​ດຽວ​ກັນ. ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ທົນທຸກ​ທາງ​ກາຍ​ກໍ​ຈະ​ເຊົາ​ເຮັດ​ບາບ.


ຜູ້ໃດ​ກໍຕາມ​ທີ່​ອ້າງ​ວ່າ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ຜູ້​ນັ້ນ​ຈະ​ຕ້ອງ​ດຳເນີນຊີວິດ​ເໝືອນດັ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ດຳເນີນ.


Follow us:

Advertisements


Advertisements