Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:29 - ພຣະຄຳພີລາວສະບັບສະໄໝໃໝ່

29 ດັ່ງນັ້ນ ຈົ່ງ​ຕ້ອນຮັບ​ເພິ່ນ​ໃນ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມຊື່ນຊົມຍິນດີ​ຢ່າງ​ໃຫຍ່ ແລະ ຈົ່ງ​ໃຫ້​ກຽດ​ຄົນ​ຄື​ເພິ່ນ​ນີ້,

See the chapter Copy

ພຣະຄຳພີສັກສິ

29 ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ເພິ່ນ​ໄວ້​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເໝືອນ​ດັ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃຫ້​ນັບຖື​ທຸກຄົນ​ທີ່​ເປັນ​ແບບ​ດຽວກັນ​ກັບ​ເພິ່ນ,

See the chapter Copy




ຟີລິບປອຍ 2:29
21 Cross References  

ຖ້າ​ປະຊາຊົນ​ບໍ່​ຕ້ອນຮັບ​ພວກເຈົ້າ, ຈົ່ງ​ອອກ​ຈາກ​ເມືອງ​ຂອງ​ພວກເຂົາ​ໄປ ແລະ ຈົ່ງ​ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ”.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ຜູ້​ທີ່​ເຮົາ​ໃຊ້​ໄປ​ກໍ​ຕ້ອນຮັບ​ເຮົາ​ເໝືອນກັນ ແລະ ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ”.


ທຸກໆ​ວັນ ພວກເຂົາ​ໄດ້​ສືບຕໍ່​ມາ​ເຕົ້າໂຮມກັນ​ທີ່​ເດີ່ນ​ວິຫານ. ພວກເຂົາ​ຫັກ​ເຂົ້າຈີ່​ຕາມ​ບ້ານ​ຂອງ​ຕົນ ແລະ ກິນ​ອາຫານ​ຮ່ວມກັນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ດ້ວຍ​ຄວາມຈິງໃຈ,


ພວກເຂົາ​ໃຫ້​ກຽດ​ພວກເຮົາ​ຫລາຍຢ່າງ; ແລະ ເມື່ອ​ພວກເຮົາ​ພ້ອມແລ້ວ​ທີ່​ຈະ​ອອກ​ເຮືອ​ໄປ ພວກເຂົາ​ກໍ​ນຳ​ສິ່ງຂອງ​ທີ່​ຈຳເປັນ​ມາ​ໃຫ້​ພວກເຮົາ.


ດັ່ງນັ້ນ ເມືອງ​ນັ້ນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຍິນດີ.


ແລະ ຖ້າ​ບໍ່​ມີ​ຜູ້ໃດ​ໃຊ້​ພວກເຂົາ​ໄປ ພວກເຂົາ​ຈະ​ໄປ​ປະກາດ​ໄດ້​ຢ່າງໃດ? ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຕີນ​ຂອງ​ຜູ້​ນຳ​ຂ່າວປະເສີດ​ມາ​ກໍ​ງົດງາມ​ແທ້​ນໍ!”


ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮັບ​ນາງ​ໄວ້​ໃນ​ອົງພຣະຜູ້ເປັນເຈົ້າ​ຕາມ​ສົມຄວນ​ແກ່​ຄົນ​ຂອງ​ພຣະເຈົ້າ ແລະ ຊ່ວຍເຫລືອ​ນາງ​ໃນ​ທຸກສິ່ງ​ທີ່​ນາງ​ຕ້ອງການ ເພາະວ່າ​ນາງ​ເອງ​ໄດ້​ຊ່ວຍເຫລືອ​ຄົນ​ຈໍານວນ​ຫລາຍ​ລວມທັງ​ເຮົາ​ດ້ວຍ.


ເມື່ອ​ຕີໂມທຽວ​ມາ ຂໍ​ໃຫ້​ພວກເຈົ້າ​ຊ່ວຍ​ເບິ່ງແຍງ​ບໍ່​ໃຫ້​ລາວ​ຢ້ານກົວ​ຕໍ່​ສິ່ງໃດ​ໃນ​ຂະນະ​ທີ່​ລາວ​ຢູ່​ນຳ​ພວກເຈົ້າ, ເພາະ​ລາວ​ກໍ​ເຮັດວຽກ​ຂອງ​ອົງພຣະຜູ້ເປັນເຈົ້າ​ເໝືອນກັນ​ກັບ​ເຮົາ.


ເພາະ​ພວກເຂົາ​ໄດ້​ຟື້ນ​ຈິດໃຈ​ຂອງ​ເຮົາ​ຂຶ້ນ​ໃໝ່ ແລະ ຈິດໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ດ້ວຍ. ບັນດາ​ຄົນ​ຢ່າງ​ນີ້​ສົມຄວນ​ໄດ້​ຮັບ​ການຍອມຮັບ.


ເພາະ​ບໍ່​ແມ່ນ​ຜູ້ທີ່​ຍົກຍ້ອງ​ຕົນ​ເອງ​ທີ່​ເປັນ​ຜູ້​ທີ່​ໄດ້​ຮັບ​ການ​ຮັບຮອງ, ແຕ່​ແມ່ນ​ຜູ້​ທີ່​ອົງພຣະຜູ້ເປັນເຈົ້າ​ຍົກຍ້ອງ.


ຈົ່ງ​ເປີດ​ຫ້ອງ​ຫົວໃຈ​ຂອງ​ພວກເຈົ້າ​ຮັບ​ພວກເຮົາ​ສາ. ພວກເຮົາ​ບໍ່​ໄດ້​ເຮັດຜິດ​ຕໍ່​ຜູ້ໃດ, ພວກເຮົາ​ບໍ່​ໄດ້​ສໍ້ໂກງ​ຜູ້ໃດ, ພວກເຮົາ​ບໍ່​ໄດ້​ຊອກຫາ​ຜົນປະໂຫຍດ​ຈາກ​ຜູ້ໃດ.


ເຫດສະນັ້ນ ເຮົາ​ຈຶ່ງ​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ສົ່ງ​ເພິ່ນ​ມາ, ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ໄດ້​ພົບ​ເພິ່ນ​ອີກ​ພວກເຈົ້າ​ຈະ​ໄດ້​ດີໃຈ ແລະ ຄວາມກະວົນກະວາຍໃຈ​ຂອງ​ເຮົາ​ຈະ​ໄດ້​ເບົາບາງ​ລົງ.


ອາຣິດຕາໂຂ ເພື່ອນ​ນັກໂທດ​ຂອງ​ເຮົາ ແລະ ມາຣະໂກ ຍາດພີ່ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນໍາ​ແລ້ວ​ວ່າ​ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ​ນັບຖື​ຜູ້​ທີ່​ເຮັດ​ວຽກ​ໜັກ​ໃນ​ທ່າມກາງ​ພວກເຈົ້າ, ຜູ້​ທີ່​ຫ່ວງໃຍ​ພວກເຈົ້າ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ຜູ້​ທີ່​ຕັກເຕືອນ​ພວກເຈົ້າ.


ພວກ​ຜູ້ປົກຄອງ​ທີ່​ບໍລິຫານ​ກິດຈະການ​ຂອງ​ຄຣິສຕະຈັກ​ໄດ້​ດີ​ກໍ​ສົມຄວນ​ໄດ້​ຮັບ​ກຽດ​ເປັນ​ສອງ​ເທົ່າ, ໂດຍ​ສະເພາະ​ບັນດາ​ຜູ້​ທີ່​ເຮັດ​ໜ້າທີ່​ເທດສະໜາ ແລະ ສັ່ງສອນ.


ຈົ່ງ​ເຊື່ອຟັງ ແລະ ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ນຳ​ຂອງ​ພວກເຈົ້າ, ເພາະ​ພວກເພິ່ນ​ເຝົ້າ​ເບິ່ງແຍງ​ພວກເຈົ້າ​ໃນ​ຖານະ​ຜູ້​ທີ່​ຈະ​ຕ້ອງ​ລາຍງານ. ຈົ່ງ​ເຮັດ​ຢ່າງ​ນີ້ ເພື່ອວ່າ​ພວກເພິ່ນ​ຈະ​ເຮັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມຍິນດີ, ບໍ່​ແມ່ນ​ຈໍາ​ໃຈ ເພາະ​ຈະ​ເປັນ​ປະໂຫຍດ​ແກ່​ພວກເຈົ້າ.


ດັ່ງນັ້ນ ເມື່ອ​ເຮົາ​ມາ, ເຮົາ​ຈະ​ຊີ້​ໃຫ້​ເຫັນ​ເຖິງ​ສິ່ງ​ທີ່​ລາວ​ໄດ້​ເຮັດ, ຄື​ນິນທາ​ໃສ່ຮ້າຍ​ພວກເຮົາ. ຍັງ​ບໍ່​ພໍ​ເທົ່ານັ້ນ, ລາວ​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ຕ້ອນຮັບ​ພວກ​ພີ່ນ້ອງ​ຜູ້ທີ່ເຊື່ອ​ຄົນ​ອື່ນໆ​ອີກ. ລາວ​ຍັງ​ຫ້າມ​ບັນດາ​ຄົນ​ທີ່​ຢາກ​ຕ້ອນຮັບ ແລະ ໄລ່​ພວກເຂົາ​ອອກຈາກ​ຄຣິສຕະຈັກ​ດ້ວຍ.


Follow us:

Advertisements


Advertisements