Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ເຮົາ​ຫວັງ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ອີກ​ບໍ່​ດົນ​ຈະ​ສົ່ງ​ຕີໂມທຽວ​ໄປ​ຫາ​ພວກເຈົ້າ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມຊື່ນໃຈ​ເໝືອນກັນ​ເມື່ອ​ເຮົາ​ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຈົ້າ.

See the chapter Copy

ພຣະຄຳພີສັກສິ

19 ຖ້າ​ເປັນ​ນໍ້າພຣະໄທ​ຂອງ​ອົງ​ພຣະເຢຊູເຈົ້າ ເຮົາ​ຫວັງ​ວ່າ ຈະ​ໃຊ້​ຕີໂມທຽວ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ໜູນໃຈ ເມື່ອ​ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຈົ້າ.

See the chapter Copy




ຟີລິບປອຍ 2:19
22 Cross References  

ບັນດາ​ປະຊາຊາດ​ຈະ​ມອບ​ຄວາມຫວັງ​ຂອງ​ພວກເຂົາ​ໄວ້​ໃນ​ນາມ​ຂອງ​ເພິ່ນ”.


ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ຫລັງ​ຈາກ​ນັ້ນ​ກໍ​ໄປ​ຍັງ​ເມືອງ​ລີສະຕຣາ, ຢູ່​ທີ່​ນັ້ນ​ມີ​ສາວົກ​ຄົນ​ໜຶ່ງ​ຊື່​ຕີໂມທຽວ​ອາໄສ​ຢູ່, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ ແລະ ເປັນ​ຄົນຢິວ​ແຕ່​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.


ແລະ ເອຊາຢາ​ກໍ​ກ່າວ​ອີກ​ວ່າ, “ຮາກ​ຂອງ​ເຢຊີ ຈະ​ປົ່ງ​ຂຶ້ນ​ມາ, ຜູ້​ທີ່​ຈະ​ຂຶ້ນ​ມາ​ເພື່ອ​ປົກຄອງ​ປະຊາຊາດ​ທັງຫລາຍ ຄົນຕ່າງຊາດ​ທັງຫລາຍ​ຈະ​ມີ​ຄວາມຫວັງ​ໃນ​ພຣະອົງ”.


ຕີໂມທຽວ ເພື່ອນຮ່ວມງານ​ຂອງ​ເຮົາ​ກັບ​ລູກີໂອ, ຢາໂຊນ ແລະ ໂຊຊີປາໂທ ຍາດພີ່ນ້ອງ​ຂອງ​ເຮົາ ກໍ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ​ທັງຫລາຍ​ດ້ວຍ.


ດ້ວຍ​ເຫດຜົນ​ນີ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ ລູກ​ທີ່​ຮັກ​ຂອງ​ເຮົາ, ຜູ້​ທີ່​ສັດຊື່​ໃນ​ອົງພຣະຜູ້ເປັນເຈົ້າ ໃຫ້​ມາ​ຫາ​ພວກເຈົ້າ. ລາວ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ວິຖີທາງ​ການດຳເນີນຊີວິດ​ຂອງເຮົາ​ໃນ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ເຫັນພ້ອມ​ກັບ​ສິ່ງ​ທີ່​ເຮົາ​ເຄີຍ​ສັ່ງສອນ​ທຸກ​ບ່ອນ​ໃນ​ທຸກ​ຄຣິສຕະຈັກ.


ແລະ ພວກເຈົ້າ​ກໍ​ໄດ້​ຮ່ວມ​ຢູ່ໃນ​ພຣະຄຣິດເຈົ້າ​ເໝືອນກັນ​ເມື່ອ​ພວກເຈົ້າ​ໄດ້​ຍິນ​ພຣະຄຳ​ແຫ່ງ​ຄວາມຈິງ, ຄື​ຂ່າວປະເສີດ​ແຫ່ງ​ຄວາມພົ້ນ​ຂອງ​ພວກເຈົ້າ. ເມື່ອ​ພວກເຈົ້າ​ໄດ້​ເຊື່ອ ພວກເຈົ້າ​ກໍ​ໄດ້​ຖືກ​ໝາຍ​ໄວ້​ໃນ​ພຣະອົງ​ດ້ວຍ​ຕາປະທັບ, ຄື​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສັນຍາ​ໄວ້,


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ:


ດັ່ງນັ້ນ ພວກເຈົ້າ​ກໍ​ເໝືອນກັນ​ຄວນ​ຈະ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ເຮົາ​ດ້ວຍ.


ເຫດສະນັ້ນ ເຮົາ​ຈຶ່ງ​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ສົ່ງ​ເພິ່ນ​ມາ, ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ໄດ້​ພົບ​ເພິ່ນ​ອີກ​ພວກເຈົ້າ​ຈະ​ໄດ້​ດີໃຈ ແລະ ຄວາມກະວົນກະວາຍໃຈ​ຂອງ​ເຮົາ​ຈະ​ໄດ້​ເບົາບາງ​ລົງ.


ພວກເຮົາ​ໄດ້​ສົ່ງ​ຕີໂມທຽວ​ຜູ້​ເປັນ​ນ້ອງຊາຍ​ຂອງ​ພວກເຮົາ ແລະ ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ພຣະເຈົ້າ​ໃນ​ການເຜີຍແຜ່​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ມາ​ເສີມສ້າງ ແລະ ໜູນໃຈ​ພວກເຈົ້າ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ.


ດ້ວຍເຫດນີ້ ເມື່ອ​ເຮົາ​ບໍ່​ສາມາດ​ທົນ​ຕໍ່ໄປ​ໄດ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ​ມາ​ເບິ່ງ​ຄວາມເຊື່ອ​ຂອງ​ພວກເຈົ້າ. ເຮົາ​ຢ້ານ​ວ່າ​ຜູ້ທົດລອງ​ໄດ້​ລໍ້ລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ແລ້ວ ແລະ ການເຮັດວຽກ​ໜັກ​ຂອງ​ພວກເຮົາ​ກໍ​ອາດ​ຈະ​ເສຍປະໂຫຍດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ແລະ ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮັດ​ຢ່າງ​ນັ້ນ ເພາະວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໄດ້​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ ແລະ ຄວາມຮັກ​ທີ່​ພວກເຈົ້າ​ທຸກຄົນ​ມີ​ຕໍ່​ກັນ​ກໍ​ເພີ່ມ​ຂຶ້ນ.


ດ້ວຍ​ເຫດ​ນີ້ ເຮົາ​ກຳລັງ​ທົນທຸກ​ເໝືອນ​ທີ່​ເຮົາ​ເປັນຢູ່. ແຕ່​ເຮົາ​ກໍ​ບໍ່​ອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ​ຜູ້​ທີ່​ເຮົາ​ໄດ້​ເຊື່ອ ແລະ ເຮົາ​ໝັ້ນໃຈ​ວ່າ​ພຣະອົງ​ສາມາດ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ​ຈົນ​ເຖິງ​ວັນ​ນັ້ນ​ໄດ້.


ແທນທີ່​ຈະ​ກ່າວ​ຢ່າງ​ນັ້ນ ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ, “ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ, ພວກເຮົາ​ຈະ​ມີຊີວິດ​ຢູ່​ເພື່ອ​ເຮັດ​ສິ່ງ​ນີ້ ຫລື ສິ່ງ​ນັ້ນ”.


ໂດຍ​ທາງ​ພຣະອົງ​ພວກເຈົ້າ​ຈຶ່ງ​ເຊື່ອ​ໃນ​ພຣະເຈົ້າ ຜູ້​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ ແລະ ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະອົງ. ດັ່ງນັ້ນ​ແຫລະ ຄວາມເຊື່ອ ແລະ ຄວາມຫວັງ​ຂອງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະເຈົ້າ.


Follow us:

Advertisements


Advertisements