Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ແຕ່​ເຖິງແມ່ນວ່າ ເຮົາ​ຖືກ​ເທ​ອອກ​ເໝືອນ​ດັ່ງ​ເທ​ເຄື່ອງດື່ມ​ຖວາຍ​ໃສ່​ບ່ອນ​ຖວາຍບູຊາ ແລະ ການຮັບໃຊ້​ທີ່​ມາ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ, ເຮົາ​ກໍ​ຍັງ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.

See the chapter Copy

ພຣະຄຳພີສັກສິ

17 ເຖິງແມ່ນ​ຕົວ​ເຮົາ​ຈະ​ເສຍ​ສະຫລະ​ຊີວິດ​ເປັນ​ດັ່ງ​ເຄື່ອງ​ດື່ມ​ໃຫ້​ຄົບ​ເຄື່ອງ​ບູຊາ ທີ່​ພວກເຈົ້າ​ຖວາຍ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຮົາ​ຍັງ​ມີ​ຄວາມ​ຍິນດີ ແລະ​ຊົມຊື່ນ​ຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.

See the chapter Copy




ຟີລິບປອຍ 2:17
21 Cross References  

ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.


ແລ້ວ​ໂປໂລ​ໄດ້​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ ເຮັດ​ໃຫ້​ເຮົາ​ເສຍ​ໃຈ​ຢ່າງ​ນີ້? ເຮົາ​ຕຽມພ້ອມ​ບໍ່​ແມ່ນ​ແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ເທົ່ານັ້ນ, ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ເຢຣູຊາເລັມ​ດ້ວຍ ເພື່ອ​ເຫັນ​ແກ່​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ”.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ເພື່ອ​ເຫັນແກ່​ຄວາມ​ເມດຕາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ທັງຫລາຍ​ໃຫ້​ຖວາຍ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະເຈົ້າ ເພື່ອ​ເປັນ​ເຄື່ອງຖວາຍ​ບູຊາ​ທີ່​ມີຊີວິດ, ທີ່​ບໍລິສຸດ ແລະ ທີ່​ພໍໃຈ​ພຣະເຈົ້າ ນີ້​ເປັນ​ການນະມັດສະການ​ທີ່​ແທ້ຈິງ ແລະ ເໝາະສົມ.


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ​ໄປ​ຍັງ​ຄົນຕ່າງຊາດ ເຮັດໜ້າທີ່ປະໂລຫິດ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ ເພື່ອວ່າ​ຄົນຕ່າງຊາດ​ຈະ​ໄດ້​ກາຍເປັນ​ເຄື່ອງຖວາຍບູຊາ​ທີ່​ພຣະເຈົ້າ​ຍອມຮັບ ເຊິ່ງ​ພຣະວິນຍານບໍລິສຸດເຈົ້າ​ໄດ້​ຊຳລະ​ໃຫ້​ບໍລິສຸດ​ແລ້ວ.


ດັ່ງນັ້ນ ເຮົາ​ກໍ​ຍິນດີ​ຫລາຍ​ທີ່​ຈະ​ໃຊ້​ທຸກສິ່ງ​ທີ່​ເຮົາ​ມີ ແລະ ທຸ້ມເທ​ເຮົາ​ເອງ​ເພື່ອ​ພວກເຈົ້າ​ດ້ວຍ. ຖ້າ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຂຶ້ນ ພວກເຈົ້າ​ຈະ​ຮັກ​ເຮົາ​ໜ້ອຍ​ລົງ​ບໍ?


ດັ່ງນັ້ນ​ແຫລະ ຄວາມຕາຍ​ຈຶ່ງ​ກຳລັງ​ທຳງານ​ຢູ່​ໃນ​ພວກເຮົາ, ແຕ່​ຊີວິດ​ກໍ​ກຳລັງ​ທຳງານ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ.


ເຕັມ​ດ້ວຍ​ຄວາມທຸກໂສກ ແຕ່​ກໍ​ຍັງ​ຊື່ນຊົມຍິນດີ​ສະເໝີ; ທຸກຍາກ ແຕ່​ກໍ​ຍັງ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ແລະ ບໍ່​ມີ​ອັນໃດ ແຕ່​ກໍ​ຍັງ​ເປັນ​ເຈົ້າຂອງ​ທຸກສິ່ງ.


ເຮົາ​ໄດ້​ເວົ້າ​ກັບ​ພວກເຈົ້າ​ດ້ວຍ​ຄວາມ​ຈິງໃຈ​ຫລາຍ; ເຮົາ​ພູມໃຈ​ໃນ​ພວກເຈົ້າ​ຫລາຍ. ເຮົາ​ໄດ້​ຮັບ​ກຳລັງໃຈ​ຢ່າງ​ຫລວງຫລາຍ; ໃນ​ຄວາມຍາກລຳບາກ​ທັງໝົດ​ຂອງ​ພວກເຮົາ​ນັ້ນ ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ກໍ​ຮູ້​ວ່າ​ບໍ່​ມີ​ທີ່​ສິ້ນສຸດ.


ເຮົາ​ຄາດໝາຍ ແລະ ຫວັງ​ຢ່າງ​ກະຕືລືລົ້ນ​ວ່າ​ເຮົາ​ຈະ​ບໍ່​ຖືກ​ອັບອາຍ​ໃນ​ທາງ​ໃດ​ເລີຍ, ແຕ່​ຈະ​ມີ​ຄວາມກ້າຫານ​ພຽງພໍ ເພື່ອວ່າ​ບັດນີ້ ພຣະຄຣິດເຈົ້າ​ຈະ​ໄດ້​ຮັບ​ກຽດ​ເພາະ​ຮ່າງກາຍ​ຂອງ​ເຮົາ​ເໝືອນດັ່ງ​ທີ່​ເຄີຍ​ໄດ້​ຮັບ​ມາ​ຕະຫລອດ, ບໍ່​ວ່າ​ໂດຍ​ການ​ມີ​ຊີວິດ​ຢູ່ ຫລື ໂດຍ​ຄວາມຕາຍ​ກໍ​ຕາມ.


ດັ່ງນັ້ນ ພວກເຈົ້າ​ກໍ​ເໝືອນກັນ​ຄວນ​ຈະ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ເຮົາ​ດ້ວຍ.


ເພາະ​ວ່າ​ເພິ່ນ​ເກືອບ​ຕາຍ​ເພື່ອ​ພາລະກິດ​ຂອງ​ພຣະຄຣິດເຈົ້າ. ເພິ່ນ​ໄດ້​ສ່ຽງ​ຊີວິດ​ຂອງ​ເພິ່ນ​ເພື່ອ​ຊ່ວຍເຫລືອ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ບໍ່​ສາມາດ​ໃຫ້​ເຮົາ​ໄດ້.


ເຮົາ​ໄດ້​ຮັບ​ຄົບຖ້ວນ ແລະ ໄດ້​ຫລາຍ​ເກີນ​ພຽງພໍ. ເຮົາ​ໄດ້​ຮັບ​ການສະໜອງ​ໃຫ້​ຢ່າງ​ພຽງພໍ, ບັດນີ້ ເຮົາ​ໄດ້​ຮັບ​ຂອງຖວາຍ​ທີ່​ພວກເຈົ້າ​ໄດ້​ສົ່ງ​ມາ​ກັບ​ເອປາໂຟດີໂຕ​ແລ້ວ. ສິ່ງ​ເຫລົ່ານີ້​ເປັນ​ຂອງຖວາຍ​ທີ່​ມີ​ກິ່ນຫອມ, ເປັນ​ເຄື່ອງບູຊາ​ທີ່​ເປັນ​ທີ່​ຍອມຮັບ ແລະ ເປັນ​ທີ່​ພໍໃຈ​ຕໍ່​ພຣະເຈົ້າ.


ບັດນີ້ ເຮົາ​ມີ​ຄວາມຊື່ນຊົມຍິນດີ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ ແລະ ເຮົາ​ກຳລັງ​ເຕີມ​ການທົນທຸກ​ຂອງ​ພຣະຄຣິດເຈົ້າ​ທີ່​ຍັງ​ຂາດ​ຢູ່​ໃຫ້​ເຕັມ​ໃນ​ຮ່າງກາຍ​ຂອງ​ເຮົາ ເພື່ອ​ເຫັນ​ແກ່​ກາຍ​ຂອງ​ພຣະອົງ​ຄື​ຄຣິສຕະຈັກ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ຫ່ວງໃຍ​ພວກເຈົ້າ. ເພາະ​ພວກເຮົາ​ຮັກ​ພວກເຈົ້າ​ຫລາຍ, ພວກເຮົາ​ຍິນດີ​ທີ່​ຈະ​ແບ່ງປັນ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ໃຫ້​ແກ່​ພວກເຈົ້າ​ເທົ່ານັ້ນ ແມ່ນແຕ່​ຊີວິດ​ຂອງ​ພວກເຮົາ​ກໍ​ສະຫລະ​ໃຫ້​ໄດ້.


ເພາະວ່າ​ເຮົາ​ກຳລັງ​ຖືກ​ເທ​ອອກ​ແລ້ວ​ເໝືອນດັ່ງ​ເຄື່ອງດື່ມ​ບູຊາ ແລະ ເວລາ​ຂອງ​ການຈາກໄປ​ຂອງ​ເຮົາ​ກໍ​ໃກ້​ເຂົ້າ​ມາ​ແລ້ວ.


ພວກເຈົ້າ​ກໍ​ເໝືອນກັນ ພວກເຈົ້າ​ເປັນ​ເໝືອນ​ສີລາ​ທີ່​ມີຊີວິດ ເຊິ່ງ​ກຳລັງ​ໄດ້​ຮັບ​ການ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍວິນຍານ ເພື່ອ​ເປັນ​ປະໂລຫິດ​ບໍລິສຸດ, ຖວາຍ​ເຄື່ອງບູຊາ​ຝ່າຍວິນຍານ​ທີ່​ພຣະເຈົ້າ​ຍອມຮັບ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ.


ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຄວາມຮັກ​ຄື​ອັນໃດ ກໍ​ຄື​ພຣະເຢຊູຄຣິດເຈົ້າ​ສະຫລະ​ຊີວິດ​ຂອງ​ພຣະອົງ​ເພື່ອ​ພວກເຮົາ ແລະ ພວກເຮົາ​ກໍ​ຄວນ​ສະຫລະ​ຊີວິດ​ຂອງ​ພວກເຮົາ​ເພື່ອ​ພີ່ນ້ອງ.


Follow us:

Advertisements


Advertisements