Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ຈົ່ງ​ເຮັດ​ທຸກສິ່ງ​ໂດຍ​ບໍ່​ມີ​ການຈົ່ມ ຫລື ການຖົກຖຽງກັນ,

See the chapter Copy

ພຣະຄຳພີສັກສິ

14 ຈົ່ງ​ເຮັດ​ທຸກສິ່ງ​ໂດຍ​ບໍ່ມີ​ການ​ຈົ່ມ​ແລະ​ການ​ຖົກຖຽງ​ກັນ,

See the chapter Copy




ຟີລິບປອຍ 2:14
36 Cross References  

ເມື່ອ​ພວກເຂົາ​ຮັບ​ເງິນ​ແລ້ວ​ຈຶ່ງ​ຈົ່ມ​ຕໍ່​ເຈົ້າຂອງ​ສວນ​ວ່າ,


ນ້ຳຫອມ​ນີ້​ສາມາດ​ຂາຍ​ໄດ້​ໃນ​ລາຄາ​ສູງ​ຫລາຍ​ກວ່າ​ຄ່າຈ້າງ​ຂອງ​ຄົນງານ​ຜູ້​ໜຶ່ງ​ໝົດ​ທັງ​ປີ ເພື່ອ​ຈະ​ໄດ້​ເອົາ​ເງິນ​ໄປ​ໃຫ້​ຄົນຍາກຈົນ”. ແລ້ວ​ພວກເຂົາ​ກໍ​ຕຳໜິ​ຍິງ​ຜູ້​ນີ້​ຢ່າງ​ໜັກ.


ເມື່ອ​ພວກເພິ່ນ​ໄດ້​ມາ​ຮອດ​ສາວົກ​ຄົນ​ອື່ນໆ​ແລ້ວ ພວກເພິ່ນ​ກໍ​ເຫັນ​ປະຊາຊົນ​ຢ່າງ​ຫລວງຫລາຍ​ຫຸ້ມອ້ອມ​ພວກເຂົາ​ຢູ່ ແລະ ພວກ​ຄູສອນກົດບັນຍັດ​ກຳລັງ​ໂຕ້ຖຽງ​ກັບ​ພວກເຂົາ​ຢູ່.


ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ ຜູ້​ທີ່​ເປັນ​ຝ່າຍ​ຂອງ​ພວກເຂົາ ໄດ້​ຈົ່ມ​ຕຳໜິ​ຕໍ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກິນ​ອາຫານ ແລະ ດື່ມ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”


ຄຳສອນ​ນີ້​ໄດ້​ເຮັດ​ໃຫ້​ໂປໂລ​ກັບ​ບາຣະນາບາ​ໂຕ້ຖຽງ​ກັບ​ພວກເຂົາ​ຢ່າງ​ຮຸນແຮງ. ດັ່ງນັ້ນ ໂປໂລ​ກັບ​ບາຣະນາບາ​ຈຶ່ງ​ໄດ້​ຮັບ​ການ​ແຕ່ງຕັ້ງ​ພ້ອມ​ກັບ​ຜູ້ທີ່ເຊື່ອ​ບາງຄົນ​ໃຫ້​ຂຶ້ນ​ໄປ​ພົບ​ບັນດາ​ອັກຄະສາວົກ ແລະ ຜູ້ປົກຄອງ​ທີ່​ເຢຣູຊາເລັມ​ກ່ຽວກັບ​ບັນຫາ​ນີ້.


ພວກເພິ່ນ​ໄດ້​ຂັດແຍ້ງ​ກັນ​ຢ່າງ​ຮຸນແຮງ​ຈົນ​ຕ້ອງ​ແຍກ​ກັນ. ບາຣະນາບາ​ໄດ້​ພາ​ມາຣະໂກ​ລົງ​ເຮືອ​ໄປ​ຍັງ​ເກາະ​ໄຊປຣັດ,


ຫລັງຈາກ​ປຶກສາຫາລື​ກັນ​ຫລາຍ​ແລ້ວ, ເປໂຕ​ກໍ​ລຸກຂຶ້ນ​ກ່າວ​ວ່າ: “ພີ່ນ້ອງ​ທັງຫລາຍ ພວກເຈົ້າ​ຮູ້​ຢູ່​ແລ້ວ​ວ່າ​ກ່ອນ​ໜ້າ​ນີ້​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ເພື່ອ​ຄົນຕ່າງຊາດ​ຈະ​ໄດ້​ຍິນ​ຖ້ອຍຄຳ​ແຫ່ງ​ຂ່າວປະເສີດ​ຈາກ​ຮິມສົບ​ຂອງ​ເຮົາ ແລະ ເຊື່ອ.


ໃນ​ຄາວ​ນັ້ນ ເມື່ອ​ສາວົກ​ມີ​ຈຳນວນ​ເພີ່ມ​ຂຶ້ນ, ຊາວຢິວ​ທີ່​ມາ​ຈາກ​ປະເທດ​ທີ່​ເວົ້າ​ພາສາ​ກຣີກ​ໄດ້​ຈົ່ມ​ບໍ່​ພໍໃຈ​ຕໍ່​ຊາວ​ຢິວ​ທີ່​ເວົ້າ​ພາສາ​ເຮັບເຣີ​ເປັນ​ພາສາ​ແມ່ ເພາະ​ພວກ​ແມ່ໝ້າຍ​ໃນ​ກຸ່ມ​ຂອງ​ພວກເຂົາ​ບໍ່​ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ເວລາ​ແຈກຢາຍ​ອາຫານ​ປະຈຳ​ວັນ.


ຖ້າ​ເປັນ​ໄດ້ ໃນ​ເລື່ອງ​ທີ່​ຂຶ້ນ​ຢູ່​ກັບ​ພວກເຈົ້າ​ນັ້ນ ຈົ່ງ​ຢູ່​ກັບ​ທຸກໆ​ຄົນ​ຢ່າງ​ສະຫງົບສຸກ.


ຈົ່ງ​ຍອມຮັບ​ຜູ້​ທີ່​ອ່ອນແອ​ໃນ​ຄວາມເຊື່ອ ໂດຍ​ບໍ່​ການຜິດຖຽງກັນ​ໃນ​ເລື່ອງ​ຄວາມເຫັນແຕກຕ່າງກັນ.


ພີ່ນ້ອງ​ທັງຫລາຍ ເຮົາ​ຂໍ​ໃຫ້​ພວກເຈົ້າ​ລະວັງ​ບັນດາ​ຜູ້​ທີ່​ເປັນເຫດ​ໃຫ້​ເກີດ​ຄວາມແຕກແຍກ ແລະ ເປັນເຫດ​ໃຫ້​ພວກເຈົ້າ​ສະດຸດ ເຊິ່ງ​ຂັດ​ກັບ​ຫລັກຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ. ຈົ່ງ​ຢູ່​ຫ່າງ​ຈາກ​ຄົນ​ພວກເຂົາ.


ແລະ ຢ່າ​ຈົ່ມ ເໝືອນດັ່ງ​ທີ່​ບາງຄົນ​ໃນ​ພວກເຂົາ​ໄດ້​ເຮັດ ແລ້ວ​ພວກເຂົາ​ກໍ​ຖືກ​ຂ້າ​ດ້ວຍ​ເທວະດາ​ແຫ່ງ​ການທຳລາຍ.


ເພາະ​ເຮົາ​ຢ້ານວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ຈະ​ບໍ່​ເຫັນ​ພວກເຈົ້າ​ເປັນ​ດັ່ງ​ທີ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເປັນ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ເຫັນ​ເຮົາ​ເປັນ​ດັ່ງ​ທີ່​ພວກເຈົ້າ​ຢາກ​ໃຫ້​ເຮົາ​ເປັນ. ເຮົາ​ຢ້ານ​ວ່າ​ອາດ​ຈະ​ມີ​ການຜິດຖຽງກັນ, ການອິດສາ, ການ​ຄຽດ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການ​ນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.


ຖ້າ​ພວກເຈົ້າ​ຍັງ​ກັດ​ກິນ​ກັນ​ເອງ, ຈົ່ງ​ລະວັງ​ໃຫ້​ດີ ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຖືກ​ທຳລາຍ​ດ້ວຍ​ກັນ.


ຢ່າ​ໃຫ້​ພວກເຮົາ​ກາຍເປັນ​ຄົນ​ຈອງຫອງ, ທ້າທາຍ ແລະ ອິດສາ​ກັນ.


ຢ່າ​ເຮັດ​ສິ່ງ​ໃດ​ດ້ວຍ​ຄວາມ​ທະເຍີທະຍານ​ທີ່​ເຫັນແກ່ຕົວ ຫລື ການ​ອວດດີ​ທີ່​ໄຮ້ປະໂຫຍດ. ແຕ່​ຈົ່ງ​ເຮັດ​ດ້ວຍ​ຄວາມຖ່ອມໃຈ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົນ.


ຈົ່ງ​ຮັກ ແລະ ເຄົາລົບ​ພວກເພິ່ນ​ເຫລົ່ານັ້ນ​ຢ່າງ​ສູງ​ເພາະ​ການງານ​ທີ່​ພວກເພິ່ນ​ໄດ້​ເຮັດ. ຈົ່ງ​ຢູ່​ຮ່ວມກັນ​ຢ່າງ​ສະຫງົບສຸກ.


ຢ່າ​ໃຫ້​ມີ​ຜູ້ໃດ​ເຮັດຊົ່ວ​ຕອບແທນ​ການຊົ່ວ, ແຕ່​ຈົ່ງ​ພະຍາຍາມ​ເຮັດດີ​ຕໍ່​ກັນແລະກັນ ແລະ ເຮັດ​ດີ​ຕໍ່​ທຸກ​ຄົນ​ສະເໝີ.


ຈົ່ງ​ພະຍາຍາມ​ທີ່​ຈະ​ຢູ່​ຢ່າງ​ສະຫງົບສຸກ​ຮ່ວມ​ກັບ​ທຸກຄົນ ແລະ ເປັນ​ຜູ້​ບໍລິສຸດ, ເພາະ​ຖ້າ​ປາດສະຈາກ​ຄວາມບໍລິສຸດ​ແລ້ວ​ກໍ​ບໍ່​ມີ​ຜູ້ໃດ​ຈະ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ.


ເພາະວ່າ​ຄວາມຄຽດຮ້າຍ​ຂອງ​ມະນຸດ​ບໍ່​ໄດ້​ກໍ່​ໃຫ້​ເກີດ​ຄວາມຊອບທຳ​ທີ່​ພຣະເຈົ້າ​ປະສົງ.


ແຕ່​ຖ້າພວກເຈົ້າ​ຂົມຂື່ນ​ດ້ວຍ​ໃຈ​ອິດສາ ແລະ ທະເຍີທະຍານ​ຢ່າງ​ເຫັນແກ່ໂຕ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ ກໍ​ຢ່າ​ໂອ້ອວດ​ເຖິງ​ເລື່ອງ​ນັ້ນ ຫລື ປະຕິເສດ​ຄວາມຈິງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ຈົ່ມ​ໃຫ້​ກັນແລະກັນ​ເພື່ອ​ຈະ​ບໍ່​ຖືກ​ຕັດສິນ​ໂທດ. ອົງ​ຜູ້ພິພາກສາ​ຢືນ​ຢູ່​ທີ່​ປະຕູ​ແລ້ວ!


ພວກເຂົາ​ຕ້ອງ​ຫັນໜີ​ຈາກ​ຄວາມຊົ່ວ ແລະ ເຮັດ​ຄວາມດີ ພວກເຂົາ​ຕ້ອງ​ສະແຫວງຫາ​ສັນຕິສຸກ ແລະ ຕິດຕາມ​ສັນຕິສຸກ​ນັ້ນ.


ຈົ່ງ​ຕ້ອນຮັບ​ເຊິ່ງກັນແລະກັນ​ໂດຍ​ບໍ່​ມີ​ການ​ຈົ່ມ.


ຄົນ​ເຫລົ່ານີ້​ມັກ​ຈົ່ມ ແລະ ມັກ​ຈັບຜິດ, ພວກເຂົາ​ເຮັດ​ຕາມ​ຕັນຫາ​ຊົ່ວ​ຂອງ​ຕົນ, ພວກເຂົາ​ອວດອ້າງ​ຕົນເອງ ແລະ ຍົກຍ້ອງ​ຄົນ​ອື່ນ​ເພື່ອ​ຫາ​ປະໂຫຍດ​ໃສ່​ຕົນເອງ.


Follow us:

Advertisements


Advertisements