Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ເພາະວ່າ​ແມ່ນ​ພຣະເຈົ້າ​ເປັນ​ຜູ້​ກະທຳການ​ຢູ່​ພາຍໃນ​ພວກເຈົ້າ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງໃຈ ແລະ ການກະທຳ​ເພື່ອ​ໃຫ້​ບັນລຸ​ຈຸດປະສົງ​ອັນ​ດີ​ຂອງ​ພຣະອົງ.

See the chapter Copy

ພຣະຄຳພີສັກສິ

13 ເພາະວ່າ​ແມ່ນ​ພຣະເຈົ້າ ເປັນ​ຜູ້​ຊົງ​ກະທຳ​ການ​ຢູ່​ພາຍໃນ​ເຈົ້າ​ທັງຫລາຍ​ໃຫ້​ມີ​ໃຈ​ປາຖະໜາ ແລະ​ໃຫ້​ເຮັດ​ໄປ​ເພື່ອ​ເປັນ​ທີ່​ພໍພຣະໄທ​ຂອງ​ພຣະອົງ.

See the chapter Copy




ຟີລິບປອຍ 2:13
39 Cross References  

“ແກະ​ຝູງ​ນ້ອຍ ຢ່າ​ຢ້ານ​ເລີຍ, ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ພໍໃຈ​ທີ່​ຈະ​ມອບ​ອານາຈັກ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


“ຂໍ​ກຽດຕິຍົດ​ຈົ່ງ​ມີ​ແກ່​ພຣະເຈົ້າ​ໃນ​ສະຫວັນ​ສູງສຸດ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ເທິງ​ແຜ່ນດິນໂລກ​ນີ້”.


ໂຢຮັນ​ຕອບ​ວ່າ, “ມະນຸດ​ສາມາດ​ຮັບ​ພຽງແຕ່​ສິ່ງ​ທີ່​ມອບ​ໃຫ້​ພວກເຂົາ​ຈາກ​ສະຫວັນ​ເທົ່ານັ້ນ.


ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ຜູ້ທຳນວາຍ​ວ່າ: ‘ພວກເຂົາ​ທັງຫລາຍ​ຈະ​ໄດ້​ຮັບ​ການສອນ​ຈາກ​ພຣະເຈົ້າ’. ທຸກຄົນ​ທີ່​ໄດ້​ຍິນ​ພຣະບິດາເຈົ້າ ແລະ ຮຽນຮູ້​ຈາກ​ພຣະອົງ​ກໍ​ມາ​ຫາ​ເຮົາ.


ພຣະອົງ​ກ່າວ​ຕໍ່​ໄປ​ວ່າ, “ດ້ວຍເຫດນີ້ ເຮົາ​ຈຶ່ງ​ໄດ້​ບອກ​ພວກເຈົ້າ​ວ່າ​ບໍ່​ມີ​ຜູ້ໃດ​ມາ​ຫາ​ເຮົາ​ໄດ້ ນອກຈາກ​ພຣະບິດາເຈົ້າ​ຈະ​ໃຫ້​ຜູ້​ນັ້ນ​ມາ”.


ມື​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຢູ່​ນຳ​ພວກເຂົາ ແລະ ມີ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ເຊື່ອ ແລະ ກັບໃຈ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ.


ເພາະ​ໂດຍ​ພຣະຄຸນ​ທີ່​ໄດ້​ໃຫ້​ແກ່​ເຮົາ ເຮົາ​ຂໍ​ກ່າວ​ແກ່​ພວກເຈົ້າ​ທຸກຄົນ​ວ່າ: ຢ່າ​ຄິດ​ປະເມີນ​ຕົນ​ເອງ​ສູງ​ເກີນກວ່າ​ທີ່​ຄວນ ແຕ່​ຈົ່ງ​ຄິດ​ປະເມີນ​ຕົນ​ຢ່າງ​ມີ​ສະຕິ​ຕາມ​ຂະໜາດ​ຄວາມເຊື່ອ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ແຕ່ລະຄົນ​ນັ້ນ.


ແຕ່​ກ່ອນ​ທີ່​ລູກແຝດ​ນັ້ນ​ຈະ​ເກີດ​ມາ ຫລື ກ່ອນ​ທີ່​ພວກເຂົາ​ຈະ​ເຮັດ​ສິ່ງ​ດີ ຫລື ສິ່ງ​ຊົ່ວ​ອັນໃດ, ກໍ​ເພື່ອ​ວ່າ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ໃນ​ການ​ເລືອກ​ນັ້ນ​ຈະ​ຕັ້ງໝັ້ນຄົງ​ຢູ່


ເຫດສະນັ້ນ, ສິ່ງ​ນີ້​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຄວາມປາຖະໜາ ຫລື ຄວາມພະຍາຍາມ​ຂອງ​ມະນຸດ ແຕ່​ຂຶ້ນ​ຢູ່​ກັບ​ຄວາມ​ເມດຕາ​ຂອງ​ພຣະເຈົ້າ.


ມີ​ການງານ​ຫລາຍ​ຢ່າງ​ແຕກຕ່າງກັນ ແຕ່​ແມ່ນ​ພຣະເຈົ້າ​ອົງ​ດຽວ​ກັນ​ກະທຳ​ການ​ທັງໝົດ​ໃນ​ຄົນ​ທັງປວງ.


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ ພຣະຄຸນ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ​ນັ້ນ​ກໍ​ບໍ່​ໄດ້​ໄຮ້ປະໂຫຍດ. ບໍ່​ດອກ, ເຮົາ​ໄດ້​ເຮັດວຽກ​ໜັກ​ກວ່າ​ພວກເຂົາ​ທຸກຄົນ, ແຕ່​ບໍ່ແມ່ນ​ເຮົາ​ເອງ​ທີ່​ເຮັດ, ຫາກ​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ນັ້ນ​ເປັນ​ຜູ້​ເຮັດ.


ບໍ່ແມ່ນ​ວ່າ​ພວກເຮົາ​ມີ​ຄວາມສາມາດ​ໃນ​ພວກເຮົາເອງ​ທີ່​ຈະ​ຮຽກຮ້ອງ​ສິ່ງໃດ​ສຳລັບ​ພວກເຮົາເອງ, ແຕ່​ຄວາມສາມາດ​ຂອງ​ພວກເຮົາ​ມາ​ຈາກ​ພຣະເຈົ້າ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ກໍ​ໄດ້​ຮັບ​ການ​ເລືອກ​ເໝືອນກັນ, ຖືກ​ກຳນົດ​ໄວ້​ລ່ວງໜ້າ​ຕາມ​ແຜນການ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ທຸກສິ່ງ​ເປັນ​ໄປ​ຕາມ​ຈຸດມຸ່ງໝາຍ​ຂອງ​ຄວາມ​ປະສົງ​ຂອງ​ພຣະອົງ,


ພຣະອົງ​ໄດ້​ກຳນົດ​ພວກເຮົາ​ໄວ້​ກ່ອນ​ລ່ວງໜ້າ​ທີ່​ຈະ​ຮັບ​ພວກເຮົາ​ເປັນ​ລູກ​ຂອງ​ພຣະອົງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ, ຕາມ​ຄວາມພໍໃຈ ແລະ ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ


ພຣະອົງ​ເຮັດ​ໃຫ້​ພວກເຮົາ​ຮູ້​ຈັກ​ຄວາມ​ປະສົງ​ອັນ​ລ້ຳເລິກ​ຂອງ​ພຣະອົງ​ຕາມ​ຄວາມ​ພໍໃຈ​ພຣະອົງ, ເຊິ່ງ​ພຣະອົງ​ໄດ້​ກຳນົດ​ໄວ້​ໃນ​ພຣະຄຣິດເຈົ້າ,


ດ້ວຍວ່າ ພວກເຈົ້າ​ໄດ້​ຮັບ​ຄວາມພົ້ນ​ນັ້ນ​ກໍ​ໂດຍ​ພຣະຄຸນ​ຜ່ານ​ທາງ​ຄວາມເຊື່ອ ແລະ ຄວາມລອດພົ້ນ​ນີ້​ບໍ່​ໄດ້​ມາ​ຈາກ​ພວກເຈົ້າເອງ, ແຕ່​ເປັນ​ຂອງປະທານ​ຈາກ​ພຣະເຈົ້າ


ໂດຍ​ຄຳນຶງ​ເຖິງ​ສິ່ງ​ນີ້ ພວກເຮົາ​ຈຶ່ງ​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ຂໍ​ໃຫ້​ພຣະເຈົ້າ​ຂອງ​ພວກເຮົາ​ນັບ​ວ່າ​ພວກເຈົ້າ​ສົມຄວນ​ກັບ​ການ​ເອີ້ນ​ຂອງ​ພຣະອົງ ແລະ ຂໍ​ໃຫ້​ທຸກ​ຄວາມປາຖະໜາ​ອັນ​ດີ​ຂອງ​ພວກເຈົ້າ ແລະ ທຸກ​ການກະທຳ​ທີ່​ເກີດ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ​ບັນລຸ​ຜົນສຳເລັດ​ໂດຍ​ລິດອຳນາດ​ຂອງ​ພຣະອົງ.


ພຣະອົງ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ ແລະ ໄດ້​ເອີ້ນ​ພວກເຮົາ​ມາ​ສູ່​ຊີວິດ​ທີ່​ບໍລິສຸດ ບໍ່​ແມ່ນ​ເພາະ​ການກະທຳ​ໃດໆ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ປະສົງ ແລະ ພຣະຄຸນ​ຂອງ​ພຣະອົງ​ເອງ. ພຣະຄຸນ​ນີ້​ໄດ້​ມອບໃຫ້​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ.


ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ທຸກສິ່ງ​ທີ່​ດີ​ເພື່ອ​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ຂໍ​ພຣະອົງ​ທຳງານ​ໃນ​ພວກເຮົາ​ທັງຫລາຍ​ຕາມ​ທີ່​ພຣະອົງ​ພໍໃຈ ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ, ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ສັນລະເສີນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ດ້ວຍ​ຄວາມເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ໄດ້​ໃຫ້​ພວກເຮົາ​ໄດ້​ບັງເກີດ​ໃໝ່​ເຂົ້າ​ໃນ​ຄວາມຫວັງ​ອັນ​ມີຊີວິດ​ຢູ່​ຜ່ານທາງ​ການເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


Follow us:

Advertisements


Advertisements