Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເພື່ອ​ທຸກ​ຫົວເຂົ່າ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນ​ໂລກ ແລະ ໃຕ້​ແຜ່ນດິນໂລກ​ຈະ​ຄຸເຂົ່າ​ລົງ​ຕໍ່​ນາມ​ຂອງ​ພຣະເຢຊູເຈົ້າ,

See the chapter Copy

ພຣະຄຳພີສັກສິ

10 ເພື່ອ​ເພາະ​ພຣະນາມ​ນັ້ນ ທຸກ​ຫົວເຂົ່າ​ໃນ​ສະຫວັນ ເທິງ​ແຜ່ນດິນ​ໂລກ ແລະ​ໃຕ້​ພື້ນດິນ​ກໍດີ ຈະ​ຄຸເຂົ່າ​ລົງ ຂາບ​ພຣະເຢຊູເຈົ້າ.

See the chapter Copy




ຟີລິບປອຍ 2:10
17 Cross References  

ດ້ວຍວ່າ ໂຢນາ​ຢູ່​ໃນ​ທ້ອງ​ປາ​ໃຫຍ່​ສາມ​ວັນ​ສາມ​ຄືນ​ສັນໃດ, ບຸດມະນຸດ​ກໍ​ຈະ​ຢູ່​ໃນ​ໃຈກາງ​ແຜ່ນດິນ​ໂລກ​ສາມ​ວັນ​ສາມ​ຄືນ​ສັນນັ້ນ.


ຫລັງຈາກ​ນັ້ນ ກໍ​ສານ​ມົງກຸດ​ໜາມ​ແລ້ວ​ສຸບໃສ່​ຫົວ​ຂອງ​ພຣະອົງ. ພວກເຂົາ​ເອົາ​ໄມ້​ໃສ່​ມື​ເບື້ອງຂວາ​ໃຫ້​ພຣະອົງ​ຖື. ແລ້ວ​ພວກເຂົາ​ກໍ​ຄຸເຂົ່າລົງ​ຕໍ່ໜ້າ​ພຣະອົງ ແລະ ເຢາະເຢີ້ຍ​ພຣະອົງ​ວ່າ, “ຂ້າແດ່​ກະສັດ​ຂອງ​ຊາວ​ຢິວ ຂໍ​ຈົ່ງ​ໄດ້​ຮັບ​ກຽດ!”


ແລ້ວ​ພຣະເຢຊູເຈົ້າ​ເຂົ້າ​ມາ​ຫາ​ພວກເພິ່ນ ແລະ ກ່າວ​ວ່າ, “ສິດອຳນາດ​ທັງໝົດ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ແລະ ພຣະເຈົ້າ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ? “ເຮົາ​ໄດ້​ສະຫງວນ​ຄົນ​ໄວ້​ສຳລັບ​ເຮົາ​ເຈັດພັນ​ຄົນ ເຊິ່ງ​ບໍ່​ໄດ້​ຄຸເຂົ່າລົງ​ຂາບໄຫວ້​ພະ​ບາອານ”.


ເພື່ອ​ໃຫ້​ເກີດ​ຜົນ​ເມື່ອ​ເຖິງ​ເວລາ​ກຳນົດ​ມາເຖິງ ເພື່ອ​ນຳ​ເອົາ​ທຸກ​ສິ່ງ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ​ເຂົ້າ​ເປັນ​ອັນໜຶ່ງອັນດຽວ​ກັນ​ພາຍໃຕ້​ພຣະຄຣິດເຈົ້າ.


ດ້ວຍເຫດນີ້ ເຮົາ​ຈຶ່ງ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະບິດາເຈົ້າ,


(ທີ່​ວ່າ “ພຣະອົງ​ໄດ້​ຂຶ້ນ​ສູ່” ນັ້ນ​ຈະ​ໝາຍຄວາມ​ຢ່າງ​ອື່ນ​ບໍ່​ໄດ້ ນອກຈາກ​ວ່າ​ພຣະອົງ​ໄດ້​ລົງ​ສູ່​ເບື້ອງ​ລຸ່ມ​ຂອງ​ໂລກ​ດ້ວຍ.


ແລະ ອີກ​ຄັ້ງໜຶ່ງ, ເມື່ອ​ພຣະເຈົ້າ​ນຳ​ບຸດກົກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ກ່າວ​ວ່າ, “ໃຫ້​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທຸກ​ຕົນ​ນະມັດສະການ​ພຣະອົງ”.


ທະເລ​ກໍ​ສົ່ງ​ຄົນ​ທັງຫລາຍ​ທີ່​ຕາຍ​ຢູ່​ໃນ​ທະເລ​ຄືນ​ມາ, ຄວາມຕາຍ ແລະ ແດນມໍລະນາ​ກໍ​ສົ່ງ​ຄົນ​ທັງຫລາຍ​ທີ່​ຕາຍ​ຢູ່​ໃນ​ນັ້ນ​ຄືນ​ມາ ແລະ ແຕ່ລະຄົນ​ໄດ້​ຖືກ​ພິພາກສາ​ຕາມ​ທີ່​ພວກເຂົາ​ໄດ້​ເຮັດ.


ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ໝອບ​ລົງ​ຕໍ່ໜ້າ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ແລະ ນະມັດສະການ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ. ພວກເພິ່ນ​ວາງ​ມົງກຸດ​ຂອງ​ຕົນ​ລົງ​ຕໍ່ໜ້າ​ບັນລັງ ແລະ ຮ້ອງ​ວ່າ:


ແຕ່​ບໍ່​ມີ​ຜູ້ໃດ​ໃນ​ສະຫວັນ ຫລື ເທິງ​ແຜ່ນດິນໂລກ ຫລື ໃຕ້​ແຜ່ນດິນໂລກ​ສາມາດ​ເປີດ​ໜັງສືມ້ວນ​ອອກ ຫລື ແມ່ນແຕ່​ເບິ່ງ​ຂ້າງໃນ​ຂອງ​ໜັງສືມ້ວນ​ນີ້​ໄດ້.


Follow us:

Advertisements


Advertisements