Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ດ້ວຍ​ຄວາມ​ໝັ້ນໃຈ​ໃນ​ເລື່ອງ​ນີ້​ວ່າ ພຣະອົງ​ຜູ້​ເລີ່ມຕົ້ນ​ການ​ດີ​ໃນ​ພວກເຈົ້າ​ນັ້ນ​ຈະ​ເຮັດ​ໃຫ້​ສຳເລັດ​ຈົນ​ເຖິງ​ວັນ​ແຫ່ງ​ພຣະຄຣິດເຈົ້າເຢຊູ.

See the chapter Copy

ພຣະຄຳພີສັກສິ

6 ເຮົາ​ແນ່ໃຈ​ວ່າ ພຣະອົງ​ຜູ້​ຊົງ​ຕັ້ງຕົ້ນ​ການ​ດີ​ໄວ້​ໃນ​ພວກເຈົ້າ​ແລ້ວ ຈະ​ຊົງ​ກະທຳ​ໃຫ້​ສຳເລັດ ຈົນເຖິງ​ວັນ​ແຫ່ງ​ພຣະເຢຊູ​ຄຣິດເຈົ້າ.

See the chapter Copy




ຟີລິບປອຍ 1:6
33 Cross References  

ພຣະເຢຊູເຈົ້າ​ຕອບ​ວ່າ, “ງານ​ຂອງ​ພຣະເຈົ້າ​ຄື: ຈົ່ງ​ເຊື່ອ​ໃນ​ຜູ້​ທີ່​ພຣະອົງ​ໃຊ້​ມາ”.


ເມື່ອ​ພວກເຂົາ​ໄດ້​ຍິນ​ຢ່າງນີ້​ແລ້ວ, ພວກເຂົາ​ກໍ​ບໍ່​ມີ​ຂໍ້​ຄັດຄ້ານ​ອັນ​ໃດ​ອີກ ແລະ ພາກັນ​ສັນລະເສີນ​ພຣະເຈົ້າ​ວ່າ, ໂດຍ​ກ່າວ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ​ແລ້ວ, ແມ່ນແຕ່​ຄົນຕ່າງຊາດ​ພຣະເຈົ້າ​ກໍ​ຍັງ​ອະນຸຍາດ​ໃຫ້​ກັບໃຈໃໝ່​ເຂົ້າ​ສູ່​ຊີວິດ​ດ້ວຍ”.


ມີ​ຍິງ​ຄົນ​ໜຶ່ງ​ໃນ​ບັນດາ​ຄົນ​ທີ່​ກຳລັງ​ຟັງ​ຢູ່​ນັນ​ຊື່​ວ່າ​ລີເດຍ ເປັນ​ຄົນ​ຄ້າຂາຍ​ຜ້າ​ສີມ່ວງ ນາງ​ມາ​ຈາກ​ເມືອງ​ທົວເຕຣາ, ນາງ​ເປັນ​ຜູ້​ນະມັດສະການ​ພຣະເຈົ້າ. ອົງພຣະຜູ້ເປັນເຈົ້າ​ເປີດ​ໃຈ​ນາງ​ໃຫ້​ຕອບສະໜອງ​ຕໍ່​ຖ້ອຍຄຳ​ຂອງ​ໂປໂລ.


ພຣະອົງ​ຈະ​ຮັກສາ​ພວກເຈົ້າ​ໃຫ້​ຕັ້ງໝັ້ນຄົງ​ຢູ່​ຈົນເຖິງ​ວັນສຸດທ້າຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ​ໃນ​ວັນ​ແຫ່ງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເພາະ​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ນີ້, ເຮົາ​ຈຶ່ງ​ຢາກ​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ​ກ່ອນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ປະໂຫຍດ​ສອງເທົ່າ.


ເຮົາ​ໄດ້​ຂຽນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ, ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ ເຮົາ​ຈະ​ບໍ່​ຕ້ອງ​ໂສກເສົ້າ​ຍ້ອນ​ຄົນ​ທີ່​ຄວນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມຊື່ນຊົມຍິນດີ. ເຮົາ​ມີ​ຄວາມ​ໝັ້ນໃຈ​ໃນ​ພວກເຈົ້າ​ທຸກຄົນ​ວ່າ ພວກເຈົ້າ​ທຸກຄົນ​ຈະ​ຮ່ວມ​ຊື່ນຊົມຍິນດີ​ກັບ​ເຮົາ.


ເຮົາ​ດີໃຈ​ທີ່​ເຮົາ​ສາມາດ​ໝັ້ນໃຈ​ໃນ​ພວກເຈົ້າ​ໄດ້​ຢ່າງ​ເຕັມທີ່.


ເພາະ​ຖ້າ​ຊາວ​ມາເກໂດເນຍ​ຄົນ​ໃດ​ທີ່​ມາ​ກັບ​ເຮົາ ແລະ ພົບ​ວ່າ​ພວກເຈົ້າ​ບໍ່​ໄດ້​ກຽມພ້ອມ​ນັ້ນ ຢ່າ​ວ່າ​ແຕ່​ພວກເຈົ້າ​ເລີຍ ເຮົາ​ເອງ​ກໍ​ຈະ​ອັບອາຍ​ທີ່​ມີ​ຄວາມໝັ້ນໃຈ​ຢ່າງ​ນັ້ນ​ແລ້ວ.


ເຮົາ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ​ວ່າ ພວກເຈົ້າ​ຈະ​ບໍ່​ຍອມຮັບ​ຄວາມຄິດ​ຢ່າງ​ອື່ນ. ຜູ້​ທີ່​ເຮັດ​ໃຫ້​ພວກເຈົ້າ​ສັບສົນ​ວຸ້ນວາຍ​ນັ້ນ ບໍ່​ວ່າ​ລາວ​ຈະ​ເປັນ​ຜູ້ໃດ​ກໍ​ຕາມ ຈະ​ຕ້ອງ​ໄດ້​ຮັບ​ໂທດ.


ເພື່ອ​ຈັດຕຽມ​ຄົນ​ຂອງ​ພຣະອົງ​ສຳລັບ​ງານ​ຮັບໃຊ້, ເພື່ອ​ວ່າ​ກາຍ​ຂອງ​ພຣະຄຣິດເຈົ້າ​ຈະ​ໄດ້​ຮັບ​ການເສີມສ້າງ​ຂຶ້ນ


ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ສາມາດ​ທົດສອບ​ໄດ້​ວ່າ​ສິ່ງ​ໃດ​ດີ​ທີ່ສຸດ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ບໍລິສຸດ ແລະ ບໍ່​ມີ​ຕຳໜິ​ສຳລັບ​ວັນ​ຂອງ​ພຣະຄຣິດເຈົ້າ,


ເພາະ​ພຣະເຈົ້າ​ໄດ້​ໃຫ້​ສິດທິ​ພິເສດ​ແກ່​ພວກເຈົ້າ​ໃນ​ນາມ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ພຽງ​ໃຫ້​ພວກເຈົ້າ​ເຊື່ອ​ໃນ​ພຣະອົງ​ເທົ່ານັ້ນ, ແຕ່​ໃຫ້​ທົນທຸກ​ເພາະ​ເຫັນ​ແກ່​ພຣະອົງ​ດ້ວຍ,


ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,


ເພາະວ່າ​ແມ່ນ​ພຣະເຈົ້າ​ເປັນ​ຜູ້​ກະທຳການ​ຢູ່​ພາຍໃນ​ພວກເຈົ້າ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງໃຈ ແລະ ການກະທຳ​ເພື່ອ​ໃຫ້​ບັນລຸ​ຈຸດປະສົງ​ອັນ​ດີ​ຂອງ​ພຣະອົງ.


ຂະນະ​ທີ່​ພວກເຈົ້າ​ໄດ້​ຢຶດໝັ້ນ​ໃນ​ພຣະຄຳ​ແຫ່ງ​ຊີວິດ. ແລະ ຫລັງຈາກ​ນັ້ນ​ເຮົາ​ກໍ​ຈະ​ສາມາດ​ອວດອ້າງ​ໄດ້​ໃນ​ວັນ​ແຫ່ງ​ພຣະຄຣິດເຈົ້າ​ວ່າ​ເຮົາ​ບໍ່​ໄດ້​ແລ່ນ ຫລື ເຮັດ​ການໜັກໜ່ວງ​ໂດຍ​ບໍ່ມີປະໂຫຍດ.


ພວກເຈົ້າ​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ໃນ​ພິທີບັບຕິສະມາ ແລະ ໃຫ້​ພວກເຈົ້າ​ເປັນຄືນມາຈາກຕາຍ​ດ້ວຍ​ກັນ​ກັບ​ພຣະອົງ​ຜ່ານ​ທາງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ການທຳງານ​ຂອງ​ພຣະເຈົ້າ​ຜູ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ.


ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ພວກເຮົາ​ໄດ້​ລະນຶກ​ເຖິງ​ການງານ​ຂອງ​ພວກເຈົ້າ​ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ, ການເຮັດວຽກ​ໜັກ​ຂອງ​ພວກເຈົ້າ​ທີ່​ເກີດ​ຈາກ​ຄວາມຮັກ ແລະ ຄວາມອົດທົນ​ຂອງ​ພວກເຈົ້າ​ທີ່​ໄດ້​ຮັບ​ແຮງບັນດານໃຈ​ມາ​ຈາກ​ຄວາມຫວັງ​ໃນ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ໂດຍ​ຄຳນຶງ​ເຖິງ​ສິ່ງ​ນີ້ ພວກເຮົາ​ຈຶ່ງ​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ຂໍ​ໃຫ້​ພຣະເຈົ້າ​ຂອງ​ພວກເຮົາ​ນັບ​ວ່າ​ພວກເຈົ້າ​ສົມຄວນ​ກັບ​ການ​ເອີ້ນ​ຂອງ​ພຣະອົງ ແລະ ຂໍ​ໃຫ້​ທຸກ​ຄວາມປາຖະໜາ​ອັນ​ດີ​ຂອງ​ພວກເຈົ້າ ແລະ ທຸກ​ການກະທຳ​ທີ່​ເກີດ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ​ບັນລຸ​ຜົນສຳເລັດ​ໂດຍ​ລິດອຳນາດ​ຂອງ​ພຣະອົງ.


ພວກເຮົາ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ​ວ່າ​ພວກເຈົ້າ​ກຳລັງ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຮົາ​ສັ່ງ​ຢູ່ ແລະ ຈະ​ເຮັດ​ຢ່າງ​ນັ້ນ​ຕໍ່ໄປ.


ເຮົາ​ໄດ້​ຂຽນ​ເຖິງ​ເຈົ້າ​ດ້ວຍ​ຄວາມ​ໝັ້ນໃຈ​ວ່າ​ເຈົ້າ​ຈະ​ເຊື່ອຟັງ ເພາະ​ຮູ້​ວ່າ​ເຈົ້າ​ຈະ​ເຮັດ​ຫລາຍ​ກວ່າ​ທີ່​ເຮົາ​ຂໍ​ນັ້ນ​ອີກ.


ດັ່ງນັ້ນ ຢ່າ​ປະຖິ້ມ​ຄວາມຫມັ້ນໃຈ​ຂອງ​ພວກເຈົ້າ, ສິ່ງ​ນີ້​ຈະ​ນຳ​ບຳເໜັດ​ອັນ​ຍິ່ງໃຫຍ່​ມາ.


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


ແລະ ຫລັງ​ຈາກ​ພວກເຈົ້າ​ທົນທຸກ​ຢູ່​ຊົ່ວຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ແຫ່ງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສະຫງ່າລາສີ​ອັນ​ນິລັນດອນ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າ ພຣະອົງ​ເອງ​ຈະ​ຟື້ນຟູ​ພວກເຈົ້າ​ຄືນ​ໃໝ່ ແລະ ໃຫ້​ພວກເຈົ້າ​ເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ.


ແຕ່​ວັນ​ແຫ່ງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເໝືອນດັ່ງ​ຂະໂມຍ. ຟ້າສະຫວັນ​ຈະ​ຫາຍ​ໄປ​ດ້ວຍ​ສຽງ​ດັງ​ກ້ອງສະໜັ່ນ ແລະ ອົງປະກອບ​ທັງຫລາຍ​ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ. ແລະ ແຜ່ນດິນໂລກ​ກັບ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ຈະ​ຖືກ​ທຳລາຍ​ໝົດ.


Follow us:

Advertisements


Advertisements