Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:28 - ພຣະຄຳພີລາວສະບັບສະໄໝໃໝ່

28 ໂດຍ​ບໍ່​ມີ​ຄວາມຢ້ານກົວ​ອັນໃດ​ຕໍ່​ບັນດາ​ຜູ້​ທີ່​ຕໍ່ຕ້ານ​ພວກເຈົ້າ. ນີ້​ເປັນ​ເຄື່ອງໝາຍ​ໃຫ້​ພວກເຂົາ​ຮູ້​ວ່າ​ພວກເຂົາ​ຈະ​ຖືກ​ທຳລາຍ, ແຕ່​ວ່າ​ພວກເຈົ້າ​ຈະ​ລອດພົ້ນ​ໂດຍ​ພຣະເຈົ້າ.

See the chapter Copy

ພຣະຄຳພີສັກສິ

28 ຢ່າ​ຍອມ​ໃຫ້​ຜູ້​ຂັດຂວາງ​ເຮັດ​ໃຫ້​ພວກເຈົ້າ​ຢ້ານກົວ ຈົ່ງ​ກ້າຫານ​ຢູ່​ສະເໝີ ເພື່ອ​ພິສູດ​ໃຫ້​ພວກເຂົາ​ເຫັນ​ວ່າ ພວກເຂົາ​ຈະ​ເຖິງ​ຄວາມ​ຈິບຫາຍ ແລະ​ພວກເຈົ້າ​ຈະ​ເຖິງ​ຄວາມ​ພົ້ນ ສິ່ງ​ເຫຼົ່າ​ນີ້ ແມ່ນ​ພຣະເຈົ້າ​ທີ່​ຊົງ​ກະທຳ.

See the chapter Copy




ຟີລິບປອຍ 1:28
24 Cross References  

ຢ່າ​ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ​ແຕ່​ບໍ່​ສາມາດ​ຂ້າ​ຈິດວິນຍານ​ໄດ້. ແຕ່​ຈົ່ງ​ຢ້ານ​ພຣະອົງ​ຜູ້​ທີ່​ສາມາດ​ທຳລາຍ​ໄດ້​ທັງ​ຈິດວິນຍານ ແລະ ຮ່າງກາຍ​ໃນ​ນະລົກ.


ພຣະເຢຊູເຈົ້າ​ກ່າວ​ແກ່​ຊາຍ​ມືລີບ​ວ່າ, “ຈົ່ງ​ຢືນຂຶ້ນ​ຕໍ່ໜ້າ​ທຸກ​ຄົນ”.


ແລະ ມະນຸດ​ທຸກຄົນ​ຈະ​ໄດ້​ເຫັນ​ຄວາມພົ້ນ​ຂອງ​ພຣະເຈົ້າ’”.


ເມື່ອ​ພຣະອົງ​ມາ, ພຣະອົງ​ຈະເຮັດ​ໃຫ້​ໂລກ​ສຳນຶກ​ໃນ​ຄວາມຜິດ​ໃນ​ເລື່ອງ​ບາບ, ຄວາມຊອບທຳ ແລະ ການພິພາກສາ:


“ເຫດສະນັ້ນ ຂ້າພະເຈົ້າ​ຢາກ​ໃຫ້​ທ່ານ​ຮູ້​ວ່າ​ຄວາມພົ້ນ​ຂອງ​ພຣະເຈົ້າ​ໄດ້​ຖືກ​ນຳ​ໄປ​ເຖິງ​ຄົນຕ່າງຊາດ​ແລ້ວ ແລະ ພວກເຂົາ​ຈະ​ຮັບ​ຟັງ!”


ບັດນີ້ ຖ້າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະອົງ​ແລ້ວ​ພວກເຮົາ​ກໍ​ເປັນ​ຜູ້ຮັບ​ມໍລະດົກ ຄື​ເປັນ​ຜູ້ຮັບ​ມໍລະດົກ​ຈາກ​ພຣະເຈົ້າ ແລະ ເປັນ​ຜູ້​ຮ່ວມ​ຮັບ​ມໍລະດົກ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ, ຖ້າ​ພວກເຮົາ​ຮ່ວມ​ທົນທຸກທໍລະມານ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ​ດ້ວຍ.


ກ່ອນໜ້າ​ນີ້​ພວກເຮົາ​ໄດ້​ປະເຊີນ​ກັບ​ຄວາມທຸກທໍລະມານ ແລະ ຖືກ​ປະຕິບັດ​ຢ່າງ​ໂຫດຮ້າຍ​ໃນ​ເມືອງ​ຟີລິບປອຍ​ຕາມ​ທີ່​ພວກເຈົ້າ​ຮູ້, ແຕ່​ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ພວກເຮົາ​ຈຶ່ງ​ກ້າ​ທີ່​ຈະ​ປະກາດ​ຂ່າວປະເສີດ​ຂອງ​ພຣະອົງ​ແກ່​ພວກເຈົ້າ​ເຖິງ​ແມ່ນ​ວ່າ​ຖືກ​ຕໍ່ຕ້ານ​ຢ່າງ​ໜັກ​ກໍຕາມ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ກ່າວ​ໄດ້​ຢ່າງ​ໝັ້ນໃຈ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເປັນ​ຜູ້ຊ່ວຍເຫລືອ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ. ມະນຸດ​ຈະ​ເຮັດຫຍັງ​ໃຫ້​ຂ້ານ້ອຍ​ໄດ້?”


ຢ່າ​ຢ້ານ​ການທົນທຸກ​ທີ່​ເຈົ້າ​ກຳລັງ​ຈະ​ປະເຊີນ. ເຮົາ​ບອກ​ເຈົ້າ​ວ່າ, ມານຮ້າຍ​ຈະ​ຂັງ​ພວກເຈົ້າ​ບາງຄົນ​ໄວ້​ໃນ​ຄຸກ​ເພື່ອ​ທົດລອງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ທົນທຸກ​ເພາະ​ການຂົ່ມເຫັງ​ເຖິງ​ສິບ​ວັນ. ຈົ່ງ​ສັດຊື່​ເຖິງ​ແມ່ນ​ວ່າ​ຈະ​ຕ້ອງ​ຕາຍ ແລະ ເຮົາ​ຈະ​ມອບ​ຊີວິດ​ໃຫ້​ເຈົ້າ​ເພື່ອ​ເປັນ​ມົງກຸດ​ແຫ່ງ​ໄຊຊະນະ.


Follow us:

Advertisements


Advertisements