Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:27 - ພຣະຄຳພີລາວສະບັບສະໄໝໃໝ່

27 ບໍ່​ວ່າ​ສິ່ງໃດ​ຈະ​ເກີດຂຶ້ນ, ພວກເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່​ວ່າ​ເຮົາ​ຈະ​ມາ​ຫາ​ພວກເຈົ້າ ຫລື ພຽງ​ແຕ່​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ກໍ​ຕາມ, ເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ຕັ້ງໝັ້ນຄົງ​ໃນ​ພຣະວິນຍານ​ອົງ​ດຽວ​ກັນ, ຕໍ່ສູ້​ຮ່ວມກັນ​ເໝືອນ​ເປັນ​ຄົນ​ດຽວ​ກັນ​ເພື່ອ​ຄວາມເຊື່ອ​ແຫ່ງ​ຂ່າວປະເສີດ

See the chapter Copy

ພຣະຄຳພີສັກສິ

27 ພຽງແຕ່​ໃຫ້​ເຈົ້າ​ທັງຫລາຍ ດຳເນີນ​ຊີວິດ​ໃຫ້​ສົມກັບ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ເພື່ອ​ວ່າ​ຖ້າ​ເຮົາ​ມາ​ຫາ​ພວກເຈົ້າ ຫລື​ບໍ່​ມາ​ກໍຕາມ ເຮົາ​ກໍ​ຈະ​ໄດ້ຍິນ​ຂ່າວ​ຂອງ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕໍ່ສູ້​ເໝືອນ​ຢ່າງ​ເປັນ​ຄົນ​ຄົນ​ດຽວ ເພື່ອ​ຄວາມເຊື່ອ​ອັນ​ເກີດ​ຈາກ​ຂ່າວປະເສີດ​ນັ້ນ.

See the chapter Copy




ຟີລິບປອຍ 1:27
53 Cross References  

ພຣະເຢຊູເຈົ້າ​ຮູ້​ຄວາມຄິດ​ຂອງ​ພວກເຂົາ ແລະ ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ອານາຈັກ​ໃດ​ແຕກແຍກ​ຕໍ່ສູ້​ກັນ​ເອງ​ກໍ​ຈະ​ຖືກ​ທຳລາຍ ແລະ ເມືອງ​ໃດ ຫລື ຄອບຄົວ​ໃດ​ແຕກແຍກ​ກັນ​ເອງ​ກໍ​ຈະ​ຕັ້ງ​ຢູ່​ບໍ່​ໄດ້.


ທຸກໆ​ວັນ ພວກເຂົາ​ໄດ້​ສືບຕໍ່​ມາ​ເຕົ້າໂຮມກັນ​ທີ່​ເດີ່ນ​ວິຫານ. ພວກເຂົາ​ຫັກ​ເຂົ້າຈີ່​ຕາມ​ບ້ານ​ຂອງ​ຕົນ ແລະ ກິນ​ອາຫານ​ຮ່ວມກັນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ດ້ວຍ​ຄວາມຈິງໃຈ,


ຫລາຍ​ວັນ​ຕໍ່ມາ ເຟລິກ​ມາ​ພ້ອມ​ກັບ​ດູຊີນລາ​ເມຍ​ຂອງ​ເພິ່ນ ເຊິ່ງ​ເປັນ​ຊາວຢິວ. ເພິ່ນ​ໄດ້​ເອີ້ນ​ໂປໂລ​ມາ​ພົບ ແລະ ຟັງ​ໂປໂລ​ເວົ້າ​ເຖິງ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າເຢຊູ.


ຜູ້​ທີ່​ເຊື່ອ​ທັງໝົດ​ກໍ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ອ້າງ​ວ່າ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ຕົນ​ເອງ, ແຕ່​ພວກເຂົາ​ແບ່ງປັນ​ທຸກສິ່ງ​ທີ່​ພວກເຂົາ​ມີ.


ດ້ວຍວ່າ ເຮົາ​ບໍ່​ອາຍ​ເລື່ອງ​ຂ່າວປະເສີດ, ເພາະວ່າ​ຂ່າວປະເສີດ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ນໍາ​ເອົາ​ຄວາມພົ້ນ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ​ຄື: ຄົນ​ຢິວ​ກ່ອນ ແລະ ຈາກນັ້ນ​ກໍ​ໄປ​ເຖິງ​ຄົນຕ່າງຊາດ.


ພວກເຮົາ​ໄດ້​ຮັບ​ພຣະຄຸນ ແລະ ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ໂດຍ​ຜ່ານທາງ​ພຣະອົງ ເພື່ອ​ເອີ້ນ​ເອົາ​ບັນດາ​ຄົນຕ່າງຊາດ​ທັງຫລາຍ​ມາ​ສູ່​ການ​ເຊື່ອຟັງ​ທີ່​ມາ​ທາງ​ຄວາມເຊື່ອ​ເພື່ອ​ນາມ​ຂອງ​ພຣະອົງ.


ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ສຸດ​ໃຈ​ໃນ​ການປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ​ເປັນ​ພະຍານ​ໃຫ້​ເຮົາ​ວ່າ ເຮົາ​ລະນຶກ​ເຖິງ​ພວກເຈົ້າ​ຢູ່​ສະເໝີ


ແຕ່​ຄວາມຊອບທຳ​ນັ້ນ​ໄດ້​ກ່າວ​ໄວ້​ຢ່າງໃດ? “ຖ້ອຍຄຳ​ນີ້​ຢູ່​ໃກ້​ເຈົ້າ ຢູ່​ໃນ​ປາກ​ຂອງ​ເຈົ້າ ແລະ ຢູ່​ໃນ​ໃຈ​ຂອງ​ເຈົ້າ” ຄື​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ​ທີ່​ພວກເຮົາ​ກຳລັງ​ປະກາດ​ຢູ່​ນັ້ນ,


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ​ໄປ​ຍັງ​ຄົນຕ່າງຊາດ ເຮັດໜ້າທີ່ປະໂລຫິດ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ ເພື່ອວ່າ​ຄົນຕ່າງຊາດ​ຈະ​ໄດ້​ກາຍເປັນ​ເຄື່ອງຖວາຍບູຊາ​ທີ່​ພຣະເຈົ້າ​ຍອມຮັບ ເຊິ່ງ​ພຣະວິນຍານບໍລິສຸດເຈົ້າ​ໄດ້​ຊຳລະ​ໃຫ້​ບໍລິສຸດ​ແລ້ວ.


ເຮົາ​ຮູ້​ວ່າ ເມື່ອ​ມາຫາ​ພວກເຈົ້າ​ນັ້ນ ເຮົາ​ຈະ​ມາ​ພ້ອມ​ດ້ວຍ​ພອນ​ອັນ​ບໍລິບູນ​ຂອງ​ພຣະຄຣິດເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ, ຂໍ​ໃຫ້​ພວກເຈົ້າ​ທຸກຄົນ​ຍອມຮັບ​ກັນແລະກັນ​ໃນ​ສິ່ງ​ທີ່​ພວກເຈົ້າ​ເວົ້າ ແລ້ວ​ຈຶ່ງ​ຈະ​ບໍ່​ມີ​ການແຕກແຍກ​ເກີດຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ, ແຕ່​ເພື່ອ​ພວກເຈົ້າ​ຈະ​ເປັນ​ນໍ້າໜຶ່ງໃຈດຽວ​ກັນ​ຢ່າງ​ສົມບູນ​ໃນ​ຄວາມຄິດ ແລະ ຈິດໃຈ.


ເຫດສະນັ້ນ ພີ່ນ້ອງ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງໝັ້ນ​ຢູ່. ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ຫວັ່ນໄຫວ. ຈົ່ງ​ທຸ້ມເທ​ພວກເຈົ້າ​ເອງ​ຢ່າງ​ເຕັມທີ່​ໃຫ້​ກັບ​ງານ​ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ໃນ​ອົງພຣະຜູ້ເປັນເຈົ້າ ການງານ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ໄຮ້ປະໂຫຍດ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຊື່ນຊົມຍິນດີ! ຈົ່ງ​ສູ້ຊົນ​ເພື່ອ​ການຟື້ນຟູ​ຢ່າງ​ເຕັມທີ່, ຈົ່ງ​ໜູນໃຈ​ກັນ, ຈົ່ງ​ເປັນ​ນ້ຳໜຶ່ງ​ໃຈ​ດຽວ​ກັນ, ຈົ່ງ​ຢູ່​ຢ່າງ​ສະຫງົບ. ແລ້ວ​ພຣະເຈົ້າ​ແຫ່ງ​ຄວາມຮັກ ແລະ ສັນຕິສຸກ​ຈະ​ຢູ່​ກັບ​ພວກເຈົ້າ.


ພະ​ຂອງ​ຍຸກ​ນີ້​ເຮັດ​ໃຫ້​ຈິດໃຈ​ຂອງ​ບັນດາ​ຄົນທີ່ບໍ່ເຊື່ອ​ບອດ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ສາມາດ​ເຫັນ​ແສງສະຫວ່າງ​ຂອງ​ຂ່າວປະເສີດ​ທີ່​ສະແດງ​ສະຫງ່າລາສີ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ເໝືອນ​ພຣະເຈົ້າ​ທຸກ​ຢ່າງ.


ເພາະວ່າ​ພວກເຈົ້າ​ໄດ້​ພິສູດ​ຕົນເອງ​ດ້ວຍ​ການ​ຮັບໃຊ້​ນີ້, ຄົນອື່ນໆ​ຈະ​ສັນລະເສີນ​ພຣະເຈົ້າ​ເພາະ​ການເຊື່ອຟັງ​ຂອງ​ພວກເຈົ້າ ເຊິ່ງ​ມາ​ພ້ອມ​ກັບ​ການຍອມຮັບ​ເອົາ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ຂອງ​ພວກເຈົ້າ ແລະ ເພາະ​ຄວາມເອື້ອເຟື້ອ​ຂອງ​ພວກເຈົ້າ​ໃນ​ການແບ່ງປັນ​ແກ່​ພວກເຂົາ ແລະ ແກ່​ຄົນ​ອື່ນໆ​ອີກ​ດ້ວຍ.


ເຊິ່ງ​ບໍ່ແມ່ນ​ຂ່າວປະເສີດ​ເລີຍ. ເຫັນ​ໄດ້​ຊັດເຈນ​ວ່າ​ບາງຄົນ​ກຳລັງ​ໂຍນ​ພວກເຈົ້າ​ເຂົ້າສູ່​ຄວາມສັບສົນ ແລະ ພະຍາຍາມ​ບິດເບືອນ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ.


ແລະ ພວກເຈົ້າ​ກໍ​ໄດ້​ຮ່ວມ​ຢູ່ໃນ​ພຣະຄຣິດເຈົ້າ​ເໝືອນກັນ​ເມື່ອ​ພວກເຈົ້າ​ໄດ້​ຍິນ​ພຣະຄຳ​ແຫ່ງ​ຄວາມຈິງ, ຄື​ຂ່າວປະເສີດ​ແຫ່ງ​ຄວາມພົ້ນ​ຂອງ​ພວກເຈົ້າ. ເມື່ອ​ພວກເຈົ້າ​ໄດ້​ເຊື່ອ ພວກເຈົ້າ​ກໍ​ໄດ້​ຖືກ​ໝາຍ​ໄວ້​ໃນ​ພຣະອົງ​ດ້ວຍ​ຕາປະທັບ, ຄື​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສັນຍາ​ໄວ້,


ເພາະ​ເຫດຜົນ​ນີ້, ຕັ້ງແຕ່​ເຮົາ​ໄດ້​ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ຄວາມຮັກ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ຄົນ​ຂອງ​ພຣະເຈົ້າ​ທຸກຄົນ​ແລ້ວ,


ດັ່ງນັ້ນ, ເຮົາ​ຜູ້​ເປັນ​ນັກໂທດ​ເພື່ອ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ດຳເນີນຊີວິດ​ສົມ​ກັບ​ການ​ເອີ້ນ​ທີ່​ພວກເຈົ້າ​ໄດ້​ຮັບ.


ເພາະວ່າ​ພວກເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ຂ່າວປະເສີດ​ຕັ້ງແຕ່​ມື້​ທຳອິດ​ຈົນ​ມາເຖິງ​ດຽວນີ້,


ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,


ແລະ ເຮົາ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ​ວ່າ​ເຮົາເອງ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ໄວໆ​ນີ້.


ເພາະວ່າ, ດັ່ງ​ທີ່​ເຮົາ​ເຄີຍ​ບອກ​ພວກເຈົ້າ​ຫລາຍເທື່ອ​ແລ້ວ ແລະ ບັດນີ້​ກໍ​ບອກ​ພວກເຈົ້າ​ອີກ​ແມ່ນແຕ່​ດ້ວຍ​ນ້ຳຕາ, ມີ​ຫລາຍຄົນ​ທີ່​ດຳເນີນຊີວິດ​ເປັນ​ສັດຕູ​ຕໍ່​ໄມ້ກາງແຂນ​ຂອງ​ພຣະຄຣິດເຈົ້າ.


ແຕ່​ພວກເຮົາ​ທັງຫລາຍ​ເປັນ​ພົນລະເມືອງ​ຂອງ​ສະຫວັນ. ແລະ ພວກເຮົາ​ຄອຍຖ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຈາກ​ສະຫວັນ​ຢ່າງ​ກະຕືລືລົ້ນ, ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ,


ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ເປັນ​ຜູ້​ທີ່​ເຮົາ​ຮັກ ແລະ ປາຖະໜາ​ຫາ, ເປັນ​ຄວາມຍິນດີ ແລະ ເປັນ​ມົງກຸດ​ຂອງ​ເຮົາ, ເພື່ອນ​ທີ່ຮັກ​ຂອງ​ເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ທາງ​ຂອງ​ອົງພຣະຜູ້ເປັນເຈົ້າ!


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນຊີວິດ​ໃຫ້​ສົມ​ກັບ​ທີ່​ເປັນ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ທີ່​ພໍໃຈ​ພຣະອົງ​ໃນ​ທຸກ​ດ້ານ​ຄື: ເກີດຜົນ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ, ຮູ້ຈັກ​ພຣະເຈົ້າ​ຫລາຍ​ຂຶ້ນ,


ເພາະ​ພວກເຮົາ​ໄດ້​ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ຄວາມຮັກ​ທີ່​ພວກເຈົ້າ​ມີ​ຕໍ່​ຄົນ​ຂອງ​ພຣະເຈົ້າ​ທຸກຄົນ


ແຕ່​ບັດນີ້ ຕີໂມທຽວ​ກໍ​ໄດ້​ກັບ​ມາ​ເຖິງ​ພວກເຮົາ​ແລ້ວ ແລະ ເພິ່ນ​ໄດ້​ນຳ​ເອົາ​ຂ່າວດີ​ກ່ຽວກັບ​ຄວາມເຊື່ອ ແລະ ຄວາມຮັກ​ຂອງ​ພວກເຈົ້າ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ​ພວກເຈົ້າ​ໄດ້​ລະນຶກ​ເຖິງ​ພວກເຮົາ​ໃນ​ດ້ານ​ດີ​ຢູ່​ສະເໝີ ແລະ ຢາກ​ເຫັນ​ໜ້າ​ພວກເຮົາ​ເໝືອນດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ​ເໝືອນກັນ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ໄດ້​ສັ່ງສອນ​ພວກເຈົ້າ​ແລ້ວ​ວ່າ​ຈະ​ດຳເນີນຊີວິດ​ຢ່າງໃດ​ເພື່ອ​ໃຫ້​ພຣະເຈົ້າ​ພໍໃຈ ຕາມ​ຄວາມເປັນຈິງ​ພວກເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ຢູ່​ແລ້ວ. ບັດນີ້ ພວກເຮົາ​ຂໍຮ້ອງ​ພວກເຈົ້າ ແລະ ຊັກຊວນ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເຮັດ​ສິ່ງ​ນີ້​ຫລາຍ​ກວ່າ​ເກົ່າ​ອີກ


ເຊິ່ງ​ສອດຄ່ອງ​ກັບ​ຂ່າວປະເສີດ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ທີ່​ສັນລະເສີນ, ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ນີ້.


ຈົ່ງ​ຢຶດໝັ້ນ​ໃນ​ຄວາມເຊື່ອ ແລະ ຈິດສຳນຶກ​ອັນ​ດີ ເຊິ່ງ​ມີ​ບາງຄົນ​ໄດ້​ປະຕິເສດ ແລະ ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ຕົນ​ຫລົ້ມ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ເຂັ້ມແຂງ, ເຮົາ​ໄດ້​ແລ່ນແຂ່ງຂັນ​ຈົນ​ເຖິງ​ເສັ້ນໄຊ, ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ແລະ ບໍ່​ໃຫ້​ລັກ​ເອົາ​ສິ່ງ​ໃດ​ຂອງ​ນາຍ ແຕ່​ສະແດງ​ໃຫ້​ເຫັນ​ວ່າ​ພວກເຂົາ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້​ຢ່າງ​ຄົບຖ້ວນ ເພື່ອ​ວ່າ​ພວກເຂົາ​ຈະ​ເຮັດ​ໃຫ້​ຄຳສອນ​ເລື່ອງ​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ນັ້ນ​ງົດງາມ​ໃນ​ທຸກໆ​ທາງ.


ເພາະ​ເຮົາ​ໄດ້​ຍິນ​ກ່ຽວກັບ​ຄວາມຮັກ​ຂອງ​ເຈົ້າ​ທີ່​ເຈົ້າ​ມີ​ຕໍ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຄວາມເຊື່ອ​ຂອງ​ເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ.


ຜູ້ສ້າງສັນຕິສຸກ​ກໍ​ຫວ່ານ​ໃນ​ສັນຕິສຸກ ຍ່ອມ​ເກັບກ່ຽວ​ຜົນ​ແຫ່ງ​ຄວາມຊອບທຳ.


ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ລົງ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ແບບໃດ? ພວກເຈົ້າ​ຄວນ​ດຳເນີນຊີວິດ​ຢ່າງ​ບໍລິສຸດ ແລະ ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ


ດ້ວຍເຫດນັ້ນ, ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ກຳລັງ​ຄອຍຖ້າ​ສິ່ງ​ນີ້​ຢູ່, ຈົ່ງ​ພະຍາຍາມ​ທຸກ​ວິທີ​ທີ່​ຈະ​ໃຫ້​ພຣະອົງ​ເຫັນ​ວ່າ​ພວກເຈົ້າ​ບໍ່​ມີ​ດ່າງພອຍ, ບໍ່ມີຕຳໜິ ແລະ ມີ​ສັນຕິສຸກ​ກັບ​ພຣະອົງ.


ເພື່ອນ​ທີ່ຮັກ​ທັງຫລາຍ ເຖິງແມ່ນວ່າ​ເຮົາ​ກະຕືລືລົ້ນ​ຫລາຍ​ທີ່​ຈະ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ຄວາມພົ້ນ​ທີ່​ພວກເຮົາ​ມີ​ຮ່ວມກັນ, ເຮົາ​ກໍ​ຮູ້ສຶກ​ວ່າ​ຈຳເປັນ​ຕ້ອງ​ຂຽນ​ມາ​ໃຫ້​ກຳລັງໃຈ​ພວກເຈົ້າ​ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ເຊິ່ງ​ໄດ້​ມອບໝາຍ​ໃຫ້​ແກ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ເທື່ອ​ດຽວ​ສຳລັບ​ຕະຫລອດ​ໄປ.


Follow us:

Advertisements


Advertisements