Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:25 - ພຣະຄຳພີລາວສະບັບສະໄໝໃໝ່

25 ເມື່ອ​ແນ່ໃຈ​ຢ່າງນີ້​ແລ້ວ, ເຮົາ​ກໍ​ຮູ້​ວ່າ​ເຮົາ​ຈະ​ຍັງ​ຢູ່ ແລະ ເຮົາ​ຈະ​ສືບຕໍ່​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເພື່ອ​ຄວາມກ້າວໜ້າ ແລະ ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ໃນ​ຄວາມເຊື່ອ,

See the chapter Copy

ພຣະຄຳພີສັກສິ

25 ເມື່ອ​ເຮົາ​ແນ່ໃຈ​ຢ່າງ​ນີ້​ແລ້ວ ເຮົາ​ກໍ​ຮູ້​ວ່າ ເຮົາ​ຈະ​ຍັງ​ຢູ່​ກັບ​ເຈົ້າ​ທັງຫລາຍ ເພື່ອ​ໃຫ້​ພວກເຈົ້າ​ຈະເລີນ​ຂຶ້ນ ແລະ​ຊື່ນຊົມ​ຍິນດີ​ໃນ​ຄວາມເຊື່ອ,

See the chapter Copy




ຟີລິບປອຍ 1:25
17 Cross References  

ແຕ່​ຊີໂມນ​ເອີຍ ເຮົາ​ໄດ້​ອະທິຖານ​ເພື່ອ​ເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ເຈົ້າ​ຈະ​ບໍ່​ລົ້ມເຫລວ ແລະ ເມື່ອ​ເຈົ້າ​ຫັນ​ຄືນ​ກັບ​ມາ​ແລ້ວ ຈົ່ງ​ຊູ​ກຳລັງ​ບັນດາ​ພີ່ນ້ອງ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ​ຂຶ້ນ”.


ເມື່ອ​ບາຣະນາບາ​ໄດ້​ມາ​ຮອດ ແລະ ໄດ້​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ, ເພິ່ນ​ກໍ​ດີໃຈ ແລະ ໜູນໃຈ​ພວກເຂົາ​ທຸກຄົນ​ໃຫ້​ສືບຕໍ່​ສັດຊື່​ຕໍ່​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ພວກເຂົາ.


ເພື່ອ​ໜູນໃຈ​ພວກສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງ​ໝັ້ນຄົງ​ໃນ​ຄວາມເຊື່ອ. ພວກເຂົາ​ກ່າວ​ວ່າ, “ພວກເຮົາ​ຕ້ອງ​ຜ່ານຜ່າ​ຄວາມ​ທຸກຍາກ​ລຳບາກ​ຫລາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


“ບັດນີ້ ຂ້າພະເຈົ້າ​ຮູ້​ວ່າ​ບໍ່​ມີ​ຈັກ​ຄົນ​ໃນ​ພວກທ່ານ​ທີ່​ຂ້າພະເຈົ້າ​ໄດ້​ທຽວ​ໄປ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ຟັງ​ນັ້ນ​ຈະ​ໄດ້​ເຫັນ​ຂ້າພະເຈົ້າ​ອີກ.


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ຄວາມຫວັງ​ເຮັດ​ໃຫ້​ພວກເຈົ້າ​ບໍລິບູນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ສັນຕິສຸກ​ທັງປວງ​ເໝືອນ​ທີ່​ພວກເຈົ້າ​ວາງໃຈ​ໃນ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ເຕັມລົ້ນ​ດ້ວຍ​ຄວາມຫວັງ​ໂດຍ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ.


ເຮົາ​ບໍ່​ກ້າ​ຈະ​ກ່າວ​ເຖິງ​ສິ່ງ​ໃດ​ນອກຈາກ​ສິ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ກະທຳ​ຜ່ານທາງ​ເຮົາ ໃນ​ການ​ນຳ​ຄົນຕ່າງຊາດ​ມາ​ເຊື່ອຟັງ​ພຣະເຈົ້າ​ດ້ວຍ​ສິ່ງ​ທີ່​ເຮົາ​ໄດ້​ເວົ້າ ແລະ ໄດ້​ເຮັດ


ເຮົາ​ຮູ້​ວ່າ ເມື່ອ​ມາຫາ​ພວກເຈົ້າ​ນັ້ນ ເຮົາ​ຈະ​ມາ​ພ້ອມ​ດ້ວຍ​ພອນ​ອັນ​ບໍລິບູນ​ຂອງ​ພຣະຄຣິດເຈົ້າ.


ໂດຍ​ທາງ​ພຣະອົງ ພວກເຮົາ​ຈຶ່ງ​ໄດ້​ເຂົ້າ​ໃນ​ຮົ່ມ​ພຣະຄຸນ​ທີ່​ພວກເຮົາ​ຢືນຢູ່​ດ້ວຍ​ຄວາມເຊື່ອ. ແລະ ພວກເຮົາ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ​ທີ່​ຈະ​ໄດ້​ມີສ່ວນ​ໃນ​ສະຫງ່າລາສີ​ຂອງ​ພຣະເຈົ້າ.


ພວກເຮົາ​ບໍ່​ໄດ້​ເປັນ​ນາຍ​ຢູ່​ເໜືອ​ຄວາມເຊື່ອ​ຂອງ​ພວກເຈົ້າ, ແຕ່​ເຮົາ​ເຮັດວຽກ​ຮ່ວມ​ກັບ​ພວກເຈົ້າ​ເພື່ອ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ, ເພາະ​ໂດຍ​ຄວາມເຊື່ອ ພວກເຈົ້າ​ຈຶ່ງ​ຕັ້ງໝັ້ນຄົງ​ຢູ່.


ແຕ່​ເປັນ​ສິ່ງ​ທີ່​ຈຳເປັນ​ສຳລັບ​ພວກເຈົ້າ​ຫລາຍກວ່າ​ທີ່​ເຮົາ​ຍັງ​ມີຊີວິດ​ຢູ່​ໃນ​ຮ່າງກາຍ.


ແລະ ເຮົາ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ​ວ່າ​ເຮົາເອງ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ໄວໆ​ນີ້.


ອີກ​ຢ່າງ​ໜຶ່ງ​ກໍ​ຄື: ຂໍ​ໃຫ້​ຈັດຕຽມ​ຫ້ອງພັກ​ໄວ້​ສຳລັບ​ເຮົາ ເພາະ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ກັບ​ມາ​ຫາ​ເຈົ້າ​ອີກ​ຕາມ​ຄຳອະທິຖານ​ຂອງ​ເຈົ້າ.


ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຍັງ​ບໍ່​ເຫັນ​ພຣະອົງ, ແຕ່​ກໍ​ຮັກ​ພຣະອົງ ແລະ ແມ່ນ​ແຕ່​ໃນ​ເວລາ​ນີ້​ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ກໍ​ເຊື່ອ​ໃນ​ພຣະອົງ ແລະ ເຕັມ​ດ້ວຍ​ຄວາມຍິນດີ​ອັນ​ຍິ່ງໃຫຍ່​ຈົນ​ບໍ່​ສາມາດ​ຈະ​ບັນລະຍາຍ​ໄດ້,


Follow us:

Advertisements


Advertisements