Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ເຮົາ​ຍັງ​ລັງເລໃຈ​ຢູ່​ລະຫວ່າງ​ສອງ​ທາງ ເຮົາ​ປາຖະໜາ​ຢາກ​ຈາກ​ໄປ​ແລ້ວ​ຢູ່​ກັບ​ພຣະຄຣິດເຈົ້າ, ເຊິ່ງ​ປະເສີດ​ຫລາຍ​ກວ່າ,

See the chapter Copy

ພຣະຄຳພີສັກສິ

23 ເຮົາ​ລັ່ງເລ​ໃຈ​ຢູ່​ໃນ​ລະຫວ່າງ​ສອງ​ຝ່າຍ​ນີ້ ຄື​ວ່າ​ເຮົາ​ມີ​ຄວາມ​ປາຖະໜາ​ທີ່​ຈະ​ຈາກ​ໄປ ເພື່ອ​ຢູ່​ກັບ​ພຣະຄຣິດ ຊຶ່ງ​ປະເສີດ​ຫລາຍກວ່າ,

See the chapter Copy




ຟີລິບປອຍ 1:23
24 Cross References  

ແຕ່​ເຮົາ​ຈະ​ຕ້ອງ​ຜ່ານ​ບັບຕິສະມາ​ຢ່າງ​ໜຶ່ງ ແລະ ເຮົາ​ກໍ​ເປັນ​ທຸກໃຈ​ຫລາຍ​ຈົນ​ກວ່າ​ບັບຕິສະມາ​ນັ້ນ​ຈະ​ສຳເລັດ​ຄົບຖ້ວນ!


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ວັນນີ້​ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກຂະເສີມ”.


ຊາຍ​ຄົນ​ທີ່​ຜີມານຮ້າຍ​ໄດ້​ອອກ​ໄປ​ຈາກ​ລາວ​ແລ້ວ​ນັ້ນ​ໄດ້​ຂໍ​ໄປ​ກັບ​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ໄດ້​ສົ່ງ​ລາວ​ກັບ​ຄືນ​ໄປ ແລະ ສັ່ງ​ວ່າ,


ຜູ້ໃດ​ກໍ​ຕາມ​ທີ່​ຮັບໃຊ້​ເຮົາ​ຜູ້​ນັ້ນ​ຕ້ອງ​ຕິດຕາມ​ເຮົາ​ມາ ແລະ ເຮົາ​ຢູ່​ບ່ອນໃດ, ຜູ້ຮັບໃຊ້​ຂອງ​ເຮົາ​ກໍ​ຈະ​ຢູ່​ບ່ອນນັ້ນ​ເໝືອນກັນ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ໃຫ້​ກຽດ​ແກ່​ຜູ້​ທີ່​ຮັບໃຊ້​ເຮົາ.


ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປັດສະຄາ​ແລ້ວ, ພຣະເຢຊູເຈົ້າ​ຮູ້​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ພຣະອົງ​ຈະ​ຈາກ​ໂລກ​ນີ້​ໄປ​ຫາ​ພຣະບິດາເຈົ້າ. ພຣະອົງ​ຮັກ​ຄົນ​ຂອງ​ພຣະອົງ​ຜູ້​ທີ່​ຢູ່​ໃນ​ໂລກ​ນີ້, ພຣະອົງ​ໄດ້​ຮັກ​ພວກເຂົາ​ຈົນ​ເຖິງ​ທີ່ສຸດ.


ແລະ ເມື່ອ​ເຮົາ​ໄປ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ, ເຮົາ​ຈະ​ກັບ​ຄືນ​ມາ​ຮັບ​ເອົາ​ພວກເຈົ້າ​ໄປ​ຢູ່​ກັບ​ເຮົາ​ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ​ພວກເຈົ້າ​ກໍ​ຈະ​ຢູ່​ທີ່​ນັ້ນ​ເໝືອນກັນ.


“ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ປາຖະໜາ​ໃຫ້​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ໄດ້​ຢູ່​ກັບ​ຂ້ານ້ອຍ​ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່ ແລະ ໃຫ້​ພວກເຂົາ​ເຫັນ​ສະຫງ່າລາສີ​ຂອງ​ຂ້ານ້ອຍ, ສະຫງ່າລາສີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ທີ່​ພຣະອົງ​ສ້າງ​ໂລກ.


ຂະນະ​ທີ່​ພວກເຂົາ​ກຳລັງ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ​ຢູ່​ນັ້ນ, ຊະເຕຟາໂນ​ໄດ້​ອະທິຖານ​ວ່າ, “ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ຂໍ​ຮັບ​ເອົາ​ຈິດວິນຍານ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ”.


ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ແລ້ວ​ວ່າ ພວກເຮົາ​ໝັ້ນໃຈ ແລະ ປາຖະໜາ​ທີ່​ຈະ​ພົ້ນ​ຈາກ​ຮ່າງກາຍ​ນີ້ ແລະ ໄປ​ຢູ່​ບ້ານ​ກັບ​ອົງພຣະຜູ້ເປັນເຈົ້າ.


ພວກເຮົາ​ບໍ່​ໄດ້​ລະງັບ​ຄວາມຮັກ​ຂອງ​ພວກເຮົາ​ຈາກ​ພວກເຈົ້າ ແຕ່​ພວກເຈົ້າ​ເປັນ​ຜູ້​ລະງັບ​ຄວາມຮັກ​ຂອງ​ພວກເຈົ້າ​ຈາກ​ພວກເຮົາ.


ແຕ່​ເປັນ​ສິ່ງ​ທີ່​ຈຳເປັນ​ສຳລັບ​ພວກເຈົ້າ​ຫລາຍກວ່າ​ທີ່​ເຮົາ​ຍັງ​ມີຊີວິດ​ຢູ່​ໃນ​ຮ່າງກາຍ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ການ​ທີ່​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ນັ້ນ​ກໍ​ບໍ່​ໄດ້​ເສຍປະໂຫຍດ.


ແລະ ພວກເຮົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ເພາະ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ຈາກ​ພວກເຮົາ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ໄວ້​ເໝືອນດັ່ງ​ເປັນ​ຖ້ອຍຄຳ​ຂອງ​ມະນຸດ​ຜູ້​ໜຶ່ງ ແຕ່​ໄດ້​ຮັບ​ໄວ້​ຕາມ​ທີ່​ເປັນ​ຈິງ​ຄື ເປັນ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ກຳລັງ​ທຳງານ​ຢູ່​ພາຍໃນ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ຫລັງຈາກນັ້ນ, ພວກເຮົາ​ຜູ້​ທີ່​ຍັງ​ມີຊີວິດ ແລະ ຜູ້​ທີ່​ຍັງ​ເຫລືອ​ຢູ່​ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັບ​ຄົນ​ເຫລົ່ານັ້ນ ເພື່ອ​ພົບ​ກັບ​ອົງພຣະຜູ້ເປັນເຈົ້າ​ໃນ​ຟ້າ​ອາກາດ ແລະ ເພື່ອ​ວ່າ​ພວກເຮົາ​ຈະ​ຢູ່​ກັບ​ອົງພຣະຜູ້ເປັນເຈົ້າ​ຕະຫລອດໄປ​ເປັນນິດ.


ເພາະວ່າ​ເຮົາ​ກຳລັງ​ຖືກ​ເທ​ອອກ​ແລ້ວ​ເໝືອນດັ່ງ​ເຄື່ອງດື່ມ​ບູຊາ ແລະ ເວລາ​ຂອງ​ການຈາກໄປ​ຂອງ​ເຮົາ​ກໍ​ໃກ້​ເຂົ້າ​ມາ​ແລ້ວ.


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ຂຽນ​ດັ່ງນີ້: ນັບ​ແຕ່​ນີ້​ໄປ​ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຕາຍ​ແລ້ວ​ຄື​ຜູ້​ທີ່​ຕາຍ​ໃນ​ອົງພຣະຜູ້ເປັນເຈົ້າ”. ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, “ແມ່ນ​ແລ້ວ, ພວກເຂົາ​ຈະ​ພັກຜ່ອນ​ຈາກ​ການ​ເຮັດວຽກ​ຂອງ​ຕົນ ເພາະ​ຜົນງານ​ຂອງ​ພວກເຂົາ​ຈະ​ຕິດຕາມ​ພວກເຂົາ​ໄປ”.


Follow us:

Advertisements


Advertisements