Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:20 - ພຣະຄຳພີລາວສະບັບສະໄໝໃໝ່

20 ເຮົາ​ຄາດໝາຍ ແລະ ຫວັງ​ຢ່າງ​ກະຕືລືລົ້ນ​ວ່າ​ເຮົາ​ຈະ​ບໍ່​ຖືກ​ອັບອາຍ​ໃນ​ທາງ​ໃດ​ເລີຍ, ແຕ່​ຈະ​ມີ​ຄວາມກ້າຫານ​ພຽງພໍ ເພື່ອວ່າ​ບັດນີ້ ພຣະຄຣິດເຈົ້າ​ຈະ​ໄດ້​ຮັບ​ກຽດ​ເພາະ​ຮ່າງກາຍ​ຂອງ​ເຮົາ​ເໝືອນດັ່ງ​ທີ່​ເຄີຍ​ໄດ້​ຮັບ​ມາ​ຕະຫລອດ, ບໍ່​ວ່າ​ໂດຍ​ການ​ມີ​ຊີວິດ​ຢູ່ ຫລື ໂດຍ​ຄວາມຕາຍ​ກໍ​ຕາມ.

See the chapter Copy

ພຣະຄຳພີສັກສິ

20 ເພາະ​ເປັນ​ຄວາມ​ມຸ້ງມາດ​ປາຖະໜາ ແລະ​ຄວາມຫວັງ​ຂອງເຮົາ​ວ່າ ເຮົາ​ຈະ​ບໍ່ມີ​ຄວາມ​ລະອາຍ​ໃນ​ສິ່ງໃດ​ເລີຍ, ແຕ່​ເມື່ອ​ກ່ອນ​ທຸກ​ເທື່ອ​ມີ​ໃຈ​ກ້າ​ສະເໝີ​ສັນໃດ ບັດນີ້ ກໍ​ຂໍ​ໃຫ້​ເປັນ​ຢ່າງ​ດຽວກັນ​ສັນນັ້ນ ພຣະຄຣິດ​ຈະ​ຊົງ​ຮັບ​ພຣະ​ກຽດຕິຍົດ​ໃນ​ຮ່າງກາຍ​ຂອງເຮົາ​ສະເໝີ ເຖິງ​ແມ່ນ​ເຮົາ​ຈະ​ມີ​ຊີວິດ​ຢູ່ ຫລື​ຕາຍ​ກໍຕາມ.

See the chapter Copy




ຟີລິບປອຍ 1:20
41 Cross References  

ພຣະເຢຊູເຈົ້າ​ກ່າວ​ຢ່າງ​ນີ້​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເປໂຕ​ຈະ​ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ການ​ຕາຍ​ຢ່າງໃດ. ແລ້ວ​ພຣະອົງ​ຈຶ່ງ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ!”


ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.


ແລ້ວ​ໂປໂລ​ໄດ້​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ ເຮັດ​ໃຫ້​ເຮົາ​ເສຍ​ໃຈ​ຢ່າງ​ນີ້? ເຮົາ​ຕຽມພ້ອມ​ບໍ່​ແມ່ນ​ແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ເທົ່ານັ້ນ, ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ເຢຣູຊາເລັມ​ດ້ວຍ ເພື່ອ​ເຫັນ​ແກ່​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ”.


ຫລັງ​ຈາກ​ພວກເຂົາ​ໄດ້​ອະທິຖານ​ຈົບ​ແລ້ວ, ບ່ອນ​ທີ່​ພວກເຂົາ​ເຕົ້າໂຮມກັນ​ຢູ່​ນັ້ນ​ກໍ​ສັ່ນສະເທືອນ. ແລະ ພວກເຂົາ​ທັງໝົດ​ກໍ​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ຢ່າງ​ກ້າຫານ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ເພື່ອ​ເຫັນແກ່​ຄວາມ​ເມດຕາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ທັງຫລາຍ​ໃຫ້​ຖວາຍ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະເຈົ້າ ເພື່ອ​ເປັນ​ເຄື່ອງຖວາຍ​ບູຊາ​ທີ່​ມີຊີວິດ, ທີ່​ບໍລິສຸດ ແລະ ທີ່​ພໍໃຈ​ພຣະເຈົ້າ ນີ້​ເປັນ​ການນະມັດສະການ​ທີ່​ແທ້ຈິງ ແລະ ເໝາະສົມ.


ແລະ ຄວາມຫວັງ​ບໍ່​ເຮັດ​ໃຫ້​ພວກເຮົາ​ຕ້ອງ​ອັບອາຍ ເພາະວ່າ​ພຣະເຈົ້າ​ໄດ້​ຖອກເທ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ຜູ້​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຮົາ​ແລ້ວ.


ຢ່າ​ມອບ​ອະໄວຍະວະ​ສ່ວນ​ໃດ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ໃຫ້​ແກ່​ຄວາມບາບ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມ​ຊົ່ວຮ້າຍ ແຕ່​ຈົ່ງ​ຖວາຍ​ໂຕ​ຂອງ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າ​ໃນ​ຖານະ​ເປັນ​ຜູ້​ທີ່​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ​ສູ່​ຊີວິດ; ແລະ ຈົ່ງ​ຖວາຍ​ອະໄວຍະວະ​ທຸກ​ສ່ວນ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະອົງ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມຊອບທຳ.


ເຮົາ​ກຳລັງ​ຍົກ​ຕົວຢ່າງ​ຈາກ​ຊີວິດ​ປະຈໍາ​ວັນ​ກໍ​ເພາະ​ຄວາມຈໍາກັດ​ຂອງ​ຄວາມ​ເປັນ​ມະນຸດ​ຂອງ​ພວກເຈົ້າ. ເຊັ່ນ​ດຽວ​ກັນ​ກັບ​ທີ່​ພວກເຈົ້າ​ເຄີຍ​ມອບ​ຕົນ​ເອງ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມ​ເປື້ອນເປິ ແລະ ຄວາມ​ຊົ່ວຮ້າຍ​ທີ່​ເພີ່ມ​ຂຶ້ນ​ເລື້ອຍໆ​ຢ່າງໃດ, ບັດນີ້ ພວກເຈົ້າ​ກໍ​ຈົ່ງ​ມອບ​ຕົນ​ເອງ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມຊອບທຳ​ທີ່​ນຳ​ມາ​ສູ່​ຄວາມບໍລິສຸດ.


ເພາະ​ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ຈົດຈໍ່​ຄອຍຖ້າ​ໃຫ້​ບຸດ​ທັງຫລາຍ​ຂອງ​ພຣະເຈົ້າ​ປາກົດ.


ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເບິ່ງ​ແມ, ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ ເຊິ່ງ​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ ແລະ ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ​ຈັກເທື່ອ”.


ເຮົາ​ປະເຊີນ​ກັບ​ຄວາມຕາຍ​ທຸກ​ມື້ ເຮົາ​ໝາຍຄວາມ​ວ່າ​ຢ່າງນັ້ນ ສິ່ງ​ນີ້​ແນ່ນອນ​ເໝືອນ​ດັ່ງ​ທີ່​ເຮົາ​ໂອ້ອວດ​ກ່ຽວກັບ​ພວກເຈົ້າ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ພວກເຈົ້າ​ຖືກ​ຊື້​ໄວ້​ດ້ວຍ​ລາຄາ​ສູງ. ເຫດສະນັ້ນ ຈົ່ງ​ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ຮ່າງກາຍ​ຂອງ​ພວກເຈົ້າ.


ແລະ ຄວາມສົນໃຈ​ຂອງ​ລາວ​ກໍ​ແບ່ງ​ເປັນ​ສອງກ້ຳສອງຝ່າຍ. ສ່ວນ​ຍິງ​ທີ່​ບໍ່​ແຕ່ງງານ ຫລື ສາວບໍລິສຸດ​ກໍ​ກັງວົນ​ຢູ່​ກັບ​ພາລະກິດ​ຂອງ​ອົງພຣະຜູ້ເປັນເຈົ້າ: ເປົ້າໝາຍ​ຂອງ​ນາງ​ກໍ​ເພື່ອ​ຈະ​ອຸທິດຕົນ​ແກ່​ອົງ​ອົງພຣະຜູ້ເປັນເຈົ້າ​ທັງ​ຮ່າງກາຍ ແລະ ຈິດວິນຍານ. ແຕ່​ຍິງ​ທີ່​ແຕ່ງງານ​ແລ້ວ​ກໍ​ກັງວົນ​ຢູ່​ກັບ​ພາລະກິດ​ຂອງ​ໂລກ​ນີ້ ເພື່ອ​ເຮັດໃຫ້​ສາມີ​ພໍໃຈ.


ດັ່ງນັ້ນ ເຖິງ​ແມ່ນ​ວ່າ​ເຮົາ​ອວດອ້າງ​ຫລາຍ​ເກີນ​ໄປ​ກ່ຽວກັບ​ສິດອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ພວກເຮົາ ເພື່ອ​ເສີມສ້າງ​ພວກເຈົ້າ​ຂຶ້ນ​ແທນທີ່​ຈະ​ດຶງ​ພວກເຈົ້າ​ລົງ​ນັ້ນ, ເຮົາ​ກໍ​ຈະ​ບໍ່​ໄດ້​ລະອາຍ​ໃນ​ເລື່ອງ​ນັ້ນ.


ເຫດສະນັ້ນ ເພາະ​ພວກເຮົາ​ມີ​ຄວາມຫວັງ​ຢ່າງນີ້, ພວກເຮົາ​ຈຶ່ງ​ມີ​ໃຈກ້າ​ຫລາຍ.


ພວກເຮົາ​ແບກ​ຄວາມຕາຍ​ຂອງ​ພຣະເຢຊູເຈົ້າ​ໄວ້​ໃນ​ກາຍ​ຂອງ​ພວກເຮົາ​ສະເໝີ, ເພື່ອ​ວ່າ​ຊີວິດ​ຂອງ​ພຣະເຢຊູເຈົ້າ​ຈະ​ຖືກ​ເປີດເຜີຍ​ໃນ​ຮ່າງກາຍ​ຂອງ​ພວກເຮົາ​ດ້ວຍ.


ແລະ ພຣະອົງ​ໄດ້​ຕາຍ​ເພື່ອ​ຄົນ​ທັງປວງ ເຊິ່ງ​ບັນດາ​ຜູ້​ມີຊີວິດ​ຢູ່​ຈຶ່ງ​ບໍ່​ຄວນ​ຢູ່​ເພື່ອ​ຕົນເອງ​ອີກ​ຕໍ່ໄປ ແຕ່​ຢູ່​ເພື່ອ​ພຣະອົງ​ຜູ້​ໄດ້​ຕາຍ​ເພື່ອ​ພວກເຂົາ ແລະ ໄດ້​ເປັນຄືນມາ​ອີກ.


ເຮົາ​ໄດ້​ອວດ​ເຖິງ​ພວກເຈົ້າ​ຕໍ່​ເພິ່ນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ເຮັດໃຫ້​ເຮົາ​ອັບອາຍ​ເລີຍ. ແຕ່​ທຸກສິ່ງ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ​ເປັນ​ຄວາມຈິງ​ຢ່າງໃດ, ສິ່ງ​ທີ່​ເຮົາ​ໄດ້​ອວດ​ຕີໂຕ​ກ່ຽວກັບ​ພວກເຈົ້າ ກໍ​ພິສູດ​ແລ້ວ​ວ່າ​ເປັນ​ຄວາມຈິງ​ຢ່າງນັ້ນ.


ເຮົາ​ໄດ້​ເວົ້າ​ກັບ​ພວກເຈົ້າ​ດ້ວຍ​ຄວາມ​ຈິງໃຈ​ຫລາຍ; ເຮົາ​ພູມໃຈ​ໃນ​ພວກເຈົ້າ​ຫລາຍ. ເຮົາ​ໄດ້​ຮັບ​ກຳລັງໃຈ​ຢ່າງ​ຫລວງຫລາຍ; ໃນ​ຄວາມຍາກລຳບາກ​ທັງໝົດ​ຂອງ​ພວກເຮົາ​ນັ້ນ ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ກໍ​ຮູ້​ວ່າ​ບໍ່​ມີ​ທີ່​ສິ້ນສຸດ.


ແລະ ເພາະ​ການ​ທີ່​ເຮົາ​ຖືກ​ລ່າມໂສ້​ນັ້ນ ເຮັດ​ໃຫ້​ພີ່ນ້ອງ​ສ່ວນຫລາຍ​ມີ​ຄວາມ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ທ້າທາຍ​ທຸກຄົນ​ໃຫ້​ປະກາດ​ຂ່າວປະເສີດ​ໂດຍ​ບໍ່​ໄດ້​ຢ້ານກົວ.


ແຕ່​ເຖິງແມ່ນວ່າ ເຮົາ​ຖືກ​ເທ​ອອກ​ເໝືອນ​ດັ່ງ​ເທ​ເຄື່ອງດື່ມ​ຖວາຍ​ໃສ່​ບ່ອນ​ຖວາຍບູຊາ ແລະ ການຮັບໃຊ້​ທີ່​ມາ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ, ເຮົາ​ກໍ​ຍັງ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.


ບັດນີ້ ເຮົາ​ມີ​ຄວາມຊື່ນຊົມຍິນດີ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ ແລະ ເຮົາ​ກຳລັງ​ເຕີມ​ການທົນທຸກ​ຂອງ​ພຣະຄຣິດເຈົ້າ​ທີ່​ຍັງ​ຂາດ​ຢູ່​ໃຫ້​ເຕັມ​ໃນ​ຮ່າງກາຍ​ຂອງ​ເຮົາ ເພື່ອ​ເຫັນ​ແກ່​ກາຍ​ຂອງ​ພຣະອົງ​ຄື​ຄຣິສຕະຈັກ.


ຂໍ​ໃຫ້​ພຣະເຈົ້າ​ເອງ​ຜູ້​ເປັນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຊຳລະ​ພວກເຈົ້າ​ໃຫ້​ບໍລິສຸດ​ໃນ​ທຸກ​ດ້ານ. ຂໍ​ໃຫ້​ທັງ​ວິນຍານ, ຈິດໃຈ ແລະ ຮ່າງກາຍ​ຂອງ​ພວກເຈົ້າ​ບໍ່ມີຕຳໜິ​ໃນ​ວັນ​ທີ່​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ.


ແຕ່​ຖ້າ​ພວກເຈົ້າ​ທົນທຸກ​ໃນ​ຖານະ​ທີ່​ເປັນ​ຄຣິສຕຽນ​ກໍ​ຢ່າ​ໄດ້​ອັບອາຍ, ແຕ່​ຈົ່ງ​ສັນລະເສີນ​ພຣະເຈົ້າ​ທີ່​ພວກເຈົ້າ​ໄດ້​ຮັບ​ການ​ເອີ້ນ​ຕາມ​ນາມ​ນັ້ນ.


ແລະ ບັດນີ້ ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ດຳລົງ​ຢູ່​ໃນ​ພຣະອົງ​ຕໍ່ໄປ, ເພື່ອ​ວ່າ​ເມື່ອ​ພຣະອົງ​ມາ​ປາກົດ​ພວກເຮົາ​ຈະ​ໝັ້ນໃຈ ແລະ ບໍ່​ລະອາຍ​ຕໍ່ໜ້າ​ພຣະອົງ​ເມື່ອ​ພຣະອົງ​ມາ.


Follow us:

Advertisements


Advertisements