Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ເພາະ​ເຮົາ​ຮູ້​ວ່າ​ຜ່ານ​ທາງ​ຄຳອະທິຖານ​ຂອງ​ພວກເຈົ້າ ແລະ ການຈັດຕຽມ​ຂອງ​ພຣະເຈົ້າ​ໂດຍ​ພຣະວິນຍານ​ຂອງ​ພຣະເຢຊູຄຣິດເຈົ້າ ສິ່ງ​ທີ່​ເກີດຂຶ້ນ​ກັບ​ເຮົາ​ຈະ​ເປັນ​ການປົດປ່ອຍ​ເຮົາ​ໃຫ້​ລອດພົ້ນ.

See the chapter Copy

ພຣະຄຳພີສັກສິ

19 ເພາະ​ເຮົາ​ຮູ້​ວ່າ ຍ້ອນ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ແລະ​ຄວາມ​ຊ່ວຍຊູ​ທີ່​ໄດ້​ຮັບ​ຈາກ​ພຣະວິນຍານ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສິ່ງ​ເຫຼົ່ານັ້ນ​ຈະ​ປົດປ່ອຍ​ເຮົາ​ໃຫ້​ເປັນ​ອິດສະຫລະ.

See the chapter Copy




ຟີລິບປອຍ 1:19
11 Cross References  

ເມື່ອ​ພວກເພິ່ນ​ມາ​ເຖິງ​ຊາຍແດນ​ແຂວງ​ມີເຊຍ, ພວກເພິ່ນ​ກໍ​ພະຍາຍາມ​ຈະ​ເຂົ້າ​ໄປ​ໃນ​ແຂວງ​ບີທີເນຍ, ແຕ່​ພຣະວິນຍານ​ຂອງ​ພຣະເຢຊູເຈົ້າ​ບໍ່​ໃຫ້​ພວກເພິ່ນ​ປະກາດ.


ແລະ ພວກເຮົາ​ຮູ້​ແລ້ວ​ວ່າ​ໃນ​ທຸກໆ​ສິ່ງ​ພຣະເຈົ້າ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຮັກ​ພຣະອົງ ຄື​ຜູ້​ທີ່​ໄດ້​ເອີ້ນ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.


ເຖິງ​ຢ່າງໃດ​ກໍ​ຕາມ ຖ້າ​ພຣະວິນຍານ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ ພວກເຈົ້າ​ກໍ​ບໍ່​ໄດ້​ຢູ່​ຝ່າຍ​ເນື້ອໜັງ​ແຕ່​ຢູ່​ຝ່າຍ​ພຣະວິນຍານ ແລະ ຖ້າ​ຜູ້ໃດ​ບໍ່​ມີ​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ ຜູ້​ນັ້ນ​ກໍ​ບໍ່​ໄດ້​ເປັນ​ຂອງ​ພຣະຄຣິດເຈົ້າ.


ດ້ວຍ​ເຫດຜົນ​ນີ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ ລູກ​ທີ່​ຮັກ​ຂອງ​ເຮົາ, ຜູ້​ທີ່​ສັດຊື່​ໃນ​ອົງພຣະຜູ້ເປັນເຈົ້າ ໃຫ້​ມາ​ຫາ​ພວກເຈົ້າ. ລາວ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ວິຖີທາງ​ການດຳເນີນຊີວິດ​ຂອງເຮົາ​ໃນ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ເຫັນພ້ອມ​ກັບ​ສິ່ງ​ທີ່​ເຮົາ​ເຄີຍ​ສັ່ງສອນ​ທຸກ​ບ່ອນ​ໃນ​ທຸກ​ຄຣິສຕະຈັກ.


ເຊັ່ນ​ດຽວ​ກັບ​ທີ່​ພວກເຈົ້າ​ຊ່ວຍ​ພວກເຮົາ​ໂດຍ​ຄຳອະທິຖານ​ຂອງ​ພວກເຈົ້າ. ແລ້ວ​ຄົນ​ທັງຫລາຍ​ກໍ​ຈະ​ຂອບພຣະຄຸນ​ພຣະເຈົ້າ​ເພາະ​ພວກເຮົາ​ສຳລັບ​ຄວາມກະລຸນາ​ທີ່​ພວກເຮົາ​ໄດ້​ຮັບ ເຊິ່ງ​ເປັນ​ການ​ຕອບ​ຄຳອະທິຖານ​ຂອງ​ຄົນ​ທັງຫລາຍ.


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ຖາມ​ອີກ​ວ່າ, ພຣະເຈົ້າ​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ແກ່​ພວກເຈົ້າ ແລະ ໄດ້​ກະທຳ​ການ​ອັດສະຈັນ​ຕ່າງໆ​ທ່າມກາງ​ພວກເຈົ້າ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ​ບໍ ຫລື ໂດຍ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້ຍິນ​ບໍ່​ແມ່ນ​ບໍ?


ເພາະວ່າ​ພວກເຈົ້າ​ທັງຫລາຍ​ເປັນ​ລູກ​ຂອງ​ພຣະອົງ, ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ພຣະວິນຍານ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ, ພຣະວິນຍານ​ຜູ້​ຮ້ອງ​ວ່າ, “ອັບບາ, ພໍ່”.


ແຕ່​ສິ່ງ​ນີ້​ຈະ​ເປັນ​ຫຍັງ? ສິ່ງ​ສຳຄັນ​ກໍ​ຄື​ໃນ​ທຸກໆ​ດ້ານ ບໍ່​ວ່າ​ຈະ​ເຮັດ​ດ້ວຍ​ແຮງຈູງໃຈ​ທີ່​ຜິດ ຫລື ຖືກ, ພວກເຂົາ​ກໍ​ໄດ້​ປະກາດ​ພຣະຄຣິດເຈົ້າ​ແລ້ວ. ແລະ ເພາະ​ສິ່ງ​ນີ້​ແຫລະ​ເຮົາ​ຈຶ່ງ​ຊື່ນຊົມຍິນດີ. ແມ່ນ​ແລ້ວ ແລະ ເຮົາ​ຈະ​ຊື່ນຊົມຍິນດີ​ຕໍ່ໄປ,


ພວກເພິ່ນ​ພະຍາຍາມ​ຄົ້ນຫາ​ວ່າ​ສິ່ງ​ທີ່​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ພວກເພິ່ນ​ໄດ້​ບົ່ງ​ໄວ້​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ ແລະ ຈະ​ເກີດຂຶ້ນ​ຢ່າງໃດ ເມື່ອ​ພຣະອົງ​ໄດ້​ທຳນວາຍ​ເຖິງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເຖິງ​ສະຫງ່າລາສີ​ທີ່​ຈະ​ຕາມ​ມາ​ນັ້ນ.


Follow us:

Advertisements


Advertisements