Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ສ່ວນ​ຄົນ​ພວກ​ທຳອິດ​ນັ້ນ​ປະກາດ​ພຣະຄຣິດເຈົ້າ​ດ້ວຍ​ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ບໍ່​ຈິງໃຈ, ພວກເຂົາ​ຫວັງ​ຈະ​ສ້າງ​ຄວາມເດືອດຮ້ອນ​ໃຫ້​ເຮົາ​ໃນ​ຂະນະ​ທີ່​ຖືກ​ລ່າມໂສ້​ຢູ່.

See the chapter Copy

ພຣະຄຳພີສັກສິ

17 ສ່ວນ​ຄົນອື່ນ​ບໍ່ໄດ້​ປະກາດ​ເລື່ອງ​ພຣະຄຣິດ​ຈາກ​ໃຈ​ຈິງ ແຕ່​ຈາກ​ໃຈ​ມັກໃຫຍ່​ໃຝ່ສູງ​ອັນ​ເຫັນແກ່ຕົວ ພວກເຂົາ​ຫວັງ​ຈະ​ໃຫ້​ເຮົາ​ເດືອດຮ້ອນ​ຫລາຍ​ຂຶ້ນ ໃນ​ຂະນະທີ່​ເຮົາ​ຖືກ​ຄຸກ​ຢູ່​ນີ້.

See the chapter Copy




ຟີລິບປອຍ 1:17
16 Cross References  

ແຕ່​ພວກເຈົ້າ​ຕ້ອງ​ຕັ້ງໃຈ​ຢ່າ​ກັງວົນ​ໄປ​ກ່ອນ​ລ່ວງໜ້າ​ວ່າ​ຈະ​ກ່າວ​ປ້ອງກັນ​ຕົນ​ເອງ​ຢ່າງໃດ.


“ອ້າຍ ແລະ ພໍ່​ທັງຫລາຍ​ເອີຍ, ບັດນີ້​ຂໍ​ໃຫ້​ຟັງ​ຄຳ​ໃຫ້​ການ​ຂອງ​ຂ້າພະເຈົ້າ​ດ້ວຍ”.


ແລ້ວ​ອັກຄຣີປາ​ຈຶ່ງ​ກ່າວ​ກັບ​ໂປໂລ​ວ່າ, “ເຈົ້າ​ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ​ແກ້​ຄະດີ​ຂອງ​ເຈົ້າ​ເອງ”. ດັ່ງນັ້ນ ໂປໂລ​ຈຶ່ງ​ໂບກມື​ຂອງ​ຕົນ ແລະ ເລີ່ມ​ແກ້​ຄະດີ​ວ່າ:


ມາ​ເຖິງ​ຕອນ​ນີ້​ເຟຊະໂຕ​ກໍ​ຮ້ອງ​ຂຶ້ນ​ຂັດ​ໂປໂລ​ວ່າ, “ໂປໂລ​ເອີຍ! ເຈົ້າ​ເປັນ​ບ້າ​ໄປ​ແລ້ວ, ເຈົ້າ​ຮຽນ​ຫລາຍ​ຈົນ​ເຮັດ​ໃຫ້​ເຈົ້າ​ເປັນ​ບ້າ”.


ແຕ່​ຜູ້​ທີ່​ສະແຫວງຫາ​ຜົນປະໂຫຍດ​ໃສ່​ຕົນເອງ ແລະ ຜູ້​ທີ່​ປະຕິເສດ​ຄວາມຈິງ ແລະ ຕິດຕາມ​ຄວາມ​ຊົ່ວ​ຈະ​ໄດ້​ຮັບ​ຄວາມ​ໂກດຮ້າຍ ແລະ ການ​ລົງໂທດ.


ແຕ່​ສິ່ງ​ນີ້​ຈະ​ເປັນ​ຫຍັງ? ສິ່ງ​ສຳຄັນ​ກໍ​ຄື​ໃນ​ທຸກໆ​ດ້ານ ບໍ່​ວ່າ​ຈະ​ເຮັດ​ດ້ວຍ​ແຮງຈູງໃຈ​ທີ່​ຜິດ ຫລື ຖືກ, ພວກເຂົາ​ກໍ​ໄດ້​ປະກາດ​ພຣະຄຣິດເຈົ້າ​ແລ້ວ. ແລະ ເພາະ​ສິ່ງ​ນີ້​ແຫລະ​ເຮົາ​ຈຶ່ງ​ຊື່ນຊົມຍິນດີ. ແມ່ນ​ແລ້ວ ແລະ ເຮົາ​ຈະ​ຊື່ນຊົມຍິນດີ​ຕໍ່ໄປ,


ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮົາ​ຮູ້ສຶກ​ແບບນີ້​ກັບ​ພວກເຈົ້າ​ທຸກຄົນ, ເນື່ອງຈາກ​ເຮົາ​ມີ​ພວກເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ກຳລັງ​ຖືກ​ລ່າມໂສ້ ຫລື ກຳລັງ​ກ່າວ​ປ້ອງກັນ ແລະ ກຳລັງ​ຢືນຢັນ​ຂ່າວປະເສີດ​ຢູ່​ກໍ​ຕາມ, ພວກເຈົ້າ​ທັງໝົດ​ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຮ່ວມ​ກັບ​ເຮົາ.


ຢ່າ​ເຮັດ​ສິ່ງ​ໃດ​ດ້ວຍ​ຄວາມ​ທະເຍີທະຍານ​ທີ່​ເຫັນແກ່ຕົວ ຫລື ການ​ອວດດີ​ທີ່​ໄຮ້ປະໂຫຍດ. ແຕ່​ຈົ່ງ​ເຮັດ​ດ້ວຍ​ຄວາມຖ່ອມໃຈ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົນ.


ແລະ ເພື່ອ​ຈຸດປະສົງ​ນີ້ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປະກາດ ແລະ ເປັນ​ອັກຄະສາວົກ, ເຮົາ​ກຳລັງ​ເວົ້າ​ຄວາມຈິງ, ເຮົາ​ບໍ່​ໄດ້​ເວົ້າ​ຕົວະ ແລະ ເຮົາ​ເປັນ​ຄູສອນ​ທີ່​ແທ້ຈິງ ແລະ ສັດຊື່​ຂອງ​ບັນດາ​ຄົນຕ່າງຊາດ.


ເພື່ອ​ຂ່າວປະເສີດ​ນີ້​ເຮົາ​ຈຶ່ງ​ທົນທຸກ​ຢູ່​ຈົນ​ເຖິງ​ຖືກ​ລ່າມໂສ້​ເໝືອນ​ໂຈນຜູ້ຮ້າຍ. ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຖືກ​ລ່າມໂສ້.


ໃນ​ການສູ້ຄະດີ​ຄັ້ງ​ທຳອິດ​ຂອງ​ເຮົາ​ນັ້ນ, ບໍ່​ມີ​ຜູ້ໃດ​ຢູ່​ຝ່າຍ​ເຮົາ​ເລີຍ ທຸກຄົນ​ປະຖິ້ມ​ເຮົາ​ຫມົດ. ຂໍ​ຢ່າ​ໃຫ້​ພວກເຂົາ​ຕ້ອງ​ໄດ້​ຮັບໂທດ.


Follow us:

Advertisements


Advertisements