Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ກໍ​ເປັນ​ຄວາມຈິງ​ທີ່​ບາງຄົນ​ໄດ້​ປະກາດ​ພຣະຄຣິດເຈົ້າ​ດ້ວຍ​ຈິດໃຈ​ທີ່​ອິດສາ ແລະ ຊິງດີຊິງເດັ່ນ​ກັນ, ແຕ່​ກໍ​ມີ​ຄົນ​ອື່ນ​ທີ່​ປະກາດ​ດ້ວຍ​ເຈດຕະນາດີ.

See the chapter Copy

ພຣະຄຳພີສັກສິ

15 ຄວາມຈິງ​ມີ​ບາງຄົນ​ໃນ​ພວກເຂົາ ທີ່​ປະກາດ​ເລື່ອງ​ພຣະຄຣິດ​ດ້ວຍ​ໃຈ​ອິດສາ​ແລະ​ຜິດຖຽງ​ກັນ ແຕ່​ມີ​ຄົນອື່ນ​ທີ່​ປະກາດ​ດ້ວຍ​ໃຈ​ຫວັງ​ດີ.

See the chapter Copy




ຟີລິບປອຍ 1:15
22 Cross References  

“ພວກເຂົາ​ເຮັດ​ທຸກສິ່ງ​ເພື່ອ​ໃຫ້​ຄົນ​ເຫັນ ພວກເຂົາ​ເຮັດ​ແອບໜັງ​ທີ່​ບັນຈຸ​ຂໍ້ພຣະຄຳພີ​ຂະໜາດ​ໃຫຍ່ ແລະ ຂອບ​ເສື້ອຄຸມ​ຂອງ​ພວກເຂົາ​ກໍ​ເຮັດ​ຍອຍ​ຍາວ​ອອກໄປ.


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ, ໃຫ້​ປະກາດ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທຸກຄົນ.


ແຕ່​ກໍ​ມີ​ບາງຄົນ​ໃນ​ພວກເຂົາ​ທີ່​ມາ​ຈາກ​ເກາະ​ໄຊປຣັດ ແລະ ຈາກ​ເມືອງ​ກີເຣເນ​ໄດ້​ໄປ​ທີ່​ເມືອງ​ອັນຕີໂອເຂຍ ແລະ ໄດ້​ເລີ່ມຕົ້ນ​ປະກາດ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ແກ່​ຊາວ​ກຣີກ​ອີກ​ດ້ວຍ.


ທຸກໆ​ມື້ ໃນ​ເດີ່ນ​ວິຫານ ແລະ ຕາມ​ເຮືອນ​ຕ່າງໆ, ພວກເພິ່ນ​ບໍ່​ເຄີຍ​ຢຸດ​ສັ່ງສອນ ແລະ ປະກາດ​ຂ່າວປະເສີດ​ວ່າ​ພຣະເຢຊູເຈົ້າ​ຄື​ພຣະເມຊີອາ.


ແລ້ວ​ຟີລິບ​ຈຶ່ງ​ເລີ່ມ​ຈາກ​ຂໍ້​ພຣະຄຳພີ​ຕອນ​ນັ້ນ ແລະ ບອກ​ເພິ່ນ​ເຖິງ​ຂ່າວປະເສີດ​ເລື່ອງ​ຂອງ​ພຣະເຢຊູເຈົ້າ.


ສ່ວນ​ຟີລິບ​ໄດ້​ລົງ​ໄປ​ທີ່​ເມືອງ​ໜຶ່ງ​ໃນ​ແຂວງ​ຊາມາເຣຍ ແລະ ປະກາດ​ເລື່ອງ​ພຣະຄຣິດເຈົ້າ​ໃນ​ທີ່​ນັ້ນ.


ເພິ່ນ​ກໍ​ໄດ້​ເລີ່ມ​ເທດສະໜາ​ທັນທີ​ໃນ​ທຳມະສາລາ​ຕ່າງໆ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ແຕ່​ຜູ້​ທີ່​ສະແຫວງຫາ​ຜົນປະໂຫຍດ​ໃສ່​ຕົນເອງ ແລະ ຜູ້​ທີ່​ປະຕິເສດ​ຄວາມຈິງ ແລະ ຕິດຕາມ​ຄວາມ​ຊົ່ວ​ຈະ​ໄດ້​ຮັບ​ຄວາມ​ໂກດຮ້າຍ ແລະ ການ​ລົງໂທດ.


ແຕ່​ພວກເຮົາ​ເທດສະໜາ​ເລື່ອງ​ພຣະຄຣິດເຈົ້າ​ຜູ້​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ເຊິ່ງ​ເປັນ​ຫີນ​ທີ່​ສະດຸດ​ສຳລັບ​ຊາວ​ຢິວ ແລະ ຖືວ່າ​ເປັນ​ເລື່ອງ​ໂງ່​ສຳລັບ​ບັນດາ​ຄົນຕ່າງຊາດ,


ຖ້າຫາກ​ວ່າ​ເຮົາ​ຈະ​ບໍລິຈາກ​ຊັບສິນ​ທັງໝົດ​ທີ່​ເຮົາ​ມີ​ໃຫ້​ແກ່​ຄົນຍາກຈົນ ແລະ ຍອມ​ໃຫ້​ເອົາ​ຮ່າງກາຍ​ຂອງ​ເຮົາ​ໄປ​ສູ່​ຄວາມຍາກລຳບາກ​ເພື່ອ​ເຮົາ​ຈະ​ໂອ້ອວດ​ໄດ້, ແຕ່​ບໍ່​ມີ​ຄວາມຮັກ, ເຮົາ​ກໍ​ບໍ່​ໄດ້​ປະໂຫຍດ​ຫຍັງ.


ເພາະ​ພຣະບຸດ​ຂອງ​ພຣະເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ຜູ້​ທີ່​ເຮົາ​ກັບ​ຊີລາ ແລະ ຕີໂມທຽວ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ​ບໍ່ແມ່ນ​ທັງ “ຈິງ” ແລະ “ບໍ່ຈິງ” ແຕ່​ໃນ​ພຣະອົງ​ເປັນ “ຈິງ” ສະເໝີ.


ເພາະ​ຄົນ​ເຫລົ່ານັ້ນ​ເປັນ​ອັກຄະສາວົກ​ປອມ, ເປັນ​ຄົນງານ​ທີ່​ລໍ້ລວງ, ເປັນ​ຜູ້​ປອມຕົວ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ.


ເພາະ​ເຮົາ​ຢ້ານວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ຈະ​ບໍ່​ເຫັນ​ພວກເຈົ້າ​ເປັນ​ດັ່ງ​ທີ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເປັນ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ເຫັນ​ເຮົາ​ເປັນ​ດັ່ງ​ທີ່​ພວກເຈົ້າ​ຢາກ​ໃຫ້​ເຮົາ​ເປັນ. ເຮົາ​ຢ້ານ​ວ່າ​ອາດ​ຈະ​ມີ​ການຜິດຖຽງກັນ, ການອິດສາ, ການ​ຄຽດ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການ​ນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.


ເພາະ​ສິ່ງ​ທີ່​ພວກເຮົາ​ປະກາດ​ນັ້ນ​ບໍ່​ແມ່ນ​ພວກເຮົາເອງ, ແຕ່​ປະກາດ​ພຣະເຢຊູຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາ​ເອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ​ທັງຫລາຍ​ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ.


ເລື່ອງນີ້​ເກີດ​ຂຶ້ນ​ເພາະ​ຜູ້ທີ່ເຊື່ອ​ປອມ​ບາງຄົນ​ໄດ້​ແຊກແຊງ​ເຂົ້າ​ມາ​ໃນ​ໝູ່​ພວກເຮົາ ເພື່ອ​ສືບ​ເບິ່ງ​ເສລີພາບ​ທີ່​ພວກເຮົາ​ມີ​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ ແລະ ເພື່ອ​ຈະ​ເຮັດ​ໃຫ້​ພວກເຮົາ​ເປັນ​ຂ້າທາດ.


ຢ່າ​ເຮັດ​ສິ່ງ​ໃດ​ດ້ວຍ​ຄວາມ​ທະເຍີທະຍານ​ທີ່​ເຫັນແກ່ຕົວ ຫລື ການ​ອວດດີ​ທີ່​ໄຮ້ປະໂຫຍດ. ແຕ່​ຈົ່ງ​ເຮັດ​ດ້ວຍ​ຄວາມຖ່ອມໃຈ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົນ.


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


Follow us:

Advertisements


Advertisements