Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ພີ່ນ້ອງ​ທັງຫລາຍ​ເອີຍ, ບັດນີ້​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ແທ້ຈິງ​ແລ້ວ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເຮົາ​ນັ້ນ ກໍ​ເພື່ອ​ເຮັດ​ໃຫ້​ຂ່າວປະເສີດ​ແຜ່ຂະຫຍາຍ​ອອກ​ໄປ.

See the chapter Copy

ພຣະຄຳພີສັກສິ

12 ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຫດການ​ທີ່​ເກີດຂຶ້ນ​ກັບ​ເຮົາ​ນັ້ນ ກໍ​ເພື່ອ​ໃຫ້​ຂ່າວປະເສີດ​ແຜ່​ຂະຫຍາຍ​ອອກ​ໄປ.

See the chapter Copy




ຟີລິບປອຍ 1:12
19 Cross References  

ແລະ ພວກເຈົ້າ​ຈະ​ໄດ້​ເປັນ​ພະຍານ​ໃຫ້​ແກ່​ເຮົາ.


ບັນດາ​ຜູ້​ທີ່​ກະຈັດ​ກະຈາຍ​ໄປ​ນັ້ນ ກໍ​ໄດ້​ພາກັນ​ປະກາດ​ພຣະຄຳ​ຕາມ​ບ່ອນ​ຕ່າງໆ​ທີ່​ພວກເຂົາ​ໄປ.


ແລະ ພວກເຮົາ​ຮູ້​ແລ້ວ​ວ່າ​ໃນ​ທຸກໆ​ສິ່ງ​ພຣະເຈົ້າ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຮັກ​ພຣະອົງ ຄື​ຜູ້​ທີ່​ໄດ້​ເອີ້ນ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.


ບໍ່​ແມ່ນ​ດອກ ໃນ​ສະຖານະການ​ທັງໝົດ​ນີ້ ພວກເຮົາ​ເປັນ​ຍິ່ງກວ່າ​ຜູ້ມີໄຊ ໂດຍ​ທາງ​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ.


ເພາະວ່າ​ພວກເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ຂ່າວປະເສີດ​ຕັ້ງແຕ່​ມື້​ທຳອິດ​ຈົນ​ມາເຖິງ​ດຽວນີ້,


ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮົາ​ຮູ້ສຶກ​ແບບນີ້​ກັບ​ພວກເຈົ້າ​ທຸກຄົນ, ເນື່ອງຈາກ​ເຮົາ​ມີ​ພວກເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ກຳລັງ​ຖືກ​ລ່າມໂສ້ ຫລື ກຳລັງ​ກ່າວ​ປ້ອງກັນ ແລະ ກຳລັງ​ຢືນຢັນ​ຂ່າວປະເສີດ​ຢູ່​ກໍ​ຕາມ, ພວກເຈົ້າ​ທັງໝົດ​ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຮ່ວມ​ກັບ​ເຮົາ.


ແຕ່​ພວກເຈົ້າ​ຮູ້​ແລ້ວ​ວ່າ​ຕີໂມທຽວ​ໄດ້​ພິສູດ​ຕົນເອງ​ແລ້ວ, ເພາະ​ເພິ່ນ​ໄດ້​ຮ່ວມ​ຮັບໃຊ້​ກັບ​ເຮົາ​ໃນ​ການປະກາດ​ຂ່າວປະເສີດ​ເໝືອນດັ່ງ​ລູກ​ກັບ​ພໍ່.


ຫລາຍກວ່ານັ້ນ, ຕາມ​ທີ່​ພວກເຈົ້າ​ຊາວຟີລິບປອຍ​ກໍ​ຮູ້, ໃນ​ຕອນ​ທີ່​ພວກເຈົ້າ​ໄດ້​ຮູ້ຈັກ​ຂ່າວປະເສີດ​ທຳອິດ​ນັ້ນ, ຄື​ເມື່ອ​ເຮົາ​ໄດ້​ອອກ​ເດີນທາງ​ຈາກ​ແຂວງ​ມາເກໂດເນຍ​ໄປ​ນັ້ນ, ບໍ່​ມີ​ຄຣິສຕະຈັກ​ໃດ​ມີ​ສ່ວນຮ່ວມ​ໃນ​ລາຍຈ່າຍ ແລະ ລາຍໄດ້​ຂອງ​ເຮົາ​ເລີຍ, ຍົກເວັ້ນ​ພວກເຈົ້າ​ເທົ່ານັ້ນ;


ແລະ ເຮົາ​ຂໍຮ້ອງ​ພວກເຈົ້າ​ຜູ້​ເປັນ​ເພື່ອນຮ່ວມງານ​ທີ່​ແທ້ຈິງ​ຂອງ​ເຮົາ, ໃຫ້​ຊ່ວຍເຫລືອ​ແມ່ຍິງ​ເຫລົ່ານີ້ ເພາະ​ພວກເຂົາ​ໄດ້​ຕໍ່ສູ້​ຄຽງຂ້າງ​ເຮົາ​ໃນ​ວຽກງານ​ຂ່າວປະເສີດ ພ້ອມ​ທັງ​ກະເລເມ ແລະ ເພື່ອນ​ຮ່ວມງານ​ຄົນ​ອື່ນໆ​ຂອງ​ເຮົາ​ດ້ວຍ ຄົນ​ເຫລົ່ານີ້​ມີ​ຊື່​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.


ເຫດສະນັ້ນ ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທີ່​ຢູ່​ທົ່ວທຸກບ່ອນ​ອະທິຖານ, ຍົກ​ມື​ອັນ​ບໍລິສຸດ​ຂຶ້ນ​ໂດຍ​ປາດສະຈາກ​ຄວາມໃຈຮ້າຍ ຫລື ການຜິດຖຽງ​ກັນ.


ເພື່ອ​ຂ່າວປະເສີດ​ນີ້​ເຮົາ​ຈຶ່ງ​ທົນທຸກ​ຢູ່​ຈົນ​ເຖິງ​ຖືກ​ລ່າມໂສ້​ເໝືອນ​ໂຈນຜູ້ຮ້າຍ. ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຖືກ​ລ່າມໂສ້.


ແຕ່​ອົງພຣະຜູ້ເປັນເຈົ້າ​ຢູ່​ຄຽງຂ້າງ​ເຮົາ ແລະ ໃຫ້​ກຳລັງ​ໃຫ້​ແກ່​ເຮົາ, ເພື່ອ​ວ່າ​ໂດຍ​ຜ່ານທາງ​ເຮົາ​ຖ້ອຍຄຳ​ຈະ​ຖືກ​ປະກາດ​ໄປ​ຢ່າງ​ຄົບຖ້ວນ ແລະ ຄົນຕ່າງຊາດ​ທັງຫລາຍ​ກໍ​ຈະ​ໄດ້​ຍິນ​ເລື່ອງ​ນີ້ ແລະ ເຮົາ​ກໍ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ປາກ​ສິງ.


Follow us:

Advertisements


Advertisements