ຟີລິບປອຍ 1:1 - ພຣະຄຳພີລາວສະບັບສະໄໝໃໝ່1 ຈົດໝາຍສະບັບນີ້ຈາກເຮົາໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ, ເຖິງບັນດາຄົນບໍລິສຸດຂອງພຣະເຈົ້າໃນພຣະຄຣິດເຈົ້າເຢຊູທີ່ຢູ່ເມືອງຟີລິບປອຍ ພ້ອມທັງບັນດາຜູ້ປົກຄອງ ແລະ ຜູ້ດູແລທຸກຄົນ: See the chapterພຣະຄຳພີສັກສິ1 ຈາກໂປໂລ ແລະ ຕີໂມທຽວ ຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ, ເຖິງໄພ່ພົນຂອງພຣະເຈົ້າທຸກຄົນໃນເມືອງຟີລິບປອຍ ທີ່ຢູ່ໃນພຣະຄຣິດເຈົ້າເຢຊູພ້ອມທັງພວກຜູ້ນຳ ແລະພວກຜູ້ບົວລະບັດໃນຄຣິສຕະຈັກດ້ວຍ. See the chapter |
ແລ້ວຂ້າພະເຈົ້າໄດ້ໝອບລົງທີ່ຕີນຂອງເທວະດາເພື່ອນະມັດສະການເພິ່ນ. ແຕ່ເທວະດານັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຮ່ວມຮັບໃຊ້ກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານທີ່ຢຶດໝັ້ນໃນຄຳພະຍານເລື່ອງຂອງພຣະເຢຊູເຈົ້າ. ຈົ່ງນະມັດສະການພຣະເຈົ້າ! ເພາະແມ່ນພຣະວິນຍານແຫ່ງການທຳນວາຍທີ່ເປັນພະຍານເລື່ອງພຣະເຢຊູເຈົ້າ”.