ໂຢຊວຍ 1 - ພຣະຄຳພີສັກສິພຣະເຈົ້າຢາເວສັ່ງໂຢຊວຍຕີເອົາການາອານ 1 ຫລັງຈາກໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ຕາຍໄປແລ້ວ ພຣະເຈົ້າຢາເວໄດ້ສັ່ງໂຢຊວຍລູກຊາຍຂອງນູນ ຜູ້ຊ່ວຍວຽກຂອງໂມເຊວ່າ, 2 “ໂມເຊຜູ້ຮັບໃຊ້ຂອງເຮົາກໍຕາຍໄປແລ້ວ ບັດນີ້ ເຈົ້າກັບປະຊາຊົນອິດສະຣາເອນທຸກຄົນ ຈົ່ງຕຽມຕົວໃຫ້ພ້ອມ ແລະຂ້າມແມ່ນໍ້າຈໍແດນ ເຂົ້າໄປໃນດິນແດນທີ່ເຮົາກຳລັງໃຫ້ພວກເຈົ້າ. 3 ດັ່ງທີ່ເຮົາໄດ້ສັນຍາກັບໂມເຊແລ້ວວ່າ ເຮົາໄດ້ມອບດິນແດນທຸກບ່ອນທີ່ເຈົ້າຈະຢຽບໄປ ໃຫ້ເຈົ້າແລະປະຊາຊົນທັງໝົດຂອງເຮົາ. 4 ເຂດແດນຂອງພວກເຈົ້າຈະຂະຫຍາຍອອກໄປ ຕັ້ງແຕ່ຖິ່ນແຫ້ງແລ້ງກັນດານທາງທິດໃຕ້ ຈົນເຖິງພູເຂົາເລບານອນທາງທິດເໜືອ; ຕັ້ງແຕ່ແມ່ນໍ້າໃຫຍ່ເອີຟຣັດທາງທິດຕາເວັນອອກ ຕະຫລອດທັງດິນແດນຂອງຊາວຮິດຕີ ຈົນເຖິງທະເລເມດີແຕຣາເນທາງທິດຕາເວັນຕົກ. 5 ໂຢຊວຍເອີຍ ຕາບໃດທີ່ເຈົ້າຍັງມີຊີວິດຢູ່ ຈະບໍ່ມີໃຜຊະນະເຈົ້າໄດ້. ເຮົາຈະຢູ່ກັບເຈົ້າດັ່ງທີ່ເຮົາໄດ້ຢູ່ກັບໂມເຊ ເຮົາຈະຢູ່ກັບເຈົ້າເລື້ອຍໄປ ເຮົາຈະບໍ່ປະຖິ້ມເຈົ້າ. 6 ສະນັ້ນ ຈົ່ງມີໃຈເດັດດ່ຽວແລະກ້າຫານ ເພາະເຈົ້າຈະເປັນຜູ້ນຳພາປະຊາຊົນເຫຼົ່ານີ້ ເຂົ້າໄປຢຶດຄອງດິນແດນຊຶ່ງເຮົາໄດ້ສັນຍາວ່າ ຈະມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຂົາ. 7 ຈົ່ງມີໃຈເດັດດ່ຽວແລະກ້າຫານ ແລະໃຫ້ແນ່ໃຈວ່າເຈົ້າເຊື່ອຟັງກົດບັນຍັດທຸກຂໍ້ຂອງເຮົາ ທີ່ໂມເຊຜູ້ຮັບໃຊ້ຂອງເຮົາໄດ້ມອບໃຫ້ແກ່ເຈົ້າ. ຢ່າປະຖິ້ມຂໍ້ໃດຂໍ້ໜຶ່ງ ແລະເຈົ້າຈະໄດ້ປະສົບຄວາມສຳເລັດໃນທຸກບ່ອນທີ່ເຈົ້າໄປ. 8 ຢ່າໃຫ້ໜັງສືກົດບັນຍັດນີ້ຫ່າງໄກຈາກປາກຂອງເຈົ້າ. ຈົ່ງພາວັນນາເອົາທຸກວັນທຸກຄືນ ແລະໃຫ້ແນ່ໃຈວ່າເຈົ້າເຊື່ອຟັງທຸກໆສິ່ງທີ່ໄດ້ມີຂຽນໄວ້ໃນນັ້ນ. ແລ້ວເຈົ້າກໍຈະຈະເລີນຮຸ່ງເຮືອງ ແລະຈະປະສົບຄວາມສຳເລັດ. 9 ຈົ່ງຈົດຈຳວ່າເຮົາໄດ້ສັ່ງເຈົ້າ ຈົ່ງມີໃຈເດັດດ່ຽວແລະກ້າຫານ ຢ່າຢ້ານຫລືທໍ້ຖອຍກຳລັງໃຈ ເພາະເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຢູ່ກັບເຈົ້າໃນທຸກໆບ່ອນທີ່ເຈົ້າໄປ.” ໂຢຊວຍອອກຄຳສັ່ງແກ່ປະຊາຊົນ 10 ແລ້ວໂຢຊວຍກໍໄດ້ສັ່ງພວກຜູ້ນຳ 11 ໃຫ້ໄປປ່າວເຕືອນປະຊາຊົນຕາມຄ້າຍພັກວ່າ, “ຈົ່ງຈັດແຈງເອົາອາຫານໃຫ້ພ້ອມ ເພາະພາຍໃນສາມວັນ ພວກເຈົ້າຈະຂ້າມແມ່ນໍ້າຈໍແດນເຂົ້າໄປຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້.” 12 ຕໍ່ມາ ໂຢຊວຍໄດ້ກ່າວແກ່ເຜົ່າຣູເບັນ ເຜົ່າກາດ ແລະເຜົ່າມານາເຊເຄິ່ງເຜົ່າວ່າ, 13 “ຈົ່ງຈົດຈຳຖ້ອຍຄຳທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ບອກພວກເຈົ້າວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ມອບດິນແດນທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ໃຫ້ເປັນຖິ່ນຖານຂອງພວກເຈົ້າ. 14 ລູກ ເມຍກັບຝູງສັດລ້ຽງຂອງພວກເຈົ້າຈະພັກຢູ່ທີ່ນີ້ ສ່ວນທະຫານທີ່ປະກອບອາວຸດເພື່ອອອກຮົບນັ້ນ ພວກເຂົາຈະຂ້າມແມ່ນໍ້າອອກນຳໜ້າບັນດາພີ່ນ້ອງຊາວອິດສະຣາເອນເພື່ອຊ່ວຍພວກເຂົາ 15 ຈົນກວ່າຈະຕີເອົາໄດ້ດິນແດນທາງພາກຕາເວັນຕົກຂອງແມ່ນໍ້າຈໍແດນ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຂົາ. ເມື່ອພຣະອົງໃຫ້ທຸກໆເຜົ່າຂອງຊາດອິດສະຣາເອນຢູ່ຢ່າງປອດໄພແລ້ວ ພວກເຈົ້າຈຶ່ງຈະກັບຄືນມາຕັ້ງຖິ່ນຖານ ທີ່ດິນແດນຂອງພວກເຈົ້າທາງພາກທິດຕາເວັນອອກພີ້ໄດ້ ບ່ອນທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າ.” 16 ພວກເຂົາໄດ້ຕອບໂຢຊວຍວ່າ, “ພວກຂ້ານ້ອຍຈະເຮັດທຸກໆສິ່ງຕາມທີ່ທ່ານໄດ້ບອກ ແລະຈະໄປທຸກໆບ່ອນທີ່ທ່ານຈະສົ່ງພວກຂ້ານ້ອຍໄປ. 17 ພວກຂ້ານ້ອຍຈະເຊື່ອຟັງທ່ານເໝືອນດັ່ງໄດ້ເຊື່ອຟັງໂມເຊເລື້ອຍມາ. ຂໍພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ຈົ່ງສະຖິດຢູ່ກັບທ່ານເໝືອນດັ່ງທີ່ພຣະອົງໄດ້ສະຖິດຢູ່ກັບໂມເຊ. 18 ຜູ້ໃດກໍຕາມທີ່ຖາມເຖິງສິດອຳນາດຂອງທ່ານ ຫລືບໍ່ເຊື່ອຟັງຄຳສັ່ງໃດໆຂອງທ່ານ ຈະຕ້ອງຖືກປະຫານຊີວິດ ຈົ່ງມີໃຈເດັດດ່ຽວແລະກ້າຫານເທີ້ນ.” |
@ 2012 United Bible Societies. All Rights Reserved.