ເອຊາຢາ 1 - ພຣະຄຳພີສັກສິ1 ພຣະທຳເຫຼັ້ມນີ້ບັນຈຸຖ້ອຍຄຳກ່ຽວກັບອານາຈັກຢູດາຍ ແລະນະຄອນເຢຣູຊາເລັມ ທີ່ພຣະເຈົ້າໄດ້ເປີດເຜີຍໃຫ້ແກ່ເອຊາຢາ ລູກຊາຍຂອງອາໂມດໃນຣາຊການຂອງເຈົ້າອຸດຊີຢາ, ເຈົ້າໂຢທາມ, ເຈົ້າອາຮາດແລະເຈົ້າເຮເຊກີຢາປົກຄອງອານາຈັກຢູດາຍ. ພຣະເຈົ້າຕິຕຽນປະຊາຊົນຂອງພຣະອົງ 2 ພຣະເຈົ້າຢາເວໄດ້ກ່າວວ່າ, “ໂອ ຈັກກະວານແລະແຜ່ນດິນໂລກເອີຍ ຈົ່ງຟັງສິ່ງທີ່ເຮົາກຳລັງກ່າວ ພວກເດັກນ້ອຍທີ່ເຮົາລ້ຽງມາຈົນໃຫຍ່ໄດ້ກະບົດຕໍ່ສູ້ເຮົາ. 3 ງົວຍັງຮູ້ຈັກເຈົ້າຂອງ ແລະລໍກໍຍັງຮູ້ຈັກບ່ອນທີ່ນາຍເອົາໄປລ້ຽງ, ແຕ່ຊາດອິດສະຣາເອນ ປະຊາຊົນຂອງເຮົາບໍ່ຮູ້ຈັກສໍ່ານັ້ນເລີຍ. ພວກເຂົາບໍ່ເຂົ້າໃຈຫຍັງຈັກດີ້.” 4 ເຄາະກຳເປັນຂອງພວກເຈົ້າສາແລ້ວ ຊົນຊາດບາບໜາເອີຍ ປະຊາຊົນທີ່ຈິດໃຈຊົ່ວຊ້າແລະຮ້າຍກາດ ເຊື້ອຊາດທີ່ເຮັດບາບ ເຊື້ອສາຍທີ່ຊົ່ວຊາມເອີຍ ພວກເຈົ້າໄດ້ປະຖິ້ມພຣະເຈົ້າຢາເວ ແລະຫັນໜີຈາກພຣະອົງ ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ. 5 ເປັນຫຍັງພວກເຈົ້າຈຶ່ງສືບຕໍ່ກະບົດ? ພວກເຈົ້າຢາກຈະໃຫ້ເຮົາລົງໂທດໜັກຂຶ້ນຊັ້ນບໍ? ຊາດອິດສະຣາເອນເອີຍ ຫົວເຈົ້າມີແຕ່ບາດແຜ ແລະແນວຄິດຈິດໃຈຂອງເຈົ້າກໍເສື່ອມເສຍ. 6 ແຕ່ຫົວເຖິງຕີນ ຄືທົ່ວທັງຮ່າງກາຍບໍ່ມີບ່ອນປອດເລີຍ. ຕົນຕົວເຈົ້າເຕັມໄປດ້ວຍຮອຍຟົກຊໍ້າດຳຂຽວ ທັງເປັນບາດແຜແລະເຈັບປວດ. ບາດແຜບໍ່ໄດ້ລ້າງໃຫ້ສະອາດແລະບໍ່ໄດ້ໃຊ້ຜ້າພັນໄວ້. ບໍ່ມີຢາຊະນິດໃດໆດອກທີ່ຈະໃສ່ໃຫ້ຫາຍດີໄດ້. 7 ດິນແດນຂອງພວກເຈົ້າໄດ້ຖືກທຳລາຍ ແລະບ້ານເມືອງຂອງພວກເຈົ້າກໍໄດ້ຖືກເຜົາຜານຈົນໝົດກ້ຽງ. ຊາວຕ່າງດ້າວໄດ້ເຂົ້າຢຶດຄອງດິນແດນ ແລະທຳລາຍທຸກສິ່ງ ຕໍ່ໜ້າຕໍ່ຕາຂອງພວກເຈົ້າຈົນໝົດກ້ຽງ. 8 ມີແຕ່ນະຄອນເຢຣູຊາເລັມເທົ່ານັ້ນທີ່ເຫຼືອຢູ່; ແຕ່ພັດເປັນເມືອງທີ່ຖືກປິດລ້ອມ, ຂາດສິ່ງປ້ອງກັນ ແລະເປັນດັ່ງຕູບຂອງຄົນເຝົ້າສວນອະງຸ່ນ ຫລືເປັນດັ່ງຖຽງໄຮ່ຂອງສວນໝາກແຕງກວາທີ່ບໍ່ມີຄົນເຝົ້າ. 9 ຖ້າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ບໍ່ໄດ້ໂຜດບາງຄົນໃຫ້ລອດຊີວິດຢູ່ແລ້ວ ນະຄອນເຢຣູຊາເລັມກໍຈະຖືກທຳລາຍກ້ຽງດັ່ງເມືອງໂຊໂດມແລະໂກໂມຣາ. 10 ນະຄອນເຢຣູຊາເລັມເອີຍ ບັນດາຜູ້ປົກຄອງແລະຊາວເມືອງຂອງເຈົ້ານັ້ນ ເປັນດັ່ງພວກຜູ້ປົກຄອງຂອງຊາວເມືອງໂຊໂດມແລະໂກໂມຣາ. ຈົ່ງຕັ້ງໃຈຟັງສິ່ງທີ່ພຣະເຈົ້າຢາເວກຳລັງກ່າວແກ່ພວກເຈົ້າ. ຈົ່ງເອົາໃຈໃສ່ຕໍ່ກົດບັນຍັດທີ່ພຣະເຈົ້າຂອງພວກເຮົາກຳລັງສັ່ງສອນພວກເຈົ້າ. 11 ພຣະເຈົ້າຢາເວກ່າວວ່າ, “ພວກເຈົ້າຄິດວ່າເຮົາຢາກໄດ້ສິ່ງທີ່ພວກເຈົ້າ ສືບຕໍ່ນຳມາຖວາຍແກ່ເຮົາຊັ້ນບໍ? ເຮົາອີ່ມພໍແລ້ວສຳລັບແກະທີ່ພວກເຈົ້ານຳມາເຜົາບູຊາ ແລະໄຂມັນສັດໂຕຕຸ້ຍພີດີຂອງພວກເຈົ້ານັ້ນ. ເຮົາເປີດໜ່າຍເລືອດງົວກັບເລືອດແກະແລະເລືອດແບ້. 12 ຜູ້ໃດບອກພວກເຈົ້າໃຫ້ນຳສິ່ງທັງໝົດນີ້ມາ ເມື່ອພວກເຈົ້າເຂົ້ານະມັດສະການເຮົາ? ຜູ້ໃດບອກພວກເຈົ້າເຂົ້າມາຢຽບຢໍ່າວິຫານຂອງເຮົາ? 13 ການທີ່ພວກເຈົ້ານຳເອົາເຄື່ອງມາຖວາຍນັ້ນ ເປັນການບໍ່ມີປະໂຫຍດ. ເຮົາເບື່ອໜ່າຍຕໍ່ກິ່ນທູບຄວັນທຽນຂອງພວກເຈົ້າ. ເຮົາບໍ່ອາດທົນຕໍ່ວັນສະຫລອງເດືອນອອກໃໝ່, ວັນຊະບາໂຕ ແລະການມາເຕົ້າໂຮມກັນອື່ນໆຂອງພວກເຈົ້າໄດ້ອີກແລ້ວ; ເທດສະການທັງໝົດເຫຼົ່ານັ້ນເປັນມົນທິນ ເພາະການບາບຂອງພວກເຈົ້າ. 14 ເຮົາກຽດຊັງການສະຫລອງວັນເດືອນອອກໃໝ່ແລະວັນເທດສະການຕາມກຳນົດຕ່າງໆຂອງພວກເຈົ້າ; ມັນເປັນພາລະອັນໜັກໜ່ວງສຳລັບເຮົາ. 15 ເມື່ອພວກເຈົ້າຍົກມືຂຶ້ນພາວັນນາອະທິຖານຫາເຮົາ, ເຮົາກໍຈະບໍ່ຫລຽວເບິ່ງພວກເຈົ້າ. ແມ່ນວ່າພວກເຈົ້າຈະພາວັນນາອະທິຖານຢ່າງໃດກໍຕາມ ເຮົາກໍຈະບໍ່ຟັງເພາະມືພວກເຈົ້າເປິເປື້ອນດ້ວຍເລືອດ. 16 ຈົ່ງຊຳລະຕົວຂອງພວກເຈົ້າໃຫ້ສະອາດ. ຈົ່ງເລີກຈາກການຊົ່ວຊ້າທັງໝົດທີ່ເຮົາເຫັນພວກເຈົ້າກຳລັງເຮັດຢູ່ນັ້ນສາ. ແມ່ນແລ້ວ ຈົ່ງເລີກເຮັດຊົ່ວສາ 17 ແລະຈົ່ງຮຽນເຮັດໃນສິ່ງທີ່ຖືກຕ້ອງ. ຈົ່ງສະແຫວງຫາຄວາມຍຸດຕິທຳເຊັ່ນ: ຊ່ວຍຜູ້ທີ່ຖືກຂົ່ມເຫັງ, ໃຫ້ສິດທິແກ່ບັນດາເດັກກຳພ້າ ແລະຄຸ້ມຄອງພວກແມ່ໝ້າຍ.” 18 ພຣະເຈົ້າຢາເວກ່າວວ່າ, “ບັດນີ້ ຈົ່ງມາຕົກລົງເລື່ອງລາວກັນເທາະ. ເຖິງແມ່ນວ່າບາບຂອງພວກເຈົ້ານັ້ນເປັນສີແດງເຂັ້ມ ແຕ່ເຮົາກໍຈະຊຳລະໃຫ້ຂາວສະອາດດັ່ງຫິມະ ເຖິງແມ່ນວ່າຮອຍເປິເປື້ອນຈະແດງເຂັ້ມ ພວກເຈົ້າກໍຈະຂາວສະອາດດັ່ງຂົນແກະ. 19 ຖ້າພວກເຈົ້າເຕັມໃຈແລະເຊື່ອຟັງແຕ່ເທົ່ານັ້ນ ພວກເຈົ້າກໍຈະໄດ້ກິນສິ່ງດີທີ່ເກີດຂຶ້ນໃນດິນແດນ. 20 ແຕ່ຖ້າພວກເຈົ້າປະຕິເສດແລະກະບົດ ພວກເຈົ້າກໍຈະໄດ້ຮັບໂທດເຖິງຕາຍ. ເພາະວ່າປາກຂອງພຣະເຈົ້າຢາເວໄດ້ກ່າວໄວ້.” ເມືອງທີ່ເຕັມໄປດ້ວຍບາບ 21 ຄັ້ງໜຶ່ງ ນະຄອນທີ່ເຄີຍສັດຊື່ ແຕ່ບັດນີ້ກຳລັງປະພຶດຕົນດັ່ງຍິງແມ່ຈ້າງ; ໃນຄັ້ງໜຶ່ງ ນະຄອນນັ້ນເຕັມໄປດ້ວຍຄົນຊອບທຳ ແຕ່ບັດນີ້ມີແຕ່ຄາດຕະກອນທັງນັ້ນ. 22 ນະຄອນເຢຣູຊາເລັມເອີຍ ຄັ້ງໜຶ່ງ ເຈົ້າເປັນດັ່ງເງິນ ແຕ່ດຽວນີ້ ເຈົ້າສິ້ນຄຸນຄ່າສາແລ້ວ; ເຈົ້າເຄີຍເປັນດັ່ງເຫຼົ້າອະງຸ່ນທີ່ດີ, ແຕ່ບັດນີ້ ເຈົ້າເປັນພຽງນໍ້າລ້າເທົ່ານັ້ນ. 23 ບັນດາຜູ້ນຳຂອງພວກເຈົ້າເປັນກະບົດ ແລະເປັນເພື່ອນຂອງບັນດານັກປຸ້ນ; ພວກເຂົາຮັບເອົາຂອງຂວັນແລະສິນຈ້າງລາງວັນເປັນປະຈຳ. ພວກເຂົາບໍ່ເຄີຍເວົ້າຕາງເດັກກຳພ້າໃນສານ ຫລືຟັງຄຳໃຫ້ການຂອງແມ່ໝ້າຍ ເມື່ອພວກເຂົາມີຄະດີ. 24 ສະນັ້ນ ບັດນີ້ຈົ່ງຟັງສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ອົງຊົງຣິດອຳນາດຂອງຊາດອິດສະຣາເອນກຳລັງກ່າວວ່າ, “ເຮົາຈະແກ້ແຄ້ນພວກເຈົ້າຜູ້ທີ່ເປັນສັດຕູຂອງເຮົາ ແລ້ວພວກເຈົ້າກໍຈະບໍ່ສ້າງຄວາມເດືອດຮ້ອນໃຫ້ເຮົາອີກຕໍ່ໄປ. 25 ເຮົາຈະດຳເນີນການຕໍ່ສູ້ພວກເຈົ້າ. ເຮົາຈະຊຳລະພວກເຈົ້າໃຫ້ບໍຣິສຸດຕາມວິທີຫລອມໂລຫະ ຄືຈະຂູດຂີ້ໝ້ຽງອອກໃຫ້ໝົດ. 26 ເຮົາຈະໃຫ້ພວກເຈົ້າມີຜູ້ນຳ ແລະທີ່ປຶກສາ ດັ່ງພວກເຈົ້າເຄີຍມີມາຕັ້ງແຕ່ດົນນານ. ແລ້ວຄົນກໍຈະເອີ້ນນະຄອນເຢຣູຊາເລັມວ່າ ນະຄອນທີ່ຊອບທຳແລະສັດຊື່.” 27 ຍ້ອນພຣະເຈົ້າຢາເວຊົງຊອບທຳ ພຣະອົງຈະຊ່ວຍນະຄອນເຢຣູຊາເລັມໃຫ້ພົ້ນໄພ ແລະທຸກຄົນໃນນະຄອນນີ້ທີ່ກັບໃຈໃໝ່. 28 ແຕ່ພຣະອົງຈະທຳລາຍທຸກຄົນທີ່ເຮັດບາບແລະກະບົດຕໍ່ພຣະອົງ; ພຣະອົງຈະຂ້າທຸກຄົນທີ່ປະຖິ້ມພຣະອົງ. 29 ພວກເຈົ້າຈະເສຍໃຈທີ່ໄດ້ຂາບໄຫວ້ຕົ້ນໄມ້ ແລະປຸກສ້າງບ່ອນສັກສິດໃນສວນ. 30 ພວກເຈົ້າຈະຫ່ຽວແຫ້ງໄປດັ່ງຕົ້ນໂອກແລະດັ່ງສວນທີ່ບໍ່ມີຜູ້ໃດຫົດນໍ້າ. 31 ສະເກັດໄຟຍ່ອມໄໝ້ຫຍ້າແຫ້ງໄດ້ສັນໃດ ຄົນແຂງແຮງກໍຈະຖືກການຊົ່ວທີ່ຕົນເອງເຮັດທຳລາຍໄດ້ສັນນັ້ນ ແລະຈະບໍ່ມີຜູ້ໃດຢັບຢັ້ງການທຳລາຍນັ້ນໄດ້. |
@ 2012 United Bible Societies. All Rights Reserved.