ມາຣະໂກ 14:65 - ພຣະຄຳພີສັກສິ65 ມີບາງຄົນໃນພວກເຂົາ ໄດ້ຕັ້ງຕົ້ນຖົ່ມນໍ້າລາຍໃສ່ພຣະເຢຊູເຈົ້າ ພວກເຂົາເອົາຜ້າມັດຕາພຣະອົງ ແລະທຸບຕີພຣະອົງ ພວກເຂົາເວົ້າຕໍ່ພຣະເຢຊູເຈົ້າວ່າ, “ທວາຍເບິ່ງດູວ່າ ແມ່ນຜູ້ໃດຕີມຶງ!” ແລ້ວພວກທະຫານຍາມກໍຮັບເອົາພຣະອົງໄປຕົບຕີ ແລະເອົາໄມ້ແສ້ຂ້ຽນພຣະອົງ. Viz kapitolaພຣະຄຳພີລາວສະບັບສະໄໝໃໝ່65 ມີບາງຄົນໃນພວກເຂົາໄດ້ເລີ່ມຖົ່ມນ້ຳລາຍໃສ່ພຣະອົງ, ພວກເຂົາເອົາຜ້າປິດຕາພຣະອົງ ແລະ ທຸບຕີພຣະອົງດ້ວຍກຳປັ້ນຂອງພວກເຂົາ ແລະ ເວົ້າວ່າ, “ທວາຍເບິ່ງດູ” ແມ່ນຜູ້ໃດຕີເຈົ້າ ແລ້ວພວກຍາມກໍເອົາພຣະອົງໄປ ແລະ ທຸບຕີພຣະອົງ. Viz kapitola |