ມັດທາຍ 5:32 - ພຣະຄຳພີສັກສິ32 ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຖ້າຜູ້ໃດປະຮ້າງເມຍຂອງຕົນດ້ວຍເຫດຜົນອື່ນໃດ ນອກຈາກການຫລິ້ນຊູ້ກັບຊາຍອື່ນ. ກໍເທົ່າກັບວ່າຜູ້ນັ້ນເຮັດໃຫ້ນາງຫລິ້ນຊູ້ ເມື່ອນາງແຕ່ງງານໃໝ່ ແລະຜູ້ທີ່ແຕ່ງງານກັບນາງນັ້ນ ກໍມີຄວາມຜິດໃນຖານຫລິ້ນຊູ້ເໝືອນກັນ.” Viz kapitolaພຣະຄຳພີລາວສະບັບສະໄໝໃໝ່32 ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ, ຖ້າຜູ້ໃດຢ່າຮ້າງເມຍຂອງຕົນໂດຍທີ່ນາງບໍ່ໄດ້ຫລິ້ນຊູ້ກັບຊາຍອື່ນ, ກໍເທົ່າກັບວ່າຜູ້ນັ້ນເຮັດໃຫ້ນາງກາຍເປັນຄົນຫລິ້ນຊູ້ ແລະ ຜູ້ໃດແຕ່ງງານກັບຍິງທີ່ຖືກຢ່າຮ້າງ ຜູ້ນັ້ນກໍຫລິ້ນຊູ້. Viz kapitola |